ຜ່ານມາມີກອງປະຊຸມຫຼາຍຄັ້ງກ່ຽວກັບກັບການຄ້າຄຸ້ມສິນຄ້າ ແລະລາຄາສິນຄ້າບໍລິໂພກຢູ່ປະເທດເຮົາ ແຕ່ກໍ່ຫາຄຳຕອບໄດ້ຍາກ ເນື່ອງຈາກປັດໄຈອັນເປັນພື້ນຖານຢູ່ປະເທດເຮົາຍັງມີຄວາມຫຍຸ້ງຍາກ ເປັນຕົ້ນບັນຫາຝຸ່ນປຸຍທີ່ເປັນຕົ້ນຕໍຂອງການຜະລິດກະສິກຳທີ່ຕິດພັນກັບປາກທ້ອງຂອງພໍ່ແມ່ປະຊາຊົນຍັງມີຢູ່ຢ່າງຈຳກັດ ເມື່ອຊາວກະສິກອນຕ້ອງຊື້ປັດໄຈການຜະລິດທຸກຢ່າງໃນລາຄາແພງທ່າມກາງອັດຕາແລກປ່ຽນທີ່ຜັນຜວນຈິ່ງຫຼີກບໍ່ໄດ້ທີ່ຈະໄດ້ຂາຍສິນຄ້າໃນລາຄາທີ່ສູງ.

ຕໍ່ບັນຫາສິນຄ້າໃນວັນທີ 7 ມີນາຜ່ານມາໄດ້ມີກອງປະຊຸມຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຄັ້ງທີ 4 ຕາມຂໍ້ຕົກລົງ 126/ນຍ ຄັ້ງທີ I ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເພື່ອສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມທັງປຶກສາຫາລື, ປະກອບຄໍາຄິດເຫັນໃສ່ແຜນການເຄື່ອນໄຫວວຽກງານຈຸດສຸມ ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 126/ນຍ ປະຈໍາປີ 2023), ບັນຫາປິ່ນອ້ອມ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ລະຫວ່າງຂະແໜງການກ່ຽວຂ້ອງ ທີ່ຂຶ້ນກັບພາລະບົດບາດຂອງແຕ່ລະຂະແໜງການໃຫ້ໄດ້ຮັບໝາກຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ປະຈຳການຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ໃຫ້ຮູ້ວ່າ: ປີ 2022 ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ສໍາເລັດການກໍານົດລາຍການສິນຄ້າຄວບຄຸມລາຄາ ແລະ ຄ່າບໍລິການ ເພື່ອແກ້ໄຂບັນຫາລາຄາສິນຄ້າ, ຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນສູນກາງ ໄດ້ອອກນິຕິກໍາຕ່າງໆ ເປັນແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດ; ໄດ້ອອກແຈ້ງການສະບັບເລກທີ 1825/ ອຄ, ລົງວັນທີ 9/12/2022 ເຖິງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັນແຂວງ ໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ.

ນອກຈາກນັ້ນ, ຍັງໄດ້ປະສານ, ຊຸກຍູ້ບັນດາຂະແໜງການຕ່າງໆ ທັງພາກລັດ ແລະ ເອກະຊົນ ໂດຍສະເພາະ ແມ່ນປະສານສົມທົບກັບຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການນະຄອນຫລວງວຽງຈັນ ຄົ້ນຄວ້າຄືນລະອຽດບັນດາລາຍຈ່າຍຕົວຈິງ ໃນໂຄງປະກອບລາຄາຊີ້ນໝູ ແລະ ເຂົ້າກິນ ເພື່ອໃຫ້ສອດຄ່ອງກັບຕົ້ນທຶນຕົວຈິງ, ຊຸກຍູ້ ບໍລິສັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດ ນໍາໃຊ້ເຂົ້າສານໜຽວປະເພດ 2 ໃນໂຄງການຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫລາດ ຈໍານວນ 340 ໂຕນອອກມາຂາຍໃນລາຄາ 9.700 ກີບ/ກິໂລ (ລາຄາແຊກແຊງ) ຊຶ່ງເລີ່ມຂາຍຕັ້ງແຕ່ວັນທີ 24 ຕຸລາ-24 ທັນວາ 2022 ແລະ ໂຄງການທົດລອງຂາຍຊີ້ນໝູໃນລາຄາຊີ້ນຳ ແມ່ນໄດ້ສິ້ນສຸດລົງ ໃນວັນທີ 4 ພະຈິກ 2022.

