ການທ່ອງທ່ຽວເພື່ອເຂົ້າຮ່ວມ ຫຼີ້ນກີລາກ໊ອຟ ຫຼື ຊື່ພາສາອັງກິດແມ່ນ Golf Tourism, ເປັນປະເພດການທ່ອງທ່ຽວແບບກີລາລະດັບສູງ, ສົມທົບການຕີກ໊ອຟ ແລະ ການຊອກຮູ້ສີ່ງໃຫ່ມໆ, ທ່ຽວຊົມສະໜາມກ໊ອຟ ຫຼື ພັກຜ່ອນຍ່ອນອາລົມ ອ້ອມຮອບສະໜາມກ໊ອຟ ຂະນະທີ່ ຢູ່ ສປປ ລາວ ທ່າອ່ຽງການທ່ອງທ່ຽວປະເພດນີ້ພວມເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍເປັນໜຶ່ງໃນບັນດາປະເພດການທ່ອງທ່ຽວກີລາທີ່ມີການເຕີບໂຕໄວທີ່ສຸດໃນປະຈຸບັນ. ດັ່ງນັ້ນ ມື້ນີ້ພວກເຮົາຈິ່ງນໍາເອົາຄໍາແນະນໍາດັ່ງກ່າວມານໍາສະເໜີ.
ພາຍຫຼັງ ສປປ ລາວ ໄດ້ເປີດປະຕູສູ່ໂລກພາຍນອກມາໄດ້ຫຼາຍປີ, ການທ່ອງທ່ຽວຕີກ໊ອຟແມ່ນໜຶ່ງໃນຮູບການທີ່ໄດ້ສ້າງລາຍຮັບບໍ່ນອ້ຍ ເຂົ້າສູ່ວົງຈອນລາຍໄດ້ຂອງລັດຖະບານ, ສະນັ້ນ ການພັດທະນາເຂົ້າໃນຂົງເຂດນີ້ພວກເຮົາຄວນຈະມີຍຸດທະສາດອັນເຫມາະສົມ, ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ. ເພາະນີ້ແມ່ນຜະລິດຕະພັນໜຶ່ງທີ່ມີຄວາມສາມາດດຶງດູດລູກຄ້າຊັ້ນສູງເຂົ້າມາເພື່ອໃຊ້ສອຍ ແລະ ຈັບຈ່າຍ ຢູ່ ສປປ ລາວ.
ສະນັ້ນ, ການພັດທະນາແຫຼ່ງທ່ອງທ່ຽວ ແລະ ຣີສອດຊັ້ນສູງ, ພ້ອມກັບການສຸມໃສ່ພັດທະນາລະບົບສະໜາມກ໊ອຟໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງທຳມະຊາດທີ່ສວຍສົດງົດງາມຂອງ ປະເທດເຮົາສົມຄວນ ຈະເປັນບັ້ນຮົບຍຸດທະສາດຂອງການພັດທະນາດ້ານການທອ່ງທ່ຽວ, ສ່ວນການເດີນທາງໄປຫລີ້ນກອຟສຳລັບຜູ້ສູງອາຍຸ ແລະ ນັກກ໊ອຟທົ່ວໄປ ເຂົາເຈົ້າຈະໄດ້ເລືອກເອົາສະຖານທີ່ ທີ່ເຫມາະສົມ ແລະ ການເດີນທາງທີ່ສະດວກສະບາຍ ແລະ ມີສະຖານທີ່ທ່ອງທ່ຽວ, ມີທຳມະຊາດທີ່ສວຍສົດງົດງາມ.
ສະຖານທີ່ ທີ່ເຫມາະສົມໃຫ້ແກ່ການຫລີ້ນກ໊ອຟຂອງ ຜູ້ສູງອາຍຸ ກໍ່ຄືນັກກ໊ອຟທົ່ວໄປ ແມ່ນບ່ອນທີ່ມີອາກາດບໍ່ຮ້ອນ ຫຼື ເຢັນເກີນໄປ, ເຂົາເຈົ້າມັກ ອາກາດສົດ ແລະ ຕົ້ນໄມ້ຫຼາຍ. ການໄປທ່ຽວຫຼິ້ນຫາດຊາຍ ແລະ ແຄມແມ່ນໍ້າໃຫ່ຍ, ບືງໃຫຍ່ ທີ່ມີນໍ້າໃສເຢັນສາມາດລອຍນໍ້າຫລີ້ນໄດ້ຍິ່ງຈະເປັນການດີ, ພິເສດແມ່ນເຂດທີ່ມີບໍ່ນໍ້າຮອ້ນ ມັນຈະເປັນການພັກຜ່ອນສະບາຍ, ເພີ່ມພູມຕ້ານທານ, ລຸດຄວາມດັນເລືອດສູງ, ປອ້ງກັນພະຍາດກະດູກພຸ ແລະ ໂລກຫົວໃຈ.
ສິ່ງທີ່ຄວນລະວັງອີກຢ່າງໜຶ່ງ ເມື່ອເລືອກສະຖານທີ່ທ່ອງທ່ຽວກ໊ອຟສຳລັບຜູ້ເຖົ້າແມ່ນຕອ້ງຢູ່ໃກ້ກັບແຫຼ່ງທ່ອງທ່ຽວທີ່ຂ້ອນຂ້າງທັນສະໄໝ ແລະ ພັດທະນາ, ເພື່ອປ້ອງກັນຍາມເມື່ອມີຄວາມຕ້ອງການໃຫ້ມີຄວາມຊ່ວຍເຫຼືອຈາກສະຖານທີ່ທາງການແພດ. ການເລືອກເວລາໄປທ່ອງທ່ຽວ, ທ່ານຄວນເອົາໃຈໃສ່ກັບລະດູການແລະ ສະພາບອາກາດຂອງຈຸດຫມາຍປາຍທາງ. ຜູ້ສູງອາຍຸບໍ່ມີພະລັງງານຫລາຍ, ສະນັ້ນ, ການເດີນທາງຕ້ອງສະດວກສະບາຍ ໄລຍະການເດີນທາງບໍ່ຄວນແກ່ຍາວ, ຢ່າປ່ອຍໃຫ້ອຸປະສັກດ້ານດິນຟ້າອາກາດທໍາລາຍຄວາມຮູ້ສຶກຂອງການໄປທ່ອງທ່ຽວຫລິ້ນກ໊ອຟ ສໍາລັບຜູ້ສູງອາຍຸ.
ສະນັ້ນ, ການກໍານົດເວລາທີ່ມີຄວາມພິຖີພິຖັນນັ້ນ, ມັນຈະເປັນການຊ່ວຍຮັກສາສຸຂະພາບໃຫ້ແກ່ຜູ້ສູງອາຍຸ ພ້ອມທັງບໍ່ໃຫ້ມີຄວາມກົດດັນດ້ານເວລາ, ພ້ອມນີ້ ພວກເຮົາກໍ່ຈະຕອ້ງໄດ້ສ້າງແຜນສຳຮອງໄວ້ ແລະ ຮູ້ສະຖານທີ່ທ່ອງທ່ຽວເພື່ອປັບປ່ຽນຕາຕະລາງເວລາໃຫ້ຄ່ອງຕົວ ຖ້າມີບັນຫາເຊັ່ນ: ສະພາບອາກາດບໍ່ເໝາະສົມ ຫຼື ພູມສັນຖານທີ່ບໍ່ເປັນມິດກັບຜູ້ສູງອາຍຸ, ສີ່ງທີ່ຕອ້ງມີຄວາມລະມັດລະວັງຫລາຍທີ່ສຸດນັ້ນແມ່ນການເລືອກໂຮງແຮມ ທີ່ພັກໃນເວລາເດີນທາງໄປຕີກ໊ອຟສຳລັບຜູ້ສູງອາຍຸຕ້ອງສະອາດ, ມີສິ່ງອໍານວຍຄວາມສະດວກເຊັ່ນ: ນໍ້າອຸ່ນ, ເຄື່ອງປັບອາກາດ, ເຄື່ອງເປົ່າລົມ, ມີຄຸນນະພາບການບໍລິການທີ່ດີ, ຮັບປະກັນສຸຂະພາບ. ການເລືອກ ໂຮງແຮມໃກ້ກັບໃຈກາງເມືອງ ຫຼື ສະຖານທີ່ທ່ອງທ່ຽວ, ກິນເຂົ້າ, ຫຼື ເສັ້ນທາງໃຫຍ່ຈະເຮັດໃຫ້ການເຄື່ອນຍ້າຍໄປມາສະດວກທຸກຢ່າງ.
