ປີນີ້ ກຳປູເຈຍ ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ 4 ລ້ານເທື່ອຄົນ

48

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງການທ່ອງທ່ຽວຂອງກຳປູເຈຍ ເປີດເຜີຍວ່າ ຂະແໜງການທ່ອງທ່ຽວຂອງກຳປູເຈຍ ສາມາດສ້າງລາຍໄດ້ສູງເຖິງ 1,41 ຕື້ໂດລາສະຫະລັດ ໃນປີ 2022 ເພີ່ມສູງຂຶ້ນ ໂດຍສະເພາະນັກທ່ອງທ່ຽວຕ່າງປະເທດບັນລຸ 2,28 ລ້ານເທື່ອຄົນ, ສ່ວນໃນປີ 2023 ນີ້ ຕັ້ງເປົ້າໄວ້ວ່າຈະມີນັກທ່ອງທ່ຽວເຂົ້າ ກຳປູເຈຍ ບໍ່ຫຼຸດ 4 ລ້ານເທື່ອຄົນ.

อาจเป็นรูปภาพของ 12 คน และ กลางแจ้ง

ທັງນີ້ຂະແໜງອຸດສາຫະກຳການທ່ອງທ່ຽວ ມີສ່ວນຊຸກຍູ້ໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ ຫຼື ຈີດີພີ ຂອງ ກຳປູເຈຍ ກວມເອົາເຖິງ 3,6% ໃນປີ 2022 ໂດຍນັກທ່ອງທ່ຽວ 1 ຄົນ ຈະອາໄສຢູ່ໃນກຳປູເຈຍ ສະເລ່ຍ 2 ຄືນ 3 ວັນ.

ສຳລັບປີ 2023 ນີ້ ກຳປູເຈຍໄດ້ຕັ້ງເປົ້າໄວ້ຈະສາມາດດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ບັນລຸເຖິງ 4 ລ້ານເທື່ອຄົນ ແລະ ຈະດຶງດູດນັກທ່ອງທ່ຽວ ຊາວຈີນ ໃຫ້ໄດ້ປະມານ 8ແສນ ຫາ 1 ລ້ານທື່ອຄົນ.

อาจเป็นรูปภาพของ 8 คน, กลางแจ้ง และ อนุสาวรีย์

ທັງນີ້ຂະແໜງການທ່ອງທ່ຽວເປັນໜຶ່ງໃນ 4 ເສົາຫຼັກໃນການຊຸກຍູ້ເສດຖະກິດຂອງກຳປູເຈຍ ໂດຍ ກຳປູເຈຍ ມີຊື່ສຽງທາງມໍລະດົກໂລກ 3 ແຫ່ງ ໄດ້ແກ່: ອຸທະຍານບູຮານຄະດີ ອັງກໍ ຫຼື ນະຄອນວັດ ຢູ່ໃນແຂວງ ຊຽມຣຽບ; ຜາສາດພະວິຫານ ໃນແຂວງພະວິຫານ ແລະ ແຫຼ່ງບູຮານຄະດີ ສົມບູນໄພຄຸກ ໃນແຂວງກຳປົດ.