ຫວຽດນາມ ປັບຂຶ້ນລາຄາເຂົ້າສົ່ງອອກສູ່ຕະຫຼາດໂລກ ເກືອບ 10%

41

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ປັດຈຸບັນລາຄາເຂົ້າຂອງຫວຽດນາມ ທີ່ສົ່ງອອກສູ່ຕະຫຼາດໂລກ ຢູ່ທີ່ລະດັບ 528,5 ໂດລາສະຫະລັດຕໍ່ໂຕນ ເພີ່ມຂຶ້ນ 9,8% ໃນໄລຍະ 2 ເດືອນຕົ້ນປີນີ້ ເມື່ອທຽບໃສ່ປີຜ່ານມາ.

อาจเป็นรูปภาพของ 1 คน

ທັງນີ້, ຫຼັງຈາກເກີດວິກິດການໃນ ອູແກຣນ ໄດ້ເຮັດໃຫ້ລາຄາສະບຽງອາຫານທົ່ວໂລກເພີ່ມຂຶ້ນ, ໃນຂະນະທີ່ຕະຫຼາດຜູ້ນຳເຂົ້າ ເຂົ້າກໍເພີ່ມຂຶ້ນ ແລະ ມີການກັກເກັບສິນຄ້າໃນຄັງສາງສຳຮອງຫຼາຍຂຶ້ນ ກວ່າເກົ່າ ໂດຍລາຄາເຂົ້າຫັກ 5% ໃນເດືອນກຸມພາ ເພີ່ມຂຶ້ນເປັນ 457 ໂດລາສະຫະລັດຕໍ່ໂຕນ ຈາກລາຄາ 449 ໂດລາສະຫະລັດ ເມື່ອເດືອນມັງກອນທີ່ຜ່ານມາ.

ຂະນະທີ່ ຟີລິບປິນ ເປັນຕະຫຼາດນຳເຂົ້າ ເຂົ້າຂະໜາດໃຫຍ່ ສຸດຂອງ ສສ ຫວຽດນາມ ດ້ວຍສະຖິຕິ 129.000 ໂຕນ ຄິດເປັນມູນຄ່າ 64,55 ລ້ານໂດລາສະຫະລັດ ແລະ ກວມເອົາ 32,6% ຂອງການສົ່ງອອກທັງໝົດຂອງຫວຽດນາມ.

อาจเป็นรูปภาพของ 1 คน และ สถานที่ในร่ม

ນອກຈາກນີ້, ຍັງມີບັນຫາຈາກໄພແຫ້ງແລ້ງໃນບາງປະເທດ ສົ່ງຜົນກະທົບຕໍ່ການຜະລິດເຂົ້າຫຼຸດລົງ. ໃນຂະນະທີ່ຄຳສັ່ງຫ້າມສົ່ງອອກເຂົ້າຫັກຂອງອິນເດຍ ແລະ ການກຳນົດອັດຕາພາສີແນວພັນເຂົ້າ ລະດັບ 20% ອາດເຮັດໃຫ້ ສສ ຫວຽດນາມ ເປັນໜຶ່ງໃນປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ.