ການລົງທຶນໃນພັນທະບັດລັດຖະບານ

123

ໃນໄລຍະອາທິດທີ່ຜ່ານມານີ້ ພວກເຮົາຈະໄດ້ເຫັນຂ່າວເລື່ອງການອອກຈຳໜ່າຍພັນທະບັດຄັ້ງທຳອິດຂອງປີ 2023 ເຊິ່ງກໍເປັນຄັ້ງທີສອງ ຫຼື ງວດທີສອງ ຂອງທະນາຄານແຫ່ງ ສປປ ລາວ ໂດຍໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກພໍ່ແມ່ປະຊາຊົນ ເຊິ່ງໃນວັນທີ 28 ກຸມພາທີ່ຜ່ານມາ ແມ່ນເປັນມື້ທຳອິດທີ່ໄດ້ມີການເປີດຂາຍພັນທະບັດຕາມໜ່ວຍບໍລິການຕ່າງໆ ເຮັດໃຫ້ມີພໍ່ແມ່ປະຊາຊົນຈຳນວນຫຼວງຫຼາຍໄດ້ຍາດແຍ່ງກັນເຂົ້າໄປຊື້ຕາມແຕ່ລະໜ່ວຍບໍລິການ ດັ່ງທີ່ໄດ້ປາກົດເປັນຂ່າວໃນໄລຍະທີ່ຜ່ານມາ ເຮົາຈະເຫັນໄດ້ວ່າພໍ່ແມ່ປະຊາຊົນໃຫ້ຄວາມສົນໃຈໃນການ ຊື້ – ການລົງທຶນໃນພັນທະບັດນີ້ຫຼາຍ, ດັ່ງນັ້ນມື້ນີ້ ໃນຄໍລໍາການເງິນ – ການລົງທຶນ ເຮົາຈະມາທຳຄວາມຮູ້ຈັກກັນວ່າພັນທະບັດແມ່ນຫຍັງ, ມີຂໍ້ດີ ແລະ ຂໍ້ເສຍຄືແນວໃດ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກັນຕື່ມ ກ່ຽວກັບພັນທະບັດ.

ພັນທະບັດ ແມ່ນເຄື່ອງມືທາງດ້ານການເງິນປະເພດໜີ້ ເຊິ່ງມີຈຸດປະສົງເພື່ອລະດົມທຶນໂດຍການກູ້ຢືມໃນໄລຍະໃດໜຶ່ງ ໂດຍທົ່ວໄປຜູ້ຖືພັນທະບັດແມ່ນມີຖານະເປັນເຈົ້າໜີ້ ແລະ ຈະໄດ້ຮັບການຄໍ້າປະກັນວ່າຈະໄດ້ຮັບເງິນຕົ້ນຄືນພ້ອມດ້ວຍດອກເບ້ຍໃນໄລຍະເວລາໃດໜຶ່ງທີ່ແນ່ນອນ ( ໃນມື້ຄົບກຳນົດ ), ພັນທະບັດທີ່ອອກໂດຍລັດຖະບານຈະຖືກເອີ້ນວ່າ: ພັນທະບັດລັດຖະບານ ພັນທະບັດລັດຖະບານ ແມ່ນເປັນຮູບແບບໜຶ່ງຂອງການລົງທຶນທີ່ມີຄວາມໜ້າເຊື່ອຖືສູງ ແລະ ເປັນຮູບແບບຂອງການອອມເງິນຢ່າງໜຶ່ງ ແຕ່ໃຫ້ຜົນຕອບແທນດີກວ່າການອອມເງິນໃນຮູບແບບຂອງການຝາກປະຈຳ ຫຼື ຝາກເພື່ອກິນດອກເບ້ຍ ເພາະໃຫ້ດອກເບ້ຍທີ່ສູງກວ່າ. ພັນທະບັດລັດຖະບານ ແມ່ນອອກໂດຍໜ່ວຍງານຂອງລັດຖະບານ ຫຼື ລັດວິສາຫະກິດ ເຊິ່ງຜູ້ຊື້ ຫຼື ນັກລົງທຶນມີສະຖານະເປັນເຈົ້າໜີ້ ທີ່ຈະໄດ້ຮັບການຊຳລະໜີ້ ແລະ ຜົນປະໂຫຍດອື່ນໆ ເຊັ່ນ: ດອກເບ້ຍ ຈາກລູກໜີ້ ກໍຄືລັດຖະບານ ຫຼື ໜ່ວຍງານທີ່ອອກພັນທະບັດນັ້ນ.

