ທີມຊາດຍິງລາວ ຢູ 20 ລົງສະນາມນັດສົ່ງທ້າຍເສຍໃຫ້ ຈີນ ຄັດບານເຕະຊີງແຊັມອາຊີ ທີ່ລາວ

70

ທີມຊາດລາວ ຍິງລາວ ຮຸ່ນອາຍຸບໍ່ເກີນ 20 ລົງແຂ່ງຂັນຄົບ 3 ນັດມີພຽງ 1 ຄະແນນ ໃນການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ( AFC U20 WOMEN’S ASIAN CUP 2024 ROUND 1 ) ກຸ່ມ A ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ ເປັນເຈົ້າພາບ ລະຫວ່າງວັນທີ 8-12 ມີນາ 2023.

ທີມຊາດຍິງລາວ ຢູ 20 ນັດທໍາອິດສະເໝີກັບ ຮົງກົງ 2-2, ນັດທີ 2 ເສຍໃຫ້ກັບ ຟິີລິບປິນ 0-1 ແລະ ຫຼ້າສຸດໃນວັນທີ 12 ມີນາ 2023 ລົງສະໜາມພົບກັບ ທີມຊາດຈີນ ປາກົດວ່າ: ທີມຊາດຍິງລາວ ບໍ່ສາມາດຕ້ານທານຄວາມແຂງແກ່ນຂອງ ຈີນ ເສຍໄປຂາດລອຍ 0-8 ເຮັດໃຫ້ລົງສະໜາມຄົບ 3 ນັດມີພຽງ 1 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ ຕົກຮອບໄປເຊັ່ນດຽວກັບ ຟິລິບປິນ ມີ 4 ຄະແນນທີມອັນດັບ 2 ແລະ ຮົງກົງ ມີ 2 ຄະແນນທີມອັນດັບ 3 ຂອງກຸ່ມ.

ສ່ວນ ສປ ຈີນ ຜ່ານເຂົ້າຮອບຄັດເລືອກຮອບທີ 2 ໃນຖານະແຊັມກຸ່ມ A ເຊັ່ນດຽວກັບ ເນປານ ແຊັມກຸ່ມ B, ອົດສະຕຣາລີ ແຊັມກຸ່ມ C, ແຊັມກຸ່ມ D ( ຍັງແຂ່ງບໍ່ແລ້ວ ), ແຊ້ມກຸ່ມ E ( ຍັງແຂ່ງບໍ່ແລ້ວ ), ຫວຽດນາມ ແຊັມກຸ່ມ F, ມຽນມາ ແຊັມກຸ່ມ G ແລະ ອີຣານ ແຊັມກຸ່ມ H.