ໂຍທາ ເມືອງຫາດຊາຍຟອງ ແລະ ສະມາຄົມລົດບັນທຸກ 6 ລໍ້ຮ່ວມ ສ້າງຂະບວນການສະຫຼອງວັນແມ່ຍິງສາກົນ

151

ໃນທ້າຍອາທິດທີ່ຜ່ານມານີ້ ທາງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງກາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບ ສະມາຄົມຜູ້ປະກອບການດ້ານການຂົນສົ່ງແຮ່ຫີນ-ຊາຍລົດບັນທຸກ 6 ລໍ້ນ້ອຍພາຍໃນເມືອງ ເຊີ່ງພ້ອມກັນຈັດຕັ້ງສ້າງຂະບວນການເຮັດກິດຈະກໍາອານາໄມລ້າງເສັ້ນທາງເພື່ອສະເຫຼີມສະຫຼອງໃນວັນແມ່ຍິງສາກົນທີ່ມີວາລະຄົບຮອບ 113 ປີ ຄືວັນທີ 8 ມີນາ 1910-8 ມີນາ 2023 ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີສີສັນທີ່ເປັນຂະບວນການຕໍ່ເນື່ອງຕະຫຼອດພາຍໃນເດືອນ ມີນາ ນີ້.

No description available.

ກິດຈະກໍາດັ່ງກ່າວຖືກຈັດຂື້ນໂດຍ ທາງຫ້ອງການໂຍທາທິການ-ຂົນສົ່ງ ແລະ ສະມາຄົມລົດບັນທຸກ 6 ລໍ້ນ້ອຍ ແມ່ນໄດ້ນໍາເອົາລົດບັນທຸກນໍ້າຂະໜາດ 1,200 ລິດ ເພື່ອມາສີດລ້າງຕາມເສັ້ນທາງນັບຕັ້ງແຕ່ຈຸດສາມແຍກຖະໜົນ 450 ປີ ເລີ່ມຕົ້ນຢູ່ຈຸດບ້ານທ່ານາແລ້ງລົງໄປຕາມເສັ້ນທາງຖະໜົນທ່າເດື່ອ R11 ຕອນໃຕ້ ແລະ ຈຸດສິ້ນສຸດຢູ່ເຂດບ້ານທ່າເດື່ອ ເຊີ່ງມີຄວາມຍາວໂດຍລວມປະມານ 5 ກິໂລແມັດ.

No description available.

ໃນນັ້ນ ໄດ້ນໍາໃຊ້ລົດຂົນນໍ້າຈໍານວນ 4 ທ້ຽວ ເພື່ອມາສີດລ້າງອານາໄມເສດຝຸ່ນດິນ ແລະ ຂີ່ເຫຍື່ອອື່ນໆທີ່ຕົກຄ້າງຢູ່ຕາມເສັ້ນທາງ ແລະ ຂອບທາງອອກໄປ.

No description available.

ທັງນີ້  ກໍ່ເພື່ອອານາໄມເຮັດໃຫ້ຖະໜົນຫົນທາງມີຄວາມສະອາດຈົບງາມໂດຍສະເພາະແມ່ນລຽບຕາມແຄມທາງ ທັງສອງຟາກ ນອກນັ້ນການຈັດຂະບວນການດັ່ງກ່າວແມ່ນເປັນການສ້າງອໍານວຍຄວມສະດວກໃນເວລາທີ່ຜູ້ຂັບຂີ່ສັນຈອນໄປມາ ຫຼີກລ້ຽງອຸບັດເຫດທີ່ອາດເກີດຂື້ນ ແລະ ທີ່ສໍາຄັນແມ່ນເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວນີ້ບໍ່ມີເສດຝຸ່ນດິນ ແລະ ສີ່ງເປື້ອນເປີະທີ່ຕົກຄ້າງຢູ່ຕາມເສັ້ນທາງແຫ່ງນີ້ອີກດ້ວຍ.

No description available.