ທະນາຄານເຕືອນແລ້ວ ມິດສາຊີບກຳລັງລະບາດ

96

ຕະຫຼອດມື້ນີ້ຫຼາຍຄົນຄົງເຫັນແລ້ວວ່າໄດ້ປະກົດເຫັນວ່າເງິນເສຍໃນບັນຊີ ທີ່ຈີງເປັນແນວໃດເຊື່ອວ່າທຸກຄົນຈະໄດ້ຄຳຕອບຈາກທະນາຄານໄວໆນີ້ ສ່ວນການແຈ້ງຂ່າວນີ້ຄືການລ້ວງເອົາຂໍ້ມູນບັດເອທີເອັມຂອງມິດສາຊີບຢາກໃຫ້ທຸກຄົນມີສະຕິເຈື່ອນຕົວຢູ່ສະເໝີ.

May be an image of text
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນໄດ້ອອກແຈ້ງເຕືອນເປັນສະບັບທຳອິດເຖິງ: ບັນດາລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມລາວໃຫ້ຫມົດໄປ.

May be an image of text

ໃນປະຈຸບັນນີ້ໄດ້ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມດ້ວຍຫຼາຍຮູບຫຼາຍແບບຄືດັ່ງຮູບຂ້າງລຸ່ມນີ້,

May be an image of text

ສະນັ້ນ ຈິ່ງໄດ້ຮຽກຮ້ອງມາຍັງບັນດາທ່ານ ຊ່ວຍເປັນເຈົ້າການນໍາກັນ ເມື່ອເວລານໍາໃຊ້ຕູ້ເອທິເອັມຄວນເອົາໃຈໃສ່ເປັນພິເສດຄວນເອົາມືບັງລະຫັດຂອງຕົນເອງ ເວລາກົດລະຫັດທຸກໆຄັ້ງ, ຄວນມີການປ່ຽນລະຫັດລັບຢູ່ເລື້ອຍໆ ຫຼື ຖ້າຫາກກວດພົບເຫັນອຸປະກອນຄ້າຍຄືກັນກັບຮູບພາບ ລຸ່ມນີ້ແມ່ນໃຫ້ໂທແຈ້ງດ່ວນຫາພະນັກງານທີ່ຮັບຜິດຊອບຕາມເບີລຸ່ມນີ້: