ມຽນມາ ສົ່ງອອກຢາງພາລາບັນລຸ 200.000 ໂຕນ

71

ສະຖານີໂທລະພາບ ແຫ່ງຊາດ ມຽນມາ (MRTV) ລາຍງານວ່າ: ນັບແຕ່ເດືອນເມສາ 2022 ຫາ ເດືອນກຸມພາ 2023 ມຽນມາໄດ້ສົ່ງອອກ ຢາງພາລາຫຼາຍກວ່າ 200.000 ໂຕນ ສ່ວນໃຫຍ່ສົ່ງອອກໄປຕະຫຼາດຈີນ ກວມເອົາ 75% ຂອງການສົ່ງອອກຢາງພາລາຂອງມຽນມາທັງໝົດ.

ນອກຈາກນີ້, ມຽນມາ ຍັງສົ່ງອອກຢາງພາລາ ໄປຍັງ ສ. ເກົາຫລີ, ອິນເດຍ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະ ຍີ່ປຸ່ນ. ໂດຍຕົວເລກ ທາງການທີ່ເຜີຍແຜ່ເມື່ອບໍ່ດົນມານີ້ ລະບຸວ່າ ມຽນມາ ໄດ້ຕັ້ງເປົ້າໝາຍສົ່ງອອກຢາງພາລາປະມານ 300.000 ໂຕນໃນສົກປີງົບປະມານນີ້.

ທັງນີ້ ເນື້ອທີ່ຜະລິດຢາງພາລາສ່ວນໃຫຍ່ຂອງມຽນມາ ຢູ່ໃນລັດມະອູ, ຮອງລົງມາແມ່ນເຂດຕະນາວສີຣີ ແລະ ລັດກະຣ່ຽງ. ນອກຈາກນີ້ ຍັງຢູ່ໃນພາກພື້ນ ພະໂຄອິຣວາດີ ແລະ ຢ້າງກຸ້ງ ລວມເຖິງ ລັດສານ ແລະ ລັດຄະສິນ ອີກດ້ວຍ.
ປັດຈຸບັນ, ມຽນມາ ມີເນື້ອທີ່ ປູກຢາງພາລາປະມານ 1,64 ລ້ານເຮັກຕາ ແລະ ຄາດວ່າ ຈະຜະລິດຢາງພາລາໃຫ້ໄດ້ປະມານ 400.000 ໂຕນໃນປີ 2023.