ຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ແຂວງໄຊສົມບູນທົບທວນວຽກງານ 1 ປີຜ່ານມາ

44

ວັນທີ 13 ມີນາ 2023 ແຂວງໄຊສົມບູນໄດ້ຈັດກອງປະຊຸມ ສະຫຼຸບວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກ ປະຈຳປີ 2022 ແລະ ທິດທາງແຜນການ 2023 ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ, ປະທານຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອດເດັກ ຂັ້ນແຂວງ ພ້ອມດ້ວຍຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 1 person and standing
ໂອກາດດັ່ງກ່າວ ທ່ານ ວັນຄຳເກັ່ງ ຢ່າຊົງກົວ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ຮອງປະທານຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ ຂັ້ນແຂວງ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະໜຶ່ງປີຜ່ານມາ ໄດ້ປັບປຸງພ້ອມທັງຂະຫຍາຍບ້ານຕາໜ່າງ ແລະ ຊ່ວຍເຫຼືອເດັກ ທັງໝົດຈຳນວນ 26 ບ້ານ ຂອງແຜນການປີ 29 ບ້ານ ໃນນີ້ໄດ້ຊ່ວຍເຫຼືອເຂົ້າກິນ 1 ໂຕນ, ເຄື່ອງນຸ່ງ ແລະ ເກີບຈຳນວນໜຶ່ງ ໃຫ້ນ້ອງນັກຮຽນ-ໂຮງຮຽນ ມ.ສ ຊົນເຜົ່າ ແຂວງໄຊສົມບູນ 245 ນ້ອງ ແລະ ເດັກທຸກຍາກຂາດການລ້ຽງດູ ຈຳນວນ 4 ຄົນ ເປັນເຂົ້າສານ 100 ກິໂລ ແລະ ເຄື່ອງນຸ່ງຈຳນວນໜຶ່ງ ລວມມູນຄ່າທັງໝົດ 16,5 ລ້ານກີບ, ໄດ້ສະເໜີໂຮງຮຽນບ້ານ SOS ທີ່ແຂວງຊຽງຂວາງ ຮັບເອົາເດັກກໍາພ້າ ຈຳນວນ 2 ນ້ອງ ເພື່ອເຂົ້າຮຽນຢູ່ບ້ານຊ່ວຍເຫຼືອເດັກ SOS ແຂວງຊຽງຂວາງ.

May be an image of 8 people, people standing and indoor

ໄດ້ນໍາສົ່ງຊາວໜຸ່ມຜູ້ດ້ອຍໂອກາດ ເຂົ້າຮ່ວມຝຶກອົບຮົມວິຊາຊີບ ຢູ່ດອນບອນໂກ້ ນະຄອນຫຼວງວຽງຈັນ ຈຳນວນ 3 ນ້ອງ ສາຂາວິຊາປຸງແຕ່ງ 2 ນ້ອງ ແລະ ສາຂາວິຊາຕັດຫຍິບ 1 ນ້ອງ,ໄດ້ຮັບຄະດີເດັກທັງໝົດ 4 ເລື່ອງ, ສາມາດແກ້ໄຂໄດ້ 3 ເລື່ອງ ແລະ ຍັງສືບຕໍ່ດຳເນີນການແກ້ໄຂ 1 ເລື່ອງ, ໄດ້ແກ້ໄຂການກະທຳຜິດຂອງເດັກ ໄດ້ 1 ກໍລະນີ ແລະ ປກສ ແຂວງ ໄດ້ຊ່ວຍເຫຼືອຄະດີທຳສໍາເລົາເດັກ 2 ເລື່ອງ ພ້ອມທັງກວດພົບເຫັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ: ການຂູດຮີດທາງເພດ ຈຳນວນ 4 ຄົນ ໂດຍແກ້ໄຂກໍລະນີການຄ້າມະນຸດ ໄດ້ 1 ເລື່ອງ ໄດ້ກັ່ນຕ້ອງການພັດທະນາຂອງເດັກລຸ່ມ 5 ປີ ທີ່ຂາດສານອາຫານແບບຊໍາເຮື້ອ ຫຼື ນໍ້າໜັກຫຼຸດມາດຕະຖານ, ຂາດສານອາຫານແບບກະທັນຫັນ ແລະ ລວງສູງບໍ່ໄດ້ມາດຕະຖານ ໃນຈຸດຄົງທີ່ກວດວັນລັດຖະການ ແລະ ເຄື່ອນທີ່ໄດ້ 4 ຄັ້ງ.

May be an image of 1 person, sitting, indoor and text that says 'ธสส'

ພ້ອມນີ້ ຍັງໄດ້ຮັບຟັງການຜ່ານຮ່າງແຜນດຳເນີນງານ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກ (2023-2026) ຂອງແຂວງ ຕື່ມອີກ. ຈາກນັ້ນ ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນມີຄໍາເຫັນ ໃສ່ທັງສອງເນື້ອໃນ ເພື່ອຄົ້ນຄວ້າ ແລະ ປຶກສາຫາລື ໃຫ້ມີຄວາມເປັນເອກະພາບ ທັງເປັນບ່ອນອີງທີ່ຮັດກຸມໃຫ້ແກ່ການຈັດຕັ້ງປະຕິບັດໃນ 2023 ຢ່າງມີປະສິດທິພາບ ເພື່ອຮັບປະກັນໃຫ້ເດັກທຸກຄົນ ໂດຍສະເພາະ ເດັກທີ່ຕ້ອງການ-ການປົກປ້ອງສິດ, ເດັກດ້ອຍໂອກາດ ແລະ ເດັກທີ່ຕົກຢູ່ໃນຄວາມສ່ຽງ ໄດ້ຮັບການປົກປ້ອງຕາມສິດ ແລະ ຜົນປະໂຫຍດສູງສຸດຂອງເດັກ ເພື່ອເຮັດໃຫ້ເດັກ ມີຄວາມສົມບູນດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໝອງ, ມີຄຸນສົມບັດ, ມີຄວາມຮູ້-ຄວາມສາມາດ ທັງຮັບປະກັນການດຳລົງຊີວິດໃນສັງຄົມ ຢ່າງມີຄຸນນະພາບ ແລະ ເປັນຜູ້ສືບທອດທີ່ດີຂອງຊາດ.

ຂອບໃຈຂ່າວຈາກ ຈົດໝາຍຂ່າວແຂວງໄຊສົມບູນ