ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ນັກເຕະເຍົາວະຊົນລາວ ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີທີ່ຖືກດຶງໄປຮ່ວມກັບ Fut boys ສະໂມສອນເຍົາວະຊົນຂອງປະເທດໄທ ຫຼ້າສຸດພາທີມຄວ້າແຊັມລາຍການ ອບຈ.ຊົນບຸຣີ ຄັບ 2023 ຮອບແຊັມຊົນແຊັມ ເມື່ອວັນທີ 11 ມີນາ 2023 ທີ່ຈັງຫວັດຊົນບຸຣີ ປະເທດໄທ.
ກ່ອນໜ້ານີ້ວັນທີ 12 ກຸມພາ 2023 ໄທເກີ ໄປຫຼິ້ນກັບສະໂມສອນເຍົາວະຊົນຈາກໄທກໍຄື Fut boys ໃນຮຸ່ນອາຍຸບໍ່ເກີນ 11 ປີ ໃນລາຍການ ອບຈ.ຊົນບຸຣີ ຄັບ 2023 ຮອບຄັດເລືອກ ເພື່ອຄັດເອົາທີມແຊັມໄປແຂ່ງຂັນຮອບ ແຊັມຊົນແຊັມ ປາກົດວ່າ: ຮອບຄັດເລືອກ ໄທເກີ ກໍສ້າງຜົນງານຢ່າງໂດດເດັ່ນ ພາທີມຄວ້າແຊັມຮອບຄັດເລືອກ ຈາກທີມເຂົ້າຮ່ວມທັງໝົດ 24 ທີມ ເຮັດໃຫ້ Fut boys ຄວ້າສິດໄປຫຼິ້ນຮອບແຊັມຊົນແຊັມ.
ຫຼ້າສຸດຮອບແຊັມຊົນແຊັມຈັດຂຶ້ນໃນວັນທີ 11 ມີນາ 2023 ໄທເກີ ກໍໄດ້ລົງແຂ່ງຂັນເປັນຕົວຫຼັກ ພາສະໂມສອນ Fut boys ລົງແຂ່ງຂັນກັບທີມທີ່ເຂົ້າຮ່ວມທີ່ມີດີກຣີລະດັບແຊັມຫຼາຍໆລາຍການມາແຂ່ງຂັນປາກົດວ່າ: ໄທເກີ ສ້າງຜົນງານຢ່າງໂດດເດັ່ນພາ Fut boys ຊະນະ 3 ນັດລວດຄື ຊະນະ ນົນທະບຸຣີ 3-2, ຊະນະ ສາທິດກຣຸງເທບທົນບຸຣີ 3-0 ແລະ ຊະນະ ພະລືໄທຄອນແວນ 3-1 ຄວ້າແຊັມໄປຄອງ ໂດຍໄດ້ຮັບຂັນແຊັມ ແລະ ເງິນລາງວັນ 20.000 ບາດໄປຄອງຢ່າງຍິ່ງໃຫຍ່.
ສໍາລັບ ເອກະລາດ ວິໄລກຸນ ( ໄທເກີ ) ເລີ່ມເປັນທີ່ຮູ້ຈັກກັນຫຼັງຍິງໄປ 3 ປະຕູຊ່ວຍໃຫ້ກັບສະໂມສອນເຍົາວະຊົນລາວຢ່າງ WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີຄວ້າອັນດັບ 3 ໃນລາຍການ ໃນການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ນລະຫວ່າງວັນທີ 22-23 ຕຸລາ 2022 ແລະ ກ່ອນໜ້ານີ້ແມ່ນພາຫຼິ້ນໃຫ້ກັບ Fut boys ຄວ້າແຊັມລາຍການລະດັບນາໆຊາດ TAR Asia Qualifiers ( ຮອບຄັດເລືອກ ) ລະຫວ່າງວັນທີ 17-18 ທັນວາ 2022 ທີ່ນະຄອນຫຼວງບາງກອກປະເທດໄທ ເຊິ່ງເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີ່ນ 10 ປີ ພ້ອມສິດໄປແຂ່ງຂັນທີ່ ປະເທດສະເປນ ໃນເດືອນເມສາ 2023.
ສ່ວນຜົນງານໃນລາຍການທີ່ ສປປ ລາວ ຫຼ້າສຸດກໍພາ W.I.G NAGA ສະໂມສອນເຍົາວະຊົນລາວ ໃນຮຸ່ນອາຍຸບໍ່ເກີນ 12 ທີມ A ປະກາດສັກດາອີກຄັ້ງໃນການຄວ້າແຊັມລາຍການທີ່ ສປປ ລາວ ດ້ວຍການ ເອົາຊະນະ PKP LuangPrabang ສະໂມສອນເຍົາວະຊົນຈາກຫຼວງພະບາງ 1-0 ໃນການແຂ່ງຂັນບານເຕະ Leaders Cup ຄັ້ງທີ IV ປະຈຳປີ 2023 ຄວ້າແຊັມໄປຄອງເມື່ອວັນທີ 4 ມີນາ 2023.
ຂ່າວ: Larh Creators; ຮູບຈາກ: Fut boys ແລະ Pernແລ້ວແຕ່ຄິບ