ບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ຊຸກຍູ້ອຸປະກອນກິລາ ມູນຄ່າ 12 ລ້ານກວ່າກີບ ໃຫ້ກົມໃຫຍ່ ຕຳຫຼວດ

98

ບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ຊຸກຍູ້ອຸປະກອນກິລາ ມູນຄ່າ 12 ລ້ານກວ່າກີບ ໃຫ້ກົມໃຫຍ່ ຕຳຫຼວດ ເພື່ອກຽມຄວາມພ້ອມຮ່ວມແຂ່ງຂັນກິລາ ທົ່ວກຳລັງ ປກສ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ຫຼື ປກສ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງ ກົມໃຫຍ່ ຕຳຫຼວດ ຄົບຮອບ 47 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້.

ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນ ໃນຕອນບ່າຍມື້ນີ້ (9 ມີນາ) ທີ່ກົມໃຫຍ່ ຕຳຫຼວດ (ເຂດຫຼັກ 4) ເມືອງສີສັດຕະນາກ ເປັນການກ່າວມອບໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ, ຜູ້ບໍລິຫານສະໜາມກິລາບານເຕະຫຍ້າທ່ຽມ ເຟີຣາຣີ ທັງເປັນປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ແລະ ກ່າວຮັບແມ່ນທ່ານ ພັອ ບຸນຫຼວງ ວິໄລສຸກ ຄະນະພັກກົມໃຫຍ່ ຕຳຫລວດ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ ຕຳຫລວດ, ມີທ່ານ ພັທ ຄຳສະຫວັນ ສຸທຳມະວົງ ຮັກສາການເລຂາຊາວໜຸ່ມ ກົມໃຫຍ່ ຕຳຫລວດ ພ້ອມດ້ວຍສະມາຊິກທັງສອງພາກສ່ວນເຂົ້າຮ່ວມເປັນສັກຈີພິຍານ.

ສຳລັບເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້ ປະກອບມີ ເຄື່ອງກິລາ 30 ກວ່າຊຸດ, ບານເຕະ 2 ໜ່ວຍ, ນໍ້າດື່ມ 50 ແກັດ ແລະ ອື່ນໆ ລວມມູນຄ່າ 12 ລ້ານກວ່າກີບ.