ຢູ 12 W.I.G (A) ບຽດຊະນະ ທີມຈາກຫຼວງພະບາງ ຄວ້າແຊັມ Leaders Cup 2023

90

W.I.G NAGA ສະໂມສອນເຍົາວະຊົນລາວ ໃນຮຸ່ນອາຍຸບໍ່ເກີນ 12 ທີມ A ປະກາດສັກດາອີກຄັ້ງໃນການຄວ້າແຊັມລາຍການທີ່ ສປປ ລາວ ຫຼ້າສຸດສາມາດເອົາຊະນະ PKP LuangPrabang ສະໂມສອນເຍົາວະຊົນຈາກຫຼວງພະບາງ 1-0 ໃນການແຂ່ງຂັນບານເຕະ Leaders Cup ຄັ້ງທີ IV ປະຈຳປີ 2023 ຄວ້າແຊັມໄປຄອງເມື່ອວັນທີ 4 ມີນາ 2023, ສ່ວນລາງວັນດາວຍິງສູງສຸດຂອງຕົກເປັນຂອງ ທ້າວ ອານຸສັກ ວິໄລກຸນ ( ບ້ຽວເກດ ) ກອງໜ້າຂອງ W.I.G (A) ທີ່ເປັນນັກເຕະນ້ອຍທີ່ສຸດຂອງທີມພຽງອາຍຸ 7 ປີ.

ການແຂ່ງຂັນບານເຕະເຍົາວະຊົນລາຍການ Leaders Cup ຄັ້ງທີ IV ປະຈຳປີ 2023 ຈັດຂຶ້ນເປັນໄລຍະ 2 ອາທິດ ແຂ່ງສະເພາະວັນເສົາ-ອາທິດ ໂດຍຮອບແບ່ງກຸ່ມ ກັບ ຮອບ 8 ທີມສຸດທ້າຍແຂ່ງຂັນ 25-26 ກຸມພາ 2023 ແລະ ຮອບ 4 ທີມສຸດທ້າຍ ກັບ ຮອບຊີງຊະນະເລີດແຂ່ງຂັນວັນທີ 4 ມີນາ 2023 ທີ່ເດີນບານເຕະຫຍ້າທຽມປະສານໃຈ ເຊິ່ງການແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 12 ປີມີິ 11 ສະໂມສອນເຂົ້າຮ່ວມຊີງໄຊຄື: W.I.G NAGA (A), PASANCHAI, COMPAHUK, W.I.G NAGA(B), VIENGCHAN FT, MAZDA GB, MASTER7, KHAMSAI FC, NUII, PKP ແລະ SUPERSATRA.

ປາກົດວ່າ: W.I.G NAGA (A) ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ W.I.G NAGA (B), ສ່ວນ PKP LUANGPHABANG ຜ່ານເຂົ້າຮອບ 4 ທີມໄປພົບ KHAMSAI FC ເຊິ່ງກໍເປັນ W.I.G NAGA (A) ສາມາດຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ PKP LUANGPHABANG ໂດຍເປັນ W.I.G NAGA (A) ທີ່ເອົາຊະນະໄປຫວຸດຫວິດ 1-0 ຄວ້າຂັນແຊັມໄປຄອງ ພ້ອມກັບເງິນລາງວັນ 5.000.000 ກີບ ແລະ PKP LUANGPHAVANG ໄດ້ຂັນອັນດັບ 2 ພ້ອມເງິນລາງວັນ 3.000.000 ກີບ.

ສ່ວນຄູ່ຊີງອັນດັບ 3 W.I.G NAGA (B) ດວນຈຸດໂທດເອົາຊະນະ KHAMSAI FC 5-4 ຫຼັງສະເໝີກັນ 2-2 ຄວ້າຂັນອັນດັບ 3 ພ້ອມເງິນລາງວັນ 2.000.000 ກີບ ຂະນະທີ່ ລາງວັນດາວຍິງສູງສຸດປະຈໍາລາຍການຮຸ່ນອາຍຸບໍ່ເກີນ 12 ປີຕົກເປັນຂອງ ທ້າວ ອານຸສັກ ວິໄລກຸນ ( ບ້ຽວເກດ ) ກອງໜ້າຂອງ W.I.G (A) ທີ່ເປັນນັກເຕະນ້ອຍທີ່ສຸດຂອງທີມພຽງອາຍຸ 7 ປີທີ່ເລື່ອນຂຶ້ນມາຫຼິ້ນຊຸດໃຫຍ່ແຕ່ລະເບີດຟອມເກັ່ງຍິງໄປທັງໝົດ 10 ປະຕູ.
ຂ່າວ: Larh Creators; ຮູບຈາກ: Pernແລ້ວແຕ່ຄິບ