ໂຮງແຮມທີ່ຈະພັກຕ້ອງການພື້ນທີ່ ທີ່ສົດຊື່ນ, ງຽບສະຫງົບ, ໂດຍສະເພາະໃນຕອນກາງຄືນເພື່ອຮັບປະກັນການນອນຫລັບທີ່ດີ ແລະ ການຟື້ນຕົວທາງດ້ານຮ່າງກາຍຫຼັງຈາກການຍ່າງທາງນອກຕະຫຼອດມື້. ຜູ້ສູງອາຍຸມັກຈະນອນຍາກ ແລະ ຕື່ນນອນໄດ້ງ່າຍ, ສະນັ້ນ ຢ່າເລືອກໂຮງແຮມທີ່ຢູ່ໃກ້ກັບທາງລົດໄຟ, ທາງຫຼວງ, ໃກ້ສະໜາມບິນ, ຕະຫຼາດເລົ່ານີ້ເປັນຕົ້ນ ຫຼື ພວກເຮົາຈະຕອ້ງຫມັ່ນໄດ້ສັງເກດໃບຫນ້າຂອງຜູ້ສູງອາຍຸໃນລະຫວ່າງຂອງການເດີນທາງ ຖ້າເຫັນວ່າມີສີຫນ້າຜິດປົກກະຕິ, ຫາຍໃຈຍາກ, ເຫື່ອອອກຫລາຍ… ພວກເຮົາຈະຕອ້ງມີວີທີເພື່ອລະດົມ ແລະ ຫາຊອ່ງທາງເພື່ອຊວ່ຍເຫລືອພວກເພີ່ນ.
ກະກຽມແຜນການສຸກເສີນ ເມື່ອເດີນທາງໄປຕີກ໊ອຟສໍາລັບຜູ້ສູງອາຍຸ, ສ່ວນໃຫຍ່ບໍ່ສົນໃຈຊື້ປະກັນໄພ. ແຕ່ສໍາລັບຜູ້ສູງອາຍຸ, ນີ້ແມ່ນມີຄວາມຈໍາເປັນຫຼາຍ, ຖ້າເປັນໄປໄດ້, ຄວນເລືອກຊຸດປະກັນໄພຊັ້ນສູງທີ່ສາມາດຈ່າຍຄ່າໃຊ້ຈ່າຍທີ່ແພງເຊັ່ນ: ຄ່າໂຮງໝໍ, ຢາປົວພະຍາດ ແລະ ອື່ນໆ, ເພື່ອປອ້ງກັນສີ່ງບໍ່ຄາດຝັນຈະເກີດຂຶ້ນພວກເຮົາຄວນໃຫ້ຜູ້ສູງອາຍຸກະກຽມ; ສຳເນົາເອກະສານປະຈຳຕົວ, ບັນທຶກເບີໂທລະສັບ, ວິທີການຕິດຕໍ່ຂອງຍາດພີ່ນ້ອງທີ່ໄປນຳ ແລະ ມອບໃຫ້ຜູ້ເຖົ້າຜູ້ແກ່ທີ່ຢູ່ຂ້າງຄຽງກັນ ໃນກໍລະນີທີ່ຫຼົງກັນ ຫຼື ຫຼົງທາງໃນກຸ່ມ ກໍ່ສາມາດທີ່ຈະມີເອກະສານ ເພື່ອຊອກຫາກັນໄດ້.
ຄົ້ນຄ້ວາຢ່າງລະອຽດກ່ຽວກັບສະຖານທີ່ທີ່ທ່ານຕ້ອງການຈະພາພໍ່ເຖົ້າແມ່ເຖົ້າ ແລະ ພໍ່ແມ່ຂອງທ່ານໄປຕ້ອງຊອກຫາຜູ້ທີ່ມີປະສົບການການເດີນທາງທີ່ພຽງພໍ ເພື່ອນໍາພາກຸ່ມເພື່ອຮັບປະກັນການກໍານົດເສັ້ນທາງດັ່ງກ່າວ ແລະ ເປັນລະບຽບຮຽບຮ້ອຍເທົ່າທີ່ເປັນໄປໄດ້. ຕິດຕໍ່ຄົນຮູ້ຈັກຢູ່ປາຍທາງຖ້າທ່ານຕ້ອງການຄໍາແນະນໍາກ່ຽວກັບເສັ້ນທາງ ຫຼື ສະຖານະການທີ່ບໍ່ຄຸ້ນເຄີຍ ຫຼື ຊື້ທົວການທ່ອງທ່ຽວກ໊ອຟໂດຍສະເພາະສໍາລັບຜູ້ສູງອາຍຸຖ້າທ່ານບໍ່ມີປະສົບການ ແລະ ຄວາມຫມັ້ນໃຈພຽງພໍທີ່ຈະສ້າງເສັ້ນທາງ ແລະ ນໍາພາກຸ່ມຂອງຕົນທ່ອງທ່ຽວຕາມຄວາມປະສົງ
ຂໍ້ມູນຈາກ: ສະໂມສອນກ໋ອຟ ອາວຸໂສລາວ