ມາເລເຊຍ ດຶງດູດການລົງທຶນທະລຸ 264 ຕື້ຣິງກິດ

33

ສຳນັກຂ່າວຊິນຫົວລາຍງານວ່າ: ອົງການພັດທະນາການລົງທຶນແຫ່ງມາເລເຊຍ ( MIDA ) ເປີດເຜີຍເມື່ອວັນທີ 8 ມີນາ 2023 ວ່າ: ໃນປີຜ່ານມາ ມາເລເຊຍ ໄດ້ອະນຸມັດການລົງທຶນທັງໝົດ 4.454 ໂຄງການ ມູນຄ່າ 264 ຕື້ຣິງກິດ ( ສະກຸນເງິນມາເລເຊຍ ) ແລະ ຄາດວ່າຈະສ້າງວຽກເຮັດງານທຳໃຫ້ແກ່ຊາວມາເລເຊຍ ປະມານ 140.370 ຕຳແໜ່ງ.

อาจเป็นรูปภาพของ ท้องฟ้า และ ตึกระฟ้า

ລາຍງານລະບຸວ່າ: ການລົງທຶນໂດຍກົງຈາກຕ່າງປະເທດ ມູນຄ່າ 163 ຕື້ຣິງກິດ ກວມເອົາ 61,7% ຂອງການລົງທຶນທົງໝົດ, ໃນຂະນະທີ່ການລົງທຶນຂອງນັກລົງທຶນພາຍໃນມີມູນຄ່າ 101 ຕື້ຣິງກິດ ກວມເອົາ 38,3%.

ນັກລົງທຶນທີ່ເຂົ້າໄປລົງທຶນໃນມາເລເຊຍ ອັນດັບໜຶ່ງແມ່ນຈີນ, ຮອງລົງມາແມ່ນສະຫະລັດອາເມຣິກາ, ໂຮນລັງ, ສິງກະໂປ ແລະ ຍີ່ປຸ່ນ ຕາມລຳດັບ. ໃນຂະນະດຽວກັນ ການລົງທຶນຫຼາຍກວ່າໝູ່ແມ່ນພາກບໍລິການ, ຮອງລົງມາແມ່ນພາກການຜະລິດ ແລະ ກະສິກຳ.

อาจเป็นรูปภาพของ ข้อความพูดว่า "NHI"

ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳມາເລເຊຍ ເປີດເຜີຍວ່າ: ລັດຖະບານມາເລເຊຍ ພະຍາຍາມເຮັດທຸກວິທີທາງເພື່ອໃຫ້ ມາເລເຊຍ ກ້າວຂຶ້ນເປັນສູນກາງດີຈີຕອນຂອງອາຊຽນ ເນື່ອງຈາກມີໂຄງສ້າງພື້ນຖານດ້ານເຕັກໂນໂລຊີທີ່ໄດ້ພັດທະນາແລ້ວ, ມີບຸກຄະລາກອນດ້ານວິທະຍາສາດເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດທີ່ມີຄວາມຮູ້, ຄວາມສາມາດ, ມີການຄຸ້ມຄອງຊັບສິນທາງປັນຍາທີ່ເຂັ້ມງວດ.