ໄດ້ແລ້ວບັນດາຫົວກະທິຈາກແຂວງບໍລິຄຳໄຊທີ່ຈະເຂົ້າສອບເສັງນັກຮຽນເກັ່ງລະດັບຊາດ

512

ນ້ອງໆທີ່ເປັນນັກຮຽນສາມັນຊ່ວງນີ້ແມ່ນຈະຄືກຄື້ນເປັນພິເສດ ເພາະຜູ້ໄຝ່ປາຖະໜາຢາກເປັນນັກຮຽນເກັ່ງຕ້ອງໄດ້ໄປເສັງວັດຄວາມຮູ້ກັບໝູ່ເພື່ອນໃນແຂວງດຽວກັນ ເພື່ອຄັດເລືອກເອົາຜູ້ທີ່ເກັ່ງແທ້ໆມາເສັງລະດັບຊາດ ເປັນການລວມຕົວກັນຄັ້ງສຳຄັນຂອງເຫຼົ່ານັກຮຽນຫົວກະທິຈາກທຸກແຂວງ ເຊິ່ງປີໜຶ່ງມີພຽງຄັ້ງດຽວ.

May be an image of 4 people, child, people standing and indoor

ສຳລັບແຂວງບໍລິຄຳໄຊ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີສອບເສັງນັກຮຽນເກັ່ງລະດັບແຂວງ ຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ໃນຄັ້ງວັນທີ 10 ມີນາ 2023 ທີ່ສະໂມສອນ ໂຮງຮຽນເຕັກນິກວິຊາຊີບແຂວງ ໂດຍການເປັນປະທານຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງບໍລິຄັນ ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ, ມີຄະນະຮັບຜິດຊອບຈາກຂັ້ນແຂວງ, ຂັ້ນເມືອງ, ຄູນຳພາ, ກຳມະການກວດບົດ, ນັກສອບເສັງ ປ.5, ມ.4 ແລະ ມ.7 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 6 people, people standing and indoor
ສຳລັບການສອບເສັງຄັດເລືອກນັກຮຽນເກັ່ງ ປ.5 ຂັ້ນແຂວງ ໄດ້ກຳນົດວິຊາສອບເສັງ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ; ສ່ວນ ມ.4 ແລະ ມ.7 ສອບເສັງ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຟີຊິກສາດ, ຄະນິດສາດ ແລະ ເຄມີສາດ, ມີຜູ້ເຂົ້າຮ່ວມທັງໝົດ 127 ຄົນ, ຍິງ 87 ຄົນ, ກໍາມະການຍາມຫ້ອງ ແລະ ກວດບົດ 32 ຄົນ, ຍິງ 13 ຄົນ, ນັກຮຽນ ປ.5 ລວມ 63 ຄົນ, ຍິງ 49 ຄົນ, ມ.4 ລວມ 32 ຄົນ, ຍິງ 17 ແລະ ມ.7 ລວມ 32 ຄົນ, ຍິງ 21 ຄົນ.

May be an image of 6 people, people standing and indoor

ພິທີໄດ້ປິດລົງໃນຕອງແລງຂອງວັນດຽວກັນ ໃນນັ້ນຊັ້ນປະຖົມ (ປ.5) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ປູຊາ ຊູລັດ ໂຮງຮຽນ ປ.ສ ບ້ານບົງ ເມືອງປາກຊັນ; ວິຊາ ຄະນິດສາດ ອັນດັບທີ 1 ນາງ ລັດດາພອນ ຍົດຕິທໍາໂຮງຮຽນ ປ.ສ ໂພນງາມ ເມືອງ ປາກກະດິງແລະ ວິຊາໂລກອ້ອມຕົວ ອັນດັບທີ 1 ນາງ ສຸດາລັດ ລາດເສນາ ໂຮງຮຽນ ປ.ສ ນາແປ ເມືອງ ຄໍາເກີດ.

May be an image of 3 people, child, people standing and indoor

ຊັ້ນມັດທະຍົມຕອນຕົ້ນ (ມ.4) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ທ້າວ ສັນຕິສຸກ ບໍບຸບຜາ ໂຮງຮຽນ ມສ ຊົນເຜົ່າ ເມືອງຄໍາເກີດ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ລໍ່ເຮິ ຢ່າຊົງເກຍຈົວຕູ່ ໂຮງຮຽນ ມ.ຕ ທົ່ງນາມີ ເມືອງປາກກະດິງ, ວິຊາເຄມີສາດອັນດັບທີ 1 ນາງ ມິມີ່ ລັດຕະນະວັນ ໂຮງຮຽນ ມ.ສ ສີທ່ານາໄຊ ເມືອງ ປາກຊັນ, ວິຊາຟີຊິກສາດ ອັນດັບທີ 1 ນາງ ອາລຸນນີ ວົງໄກສອນ ໂຮງຮຽນ ມ.ສ ໂພສີ ເມືອງປາກຊັນ.

May be an image of 7 people, child, people standing, people sitting and indoor

ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ອາລຸນພອນ ຈັນດາມະນີ ໂຮງຮຽນພອນສະຫວັນຂອງແຂວງ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ສີສົມພອນ ທໍາມະວົງແສງ ໂຮງຮຽນພອນສະຫວັນຂອງແຂວງ,  ວິຊາຟີຊິກສາດ ອັນດັບທີ 1 ທ້າວ ເຢັ້ງມົ່ວ ໂຮງຮຽນພອນສະຫວັນຂອງແຂວງ,  ວິຊາເຄມີສາດ ອັນດັບທີ 1 ທ້າວ ຮົ້ວຊົ່ງ ຊົວວ່າງ ໂຮງຮຽນ ມ.ສ ວຽງທອງ ເມືອງວຽງທອງ.

ການຈັດສອບເສັງດັ່ງກ່າວ, ແມ່ນເພື່ອເປັນການເຮັດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ, ດ້ານຄວາມຮູ້ ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນ, ເພື່ອປັບປຸງຄຸນນະພາບຂອງການສຶກສາສາມັນສຶກສາໃຫ້ດີຂຶ້ນ.

May be an image of 3 people, people standing and indoor

ນອກຈາກນີ້ການສອບເສັງຄັດເລືອກນັກຮຽນເກັ່ງຍັງເປັນການປະເມີນຜົນການສິດສອນຂອງຄູ ແລະ ການຮຽນຂອງນັກຮຽນທີ່ສະແດງອອກທາງດ້ານຜົນໄດ້ຮັບ ແລະ ເປັນການຢັ້ງຢືນເຖິງຄຸນນະພາບຂອງການສຶກສາພາຍໃນແຂວງດີຂຶ້ນທຽບເທົ່າກັບແຂວງອື່ນໃນຂອບເຂດທົ່ວປະເທດ ແລະ ພາກພື້ນ.

May be an image of 11 people and people standing

ໂດຍຜູ້ທີ່ສອບເສັງໄດ້ອັນດັບທີ 1 ໃນແຕ່ລະວິຊາ ຈະໄດ້ ເປັນຕົວແທນນັກຮຽນເກັ່ງຂອງແຂວງ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2022-2023 ທີ່ນະຄອນຫຼວງວຽງຈັນໄວໆນີ້.

ຂ່າວ: ຄຳຟອງ