ການເກັບກູ້ຜົນຜະລິດຂອງ ອູແກຣນ ອາດຫຼຸດລົງ 37% ໃນປີນີ້

24

ສຳນັກຂ່າຕ່າງປະເທດລາຍງານວ່າ: ສະຖາບັນວິທະຍາສາດກະສິກຳຂອງອູແກຣນຄາດການວ່າ ໃນປີ 2023 ນີ້ ການເກັບກ່ຽວຜົນຜະລິດກະສິກຳ ( ພືດສະບຽງອາຫານ ) ຂອງ ອູແກຣນ ຈະໄດ້ປະມານ 34 ລ້ານໂຕນ ຫຼຸດລົງ 37% ເມື່ອທຽບໃສ່ປີ 2022 ທີ່ສາມາດເກັບກ່ຽວໄດ້ 53,9 ລ້ານໂຕນ ເນື່ອງຈາກເນື້ອທີ່ການຜະລິດຫຼຸດລົງ ບວກກັບການຂາດແຄນປຸ໋ຍ.

อาจเป็นรูปภาพของ พื้นหญ้า

ແນວໃດກໍດີ, ສະຖາບັນວິທະຍາສາດກະສິກຳ ຄາດການວ່າ: ການເກັບກ່ຽວຜົນຜະລິດພືດທີ່ໃຫ້ນ້ຳມັນ ( Oilseeds ) ຂອງອູແກຣນ ຈະເພີ່ມຂຶ້ນ 13% ສູ່ລະດັບ 19,3 ລ້ານໂຕນໃນປີນີ້. ໃນຂະນະທີ່ສະມາຄົມທຸລະກິດກະສິກຳຂອງອູແກຣນເປີດເຜີຍວ່າ ໃນປີ 2022 ຜ່ານມາ ອູແກຣນ ສາມາດສົ່ງອອກພືດສະບຽງອາຫານ ປະມານ 38,4 ລ້ານໂຕນ ແລະ ສົ່ງອອກພືດທີ່ໃຫ້ນ້ຳມັນ 7,9 ລ້ານໂຕນ.

อาจเป็นรูปภาพของ กลางแจ้ง