ຂ່າວດ່ວນ! ຈະສ້າງຂົວຂ້າມທາງແຫ່ງໃໝ່ຂອງລາວຢູ່ເຂດຫຼັກ 5 ນະຄອນຫຼວງ

165

ເພື່ອເປັນການອຳນວຍຄວາມສະດວກແກ່ການຍ່າງຂ້າມທາງຂອງຜູ້ຄົນ ບໍ່ໃຫ້ກະທົບກກັບການສັນຈອນ ທັງມີຄວາມປອດໄພຕໍ່ຜູ້ມີຈຸດປະາສົງຈະຂ້າມທາງ, ນະຄອນຫຼວງມີແຜນຈະສ້າງຂົວຂ້າມຖະໜົນແຫ່ງໃໝ່ຢູ່ເຂດຫຼັກ5 ຕໍ່ຫນ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ ເລີ່ມແຕ່ນີ້ເປັນຕົ້ນໄປ ມີກຳນົດໃຫ້ສຳເລັດພາຍໃນ 4 ເດືອນ.

May be an image of road and sky

ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງ ບັນດາສໍານັກງານ, ອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ ນັບທັງພໍ່ແມ່ປະຊາຊົນ, ນັກທຸລະກິດ, ຊາວຄ້າຂາຍ ແລະ ຜູ້ນໍາໃຊ້ລົດໃຊ້ຖະຫນົນທັງຫມົດ ກ່ຽວກັບການກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະຫນົນ ໄກສອນ ພົມວີຫານ (ຫຼັກ 5 ຕໍ່ຫນ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ).

May be an image of cloud, road and skyscraper

ແຈ້ງການລະບຸວ່າ ເນື່ອງຈາກວ່າສະພາບການສັນຈອນຕົວຈິງເສັ້ນທາງຖະຫນົນ ໄກສອນ ພົມວິຫານ ແມ່ນຫນາແຫນ້ນ ແລະ ສັບສົນ ເປັນຕົ້ນແມ່ນໂມງເຂົ້າການ ແລະ ເລີກການ ແມ່ນມີລົດມາຈອດແຄມທາງເພື່ອຮັບສົ່ງນັກຮຽນ ມີນັກຮຽນ ຍ່າງຂ້າມທາງ ເພື່ອເປັນການຊ່ວຍຫຼຸດຜ່ອນ ແລະ ແກ້ໄຂການສັນຈອນແອອັດ, ແນໃສ່ເຮັດໃຫ້ການສັນຈອນໄປມາ ຂອງພາຫະນະມີຄວາມສະດວກວ່ອງໄວ ແລະ ໃຫ້ມີຄວາມປອດໄພ.

May be an image of sky and road

ດັ່ງນັ້ນ, ນັບແຕ່ວັນທີ 08 ມີນາ 2023 ຈະໄດ້ເລີ່ມລົງມືກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະຫນົນໄກສອນ ພົມວິຫານ (ຫຼັກ 5 ຕໍ່ຫນ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ) ເປັນຕົ້ນໄປ ມີກໍານົດ 4 ເດືອນ ໃນນັ້ນຈະໄດ້ອ້ອມຮົ້ວບໍລິເວນຕີນເສົາ 2 ເບື້ອງ ທີ່ມີການກໍ່ສ້າງເປັນໄລຍະເວລາ 4 ເດືອນ.

May be an image of 1 person and road

ພ້ອມດຽວກັນນີ້ ຈະໄດ້ອ້ອມຝາ ກັ້ນດ້ວຍອາລູຊິງນໍ້າຫນຶ່ງເວລາປະກອບຂາງຂົວ ເປັນໄລຍະເວລາ 10 ວັນ ແມ່ນສໍາເລັດ ບໍ່ພຽງເທົ່ານີ້ຍັງຈະໄດ້ຕັນດອນກາງທາງບ່ອນລົດລ້ຽວກັບເປັນການຊົ່ວຄາວໃນໄລຍະເວລາມີການກໍ່ສ້າງຕື່ມອີກ ສະນັ້ນຂໍໃຫ້ນັກຂັບຂີ່ທຸກຄົນຕ້ອງໄດ້ປະຕິບັດຕາມລະບຽບ ແລະ ປະຕິບັດຕາມການລະບາຍລົດຂອງເຈົ້າຫນ້າທີ່ຕາມຈຸດຕ່າງໆ.
ຊ່ວງເວລາມີການກໍ່ສ້າງປະເພດລົດຂົນສົ່ງສິນຄ້າ ແລະ ໂດຍສານຂະຫນາດໃຫຍ່ ບໍ່ມີຄວາມຈໍາເປັນຫ້າມບໍ່ໃຫ້ມາ ນໍາໃຊ້ເສັ້ນທາງນີ້ ໃຫ້ໄປນໍາໃຊ້ເສັ້ນທາງອື່ນແທນ ຈົນກວ່າການກໍ່ສ້າງສໍາເລັດ.