ບຸນພະຈັນ ທ໊ອບຟອມລົງ 4 ນັດຍິງໄດ້ທຸກນັດພ້ອມພາ ຊ້າງນ້ອຍ ຊະນະ ມາສເຕີ 7 ຄູ່ແຂ່ງສໍາຄັນ

103

ທ໊ອບຟອມບໍ່ເຄີຍປ່ຽນສໍາລັບ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງ ຊ້າງນ້ອຍ ເອັຟຊີ ລົງສະໜາມ 4 ນັດຍິງໄດ້ 4 ປະຕູ ( ນັດລະ 1 ປະຕູ ) ຫຼັງນັດຫຼ້າສຸດຍິງປະຕູໃຫ້ກັບ ຊ້າງນ້ອຍ ເອັຟຊີ ເອົາຊະນະ ມາສເຕີ 7 ເອັຟຊີ 2-0 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທີ 4 ເມື່ອວັນທີ 11 ມີນາ 2023. ຂະນະທີ່ ເອສະຣາ ເອັຟຊີ ຟອມເລີ່ມໂດດເດັ່ນຊະນະ 2 ນັດລວດແຊງຂຶ້ນທີ 2.

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທີ່ຜ່ານມາ ( 11-12 ມີນາ 2023 ) ເປັນການແຂ່ງຂັນອາທິດທີ 4 ຂອງຕາຕະລາງຄະແນນລວມ ແຂ່ງຂັນກັນ 4 ຄູ່ເຊັ່ນເຄີຍ ໂດຍຄູ່ບິກແມັດເປັນການພົບກັນລະຫວ່າງ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ເປີດບ້ານຮັບການມາຢາມຂອງ ຊ້າງນ້ອຍ ເອັຟຊີ ແຊັມເກົ່າ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ).

ນັດດັ່ງກ່າວ ທັງສອງທີມຈັດຜູ້ຫຼິ້ນເຕັມຊຸດລົງສະໜາມ ຜ່ານການແຂ່ງຂັນປາກົດວ່າ: ຊ້າງນ້ອຍ ເອັຟຊີ ໄດ້ປະຕູຂຶ້ນນໍາຢ່າງໄວວາຈາກການຍິງຂອງ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງ ນາທີ 6 ແລະ Bodric Dimitri ນາທີ 12 ຂຶ້ນນໍາໄປກ່ອນ 2-0, ສ່ວນໄລຍະເວລາທີ່ເຫຼືອເກມທັງສອງທີມກໍຍິ່ງເດືອດ, ແຕ່ບໍ່ມີປະຕູເກີດຂຶ້ນຈົບການແຂ່ງຂັນ ຊ້າງນ້ອຍ ເອັຟຊີ ເອົາຊະນະ 2-0 ເກັບເພີ່ມ 12 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ, ສ່ວນ ມາສເຕີ 7 ເອັຟຊີ ຍັງມີ 6 ຄະແນນຕົກລົງໄປຢູ່ອັນດັບທີ 4.

ຂະນະທີ່ ອີກຄູ່ໜຶ່ງທີ່ໜ້າສົນໃຈ ເອສະຣາ ເອັຟຊີ ເປີດບ້ານເອົາຊະນະ ນໍ້າທາ ຢູໄນເຕັດ 3-0 ເກັບເພີ່ມເປັນ 7 ຄະແນນ ພ້ອມແຊງຂຶ້ນໄປຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມ ໂດຍມີ 7 ຄະແນນເທົ່າກັບອັນດັບ 3 ວຽງຈັນ ເອັຟຊີ ທີ່ນັດຫຼ້າສຸດບຸກໄປເອົາຊະນະ ຫຼວງພະບາງ 1-0, ສ່ວນຕາຕະລາງຄະແນນລວມປັດຈຸບັນ ເບິ່ງທີ່ຮູບລຸ່ມນີ້
ຂ່າວ: Larh Creators; ຮູບຈາກ: