ປູກພຶດ 3 ຊະນິດເທົ່ານັ້ນ ມີລາຍຮັບປີລະເກືອບ 60 ລ້ານ

80

ຖ້າດຸໝັ່ນບໍ່ຕິວຽກຕິງານເຮັດຫຍັງກໍຄືເປນັເງິນເປັນຄຳ ອາດບໍ່ເຖິງລ້ຳລວຍ ແຕ່ຍອດຂາຍດີມີລາຍຮັບນັ້ນຄືຄວາມປາຖະໜາຂອງຫຼາຍໆຄົນແຕ່ມີໜ້ອຍຄົນທີ່ເຮັດໄດ້ເພາະກະສິກຳເປັອີຫຍັງທີ່ລຳບາກ ແຕ່ຖ້າເຮັດໄດ້ຄື ຄອບຄົວທ່ານຄຳໂອດ ກໍຖືເປັນຕົວແບບທີ່ໜ້າຊົມເຊີຍຫຼາຍ.

May be an image of 1 person and outdoors

ການປູກພຶດລະດູແລ້ງເປັນອີກຊອ່ງທາງໜຶ່ງທີ່ສ້າງລາຍຮັບໃຫ້ຄອບຄົວໄດ້ດີ ເຮັດໃຫ້ຄອບຄົວມີຢູ່ມີກິນ ດັ່ງຄອບຄົວຂອງ ທ່ານ ຄໍາໂອດ ໄຊຍະລາດ ອາຍຸ 57 ປີ ແລະ ທ່ານ ນາງມຸ່ຍ ໄຊຍະລາດ ອາຍຸ 42 ປີ ອາຊີບປະຊາຊົນ ບ້ານ ດົງບາກໃໝ່ ຫີນຄໍາ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຄອບຄົວຂອງລາວມີ ທັງໜົດ 6 ຄົນ, ແຮງງານ ສົມບູນ 4 ຄົນ. ທີ່ຖືເອົາການປູກພຶດເປັນສີນຄ້າເປັນອາຊີບ ເປັນຕົ້ນ: ປູກໝາກໂມ, ໜາກແຕງ ແລະ ໜາກຖົ່ວ… ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ເກືອບ 60 ລ້ານກີບຕໍ່ປີ.

May be an image of 1 person, standing and outdoors
ທ່ານ ຄໍາໂອດ ໄຊຍະລາດ ເວົ້າສູ່ຟັງວ່າ: ເມື່ອກອ່ນຄອບຄົວຂອງຕົນມີ ອາຊີບເຮັດນາ, ເປັນກຳມະກອນທົ່ວໄປ, ປູກພຶດຜັກສວນຄົວພໍແຕ່ກຸ້ມກີນ ແລະ ຂາຍເລັກໜອ້ຍ ຍ້ອນເຫັນວ່າຕະຫຼາດມີຄວາມຕອ້ງການຫຼາຍ ບວກກັບພັກ-ລັດຖະບານໄດ້ມີແນວທາງຊຸກຍູ້ສົ່ງເສີມປະຊາຊົນໃຫ້ຜະລິດກະສິກໍນເປັນສີນຄ້າ, ຕົນເອງກັບຄອບຄົວຈຶ່ງມີແນວຄິດຢາກທົດລອງປູກພຶດເປັນສີນຄ້າມາຮອດປີ 2017 ຈຶ່ງຕັດສິນໃຈປູກໜາກຖົວຜັກຍາວ, ໜາກແຕງ ແລະໝາກໂມ ເບື້ອງຕົ້ນ: ໄດ້ມີເນື້ອທີ່ປູກ 6 ພັນຕາແມັດ, ສ່ວນແນວພັນ ໄດ້ຈາກຫ້ອງການກະສິກໍາເມືອງສະໜາມໄຊ ສະໜອງໃຫ້ໃນປີທຳອິດສາມາດຂາຍເປັນເງິນໄດ້ 18 ລ້ານກີບຕໍ່ປີ ຫັກຄ່າຈ່າຍອື່ນໆ ຍັງເຫຼືອ 17 ລ້ານກີບ, ເຫັນວ່າມີລາຍໄດ້ດີໃນປີ 2018 ແລະ ມາຮອດປັດຈຸບັນໄດ້ຂະຫຍາຍເນື້ອທີ່ປູກອອກຕື່ມອີກລວມເປັນ 1 ເຮັກຕາ,ໃນນີ້ເຊົ່າເຂົາເຈົ້າ 6000 ກວ່າ ຕາແມັດ ແລະ ໄດ້ແບ່ງເນື້ອທີ່ອອກເປັນສາມສ່ວນ ປູກໝາກຖົ່ວຜັກຍາວ, ໜາກແຕງ ແລະໝາກໂມ.

May be an image of 1 person, tree and outdoors

ແຕ່ເລີ່ມ ລົ່ງມືປູກເປັນໄລຍະ 3 ເດືອນກໍ່ສົ່ງອອກຂາຍຕະຫຼາດໄດ້ໃນປີ 1 ສາມາດ ຈໍາໜ່າຍຕະຫຼາດໄດ້ສາມຊຸດ ແລະ ສ້າງລາຍຮັບເຂົ້າຄອບຄົວໄດ້ເກືອບ 60 ລ້ານກີບຕໍ່ປີ ເຮັດໃຫ້ຊິວິດການເປັນຢູ່ຂອງຄອບຄົວຕົນດີຂື້ນທຽບໃສ່ເມື່ອກ່ອນ.

ທ່ານ ຄໍາໂອດ ໄຊຍະລາດ ບອກວ່າ: ການປູກໝາກຖົ່ວ, ໜາກໂມ ແລະ ໝາກແຕງ ທີ່ໃຫ້ຜົນຜະລິດ ແລະມີການຈະເລີນເຕີບໂຕງອກງາມໄດ້ດີແມ່ນປູກໃນໄລຍະຕົ້ນເດືອນ ທັນວາ ຫາເດືອນ ມີນາ ສ່ວນການບົວລະບັດຮັກສາ ແມ່ນມີວິທີການງ່າຍໆພຽງແຕ່ ມີການວາງແຜນໃຫ້ທຸກຄົນໃນຄອບ ໄດ້ມີຄວາມຮັບຜິດຊອບໃຜລາວ ແລະ ມີໜ້າທີ່ເຮັດວຽກຊ່ວຍກັນເຊັ້ນ: ກຽມດີນ, ເລືອກຝຸ່ນທີ່ເໝາະກັບພຶດ ນອກນີ້ ແມ່ນຂື້ນກັນຄວາມດຸໝັ່ນຂະຫຍັນພຽນ, ຄວາມມັກຮັກໃນການປູກຝັງແລະມັກຮັກໃນການສືກສາຄົ້ນຄວ້າຮໍາຮຽນວິທີການປູກການຕ່າງໆນຳໂລກອອນລາຍສາມາດເລືອກຮຽນໄດ້ມີຫຼາຍຊ່ອງທາງ.

May be an image of tree and nature

ສໍາລັບ ຝຸ່ນທີ່ຕົນເຄີຍໃຊ້ສ່ວນຫຼາຍແມ່ນເນັ້ນໃສ່ຝຸ່ນຄອກ, ກັບຈຸລີນຊີສັງເຄາະແສງແລະເອົາໃຈໃສ່ບົວລະບັດຮັກສາ, ຕິດຕາມ ສັດຕູພຶດ, ການໃຫ້ນໍ້າພຽງພໍກັບຄວາມຕ້ອງການຂອງພຶດ, ຫຼົກຫຍ້າ ແຕ່ສິ່ງສໍາຄັນແມ່ນປັດໃຈພື້ນຖານການຜະລິດ ເຊັ່ນ: ເນື້ອທີ່ການຜະລິດຕ້ອງມີໄຟຟ້າ ແລະ ສະໜອງນໍ້າໃຫ້ພຽງພໍ ຈິ່ງຈະປະສົບຜົນສໍາເລັດໄດ້.

 

ຈາກການປູກຜັກສວນຄົວຄືແນວນັ້ນ ເຮັດໃຫ້ຄອບຄົວ ຂອງຕົນມີຊິວິດການເປັນຢູ່ດີຂຶ້ນ ມີເຮືອນຢູ່ຖາວອນ 3 ຫຼັງໃນນີ້ເຮືອນຊ່ວຍເຫຼືອຈາກຜູ້ປະສົບໄພເມືອງສະໜາມໄຊ 1 ຫຼັງ ແລະໄດ້ສົ່ງລູກຮຽນມັດທະຍົມ, ມີລົດຈັກ 5 ຄັນ, ລົດໄຖນາ 2 ຄັນ, ລົດຮອນໄດ 1 ຄັນ, ຈັກກ້ວນດິນ 1ເຄື່ອງ, ກາຍເປັນຄອບຄົວຕົວແບບໃນການຜະລິດກະສິກໍາເປັນສີນຄ້າດັ່ງ ທ່ານ ສົມນຶກ ແກ້ວຄໍາໃບ ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສະໜາມໄຊ ໄດ້ຢັ້ງຢືນວ່າ: ຄອບຄົວທ່ານຄໍາໂອດ ໄຊຍະລາດກໍ່ເປັນອີກ ຄອບຄົວໜຶ່ງທີ່ທາງຫ້ອງການກະສີກໍາ ແລະ ປ່າໄມ່ເມືອງໄດ້ຊຸກຍູ້ສົ່ງເສີມໃຫ້ປູກພຶດລະດູແລງຂາຍເປັນສີນຄ້າ, ຢ່າງຕໍ່ເນື່ອງເຫັນຄອບຄົວຂອງເພິ່ນມີຄວາມດຸໝັນ, ເຮັດແທ້ທໍາຈິງ.