ວິທີການລົງທຶນໃນພັນທະບັດນັ້ນພຽງແຕ່ເຮົານຳເອົາເງິນໄປຊື້ພັນທະບັດທີ່ທະນາຄານໃຫ້ບໍລິການໃນໄລຍະເວລາທີ່ກຳນົດ ເຊິ່ງຂໍ້ດີຂອງພັນທະບັດລັດຖະບານກໍຄື ມີຄວາມສ່ຽງຕ່ຳ, ບໍ່ມີການສູນເສຍເງິນຕົ້ນ, ໄດ້ຮັບຜົນຕອບແທນດີ ຫຼື ໄດ້ຮັບອັດຕາດອກເບ້ຍທີ່ສູງ ໂດຍອັດຕາດອກເບ້ຍແມ່ນເປັນໄປຕາມສັນຍາທີ່ໄດ້ກຳນົດໄວ້ ຫຼື ອີກຄວາມໝາຍໜຶ່ງກໍຄື ພຽງແຕ່ເຮົາຊື້ພັນທະບັດມາເກັບໄວ້ຈົນເຖິງເວລາທີ່ກຳນົດທີ່ຈະຕ້ອງຖອນຕາມໄລຍະເວລາຂອງສັນຍາ ກໍຈະໄດ້ຮັບເງິນຄືນ ພ້ອມກັບດອກເບ້ຍ.

ເມື່ອເຫັນຂໍ້ດີຂອງການຊື້ພັນທະບັດແລ້ວ ເຮົາມາເບິ່ງຂໍ້ເສຍຂອງການຊື້ພັນທະບັດວ່າມີຄືແນວໃດ ເນື່ອງຈາກວ່າການຊື້ພັນທະບັດກໍເປັນໜຶ່ງໃນຮູບແບບການລົງທຶນ, ດັ່ງນັ້ນຈຶ່ງປາສະຈາກບໍ່ໄດ້ທີ່ຈະມີ ຄວາມສ່ຽງເຖິງວ່າຈະມີຢູ່ໜ້ອຍກໍຕາມ ເຊິ່ງປະກອບມີຄື: ຄວາມສ່ຽງດ້ານອັດຕາດອກເບ້ຍ ໃນກໍລະນີທີ່ມີການປັບອັດຕາດອກເບ້ຍໃຫ້ສູງຂຶ້ນໃນການຂາຍພັນທະບັດຄັ້ງຕໍ່ໄປ ເຮົາກໍຈະເສຍໂອກາດທີ່ຈະໄດ້ຮັບດອກເບ້ຍທີ່ສູງຂຶ້ນ ເນື່ອງຈາກເຮົາໄດ້ຊື້ໄປກ່ອນໜ້ານີ້ແລ້ວ, ຄວາມສ່ຽງເລື່ອງສະພາບຄ່ອງທາງດ້ານການເງິນ ເນື່ອງຈາກວ່າການຊື້ພັນທະບັດ ແມ່ນມີກຳນົດເວລາທີ່ແນນອນ ເຊິ່ງເຮົາຈຳເປັນຈະຕ້ອງຖືໃຫ້ຄົບຕາມສັນຍາ ຈຶ່ງຈະສາມາດໄດ້ຮັບເງິນຄືນ ຖ້າເຮົາມີເລື່ອງຈຳເປັນທີ່ຈະຕ້ອງໃຊ້ເງິນດັ່ງກ່າວ ເຮົາກໍຈະບໍ່ສາມາດຖອນໄດ້ກ່ອນຄົບກຳນົດເວລາຂອງສັນຍາ, ຄວາມສ່ຽງດ້ານສະພາວະເງິນເຟີ້ ເນື່ອງຈາກວ່າໃນກໍລະນີທີ່ຄ່າເງິນເຟີ້ເພີ່ມສູງຂຶ້ນຫຼາຍ ແຕ່ດອກເບ້ຍຂອງພັນທະບັດຍັງເທົ່າເດີມ ກໍອາດຈະບໍ່ກຸ້ມຄ່າກັບເງິນທີ່ໄດ້ລົງທຶນໄປ, ແຕ່ເຖິງຢ່າງໃດກໍຕາມໃນຂໍ້ນີ້ ຖ້າອີງຕາມສະພາບປັດຈຸບັນທີ່ຄ່າເງິນກີບຂອງລາວເຮົາກຳລັງມີທິດທາງກັບຄືນມາແຂງຄ່າຂຶ້ນ. ດັ່ງນັ້ນ, ໃນຂໍ້ນີ້ອາດຈະບໍ່ຖືວ່າເປັນຂໍ້ເສຍໄດ້.