ເພື່ອສືບຕໍ່ ແລະ ປັບປຸງແກ້ໄຂ ບັນຫາການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ 126/ນຍ ກຳນົດມາດຕະການ ແລະ ທິດທາງ ໃນຕໍ່ໜ້າຄື: ກະຕຸກ-ຊຸກຍູ້ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນທ້ອງຖິ່ນ ໃຫ້ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການກໍານົດໂຄງປະກອບລາຄາສິນຄ້າ ຕາມບັນຊີ (ກ) ແລະ ສິນຄ້າທີ່ຕ້ອງຕິດຕາມການເໜັງຕີງຂອງລາຄາ ຕາມບັນຊີ(ຂ) ທີ່ຂັ້ນສູນກາງມອບໃຫ້ຂັ້ນທ້ອງຖິ່ນ ຮັບຜິດຊອບໃຫ້ຮູ້ໄດ້ສາເຫດການຂຶ້ນລາສິນຄ້າ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ, ປະສານສົມທົບ ເຊິ່ງກັນ ແລະ ກັນ ລະຫວ່າງຂະແໜງ ການພາຍໃນ.

ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຂັ້ນສູນກາງ-ຂັ້ນທ້ອງຖິ່ນ) ຄົ້ນຄວ້າວິທີການ-ກົນໄກຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ໃຫ້ແທດເໝາະກັບແຕ່ລະປະເພດສິນຄ້າ ແລະ ຄ່າບໍລິການ ທີ່ຄວບຄຸມລາຄາ ໂດຍກໍານົດໂຄງປະກອບລາຄາໃນແຕ່ລະຂອດ ເປັນພື້ນຖານ ເພື່ອຮັບປະກັນຄວາມເປັນທໍາໃຫ້ຜູ້ຊົມໃຊ້, ຜູ້ຜະລິດ ຫລື ຜູ້ປະກອບການ ແລະ ພາກລັດ,ຕິດຕາມ, ຄຸ້ມຄອງລາຄາສິນຄ້າ; ສືບຕໍ່ຊຸກຍູ້ຄົ້ນຄວ້າ ນຳເຂົ້າສິນຄ້າຈາກແຫລ່ງໃໝ່, ສົ່ງເສີມອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການປຸງແຕ່ງພາຍໃນ, ຮ່ວມເຮັດວຽກກັບກະຊວງກະສິກໍາ ແລະ ປ່າໄມ້, ເລີ່ມຕັ້ງແຕ່ຂັ້ນເມືອງໃຫ້ມີລະບົບສະໜອງສະຖິຕິຂໍ້ມູນການຜະລິດສິນຄ້າພາຍໃນ ແລະ ແຜນການຜະລິດອອກໃນແຕ່ລະໄລຍະ ເພື່ອສາ ມາດເຮັດການດຸ່ນດ່ຽງພາຍໃນ ແລະ ນຳເຂົ້າ-ສົ່ງອອກ ທັງຮັບປະກັນໃຫ້ມີສິນຄ້າສະໜອງ ໄດ້ຕາມຄວາມຕ້ອງການ ແລະ ປ້ອງກັນບໍ່ໃຫ້ລາຄາສິນຄ້າແພງຂຶ້ນເກີນຄວາມເປັນຈິງ ແລະ ອື່ນໆ.