“ ຖົງປຽດ ” ຜະລິດຕະພັນ ຜົນງານຖັກດ້ວຍມື ກາຍເປັນຖົງ

43

ຂຶ້ນຊື່ວ່າ “ ຖົງປຽດ ” ທາງພາກກາງ ແລະ ພາກໃຕ້ ອາດຈະມີໜ້ອຍຄົນທີ່ຮູ້ ເພາະຜູ້ປະດິດ ແລະ ຊົມໃຊ້ສ່ວນຫຼາຍແມ່ນຢູ່ພາກເໜືອ ໂດຍສະເພາະແຂວງອຸດົມໄຊ. ສ່ວນເຂດແຂວງທີ່ມີການປະດິດຄ້າຍຄືກັນນີ້ ກໍອາດຈະເອີ້ນແຕກຕ່າງກັນ.

ຖົງທີ່ຖັກແບບນີ້ແມ່ນໄດ້ມີການປະດິດຄິດຄົ້ນມາດົນນານປານໃດບໍ່ຮູ້ ເຫັນແຕ່ວ່າມີການສືບທອດປະດິດ ແລະ ຊົມໃຊ້ກັນມາຮຸ່ນຕໍ່ຮຸ່ນ ຈາກທີ່ເຮັດຂຶ້ນມາພຽງເພື່ອຊົມໃຊ້ໃນຄອບຄົວຈົນກ້າວສູ່ເປັນຜະລິດຕະພັນທີ່ກາຍເປັນສິນຄ້າໃນປັດຈຸບັນ.

ຕາມການບອກເລົ່າຂອງຄົນໃນແຂວງອຸດົມໄຊ ບອກວ່າ: ຖົງປຽດ ແມ່ນເຮັດຂຶ້ນມາຈາກພູມປັນຍາຊາວບ້ານທີ່ສືບທອດກັນມາຫຼາຍເຊັ່ນຄົນ; ເປັນການນໍາເອົາເສັ້ນໃຍຂອງໄມ້ທໍາມະຊາດມາຕໍ່ໃສ່ກັນ ແລະ ຖັກເປັນຖົງປຽດຂະໜາດຕ່າງໆ ( ນ້ອຍ – ໃຫຍ່ ) ຕາມຄວາມຕ້ອງການ.


ສໍາລັບການຊົມໃຊ້: ຖ້າເປັນປະເພດຖົງນ້ອຍກໍຈະໃສ່ເງິນ, ເຄື່ອງສໍາອາງ ຫຼື ວັດຖຸປະດັບ ແລະ ໃສ່ໂທລະສັບ ເປັນຕົ້ນ. ຖ້າເປັນຖົງໃຫຍ່ ເຂົາເຈົ້ານິຍົມໃຊ້ໃນງານບຸນປະເພນີ ຕະຫຼອດຮອດການນໍາໃຊ້ໃນຊີວິດປະຈໍາວັນເຊັ່ນ: ໃສ່ເຂົ້າປາອາຫານ, ພືດຜັກໝາກໄມ້ ຈາກໄຮ່ສວນ, ຜ້າແພຂະໜາດນ້ອຍ, ນໍ້າດື່ມ… ເພື່ອອໍານວຍຄວາມສະດວກໃນການພົກພາຕ່າງໆ.

ຍ້ອນເຫັນໄດ້ໃນຄຸນຄ່າງານສີມື ແລະ ຄຸນຄ່າຕໍ່ການໃຊ້ງານ ຜ່ານມາໄດ້ມີຄົນປະເທດຝຣັ່ງ ສົ່ງເສີມໃຫ້ປະຊາຊົນເມືອງແບງ ແຂວງອຸດົມໄຊ ປະດິດໃຫ້ຫຼາກຫຼາຍ ເພື່ອສົ່ງຂາຍໄປຕ່າງປະເທດ ຍ້ອນແນວນັ້ນ, ຖົງປຽດ ຈຶ່ງມີພັດທະນາການທາງດ້ານຂະໜາດ, ຮູບຮ່າງ ແລະ ສີສັນແຕກຕ່າງຈາກເມື່ອກ່ອນຄາວຫຼັງໄປແດ່ ແຕ່ໂດຍລວມກໍຍັງຄົງຮັກສາເອກະລັກ, ສ່ວນປະກອບ ແລະ ຂັ້ນຕອນການປະດິດແບບດັ້ງເດີມໄວ້ຕະຫຼອດມາ.

ແນວໃດກໍຕາມ, ຖົງປຽດ ເປັນຜະລິດຕະພັນແຫ່ງພູມປັນຍາ ທີ່ສາມາດສ້າງວຽກເຮັດງານທໍາ ແລະ ລາຍໄດ້ຕໍ່ກັບປະຊາຊົນໃນທ້ອງຖິ່ນໃນອີກທາງໜຶ່ງ ເຊິ່ງການຊົມໃຊ້ຂອງແຕ່ລະຄົນ ຫຼື ແຕ່ລະພື້ນທີ່ເຂດແຂວງ ກໍອາດຈະຕ່າງກັນອອກໄປ ອີງຕາມຍຸກສະໄໝ ແລະ ຄວາມສະດວກຂອງແຕ່ລະຄົນ. ທີ່ສໍາຄັນມັນແມ່ນຜະລິດຕະພັນແຫ່ງພູມປັນຍາທີ່ເບິ່ງເໝືອນທໍາມະດາ ແຕ່ວ່າຊາວຕ່າງປະເທດ ກໍຍັງຊື້ໄປຊົມໃຊ້ ແລະ ເຫດໃດຄົນລາວຈຶ່ງຈະເມີນເສີຍ.

ປັດຈຸບັນຜະລິດຕະພັນ ຖົງປຽດ ບໍ່ໄດ້ມີວາງຂາຍຕາມທ້ອງຕະຫຼາດທົ່ວໄປ ແຕ່ສາມາດຕິດຕໍ່ສອບຖາມໄດ້ກັບປະຊາຊົນທີ່ອາໄສຢູ່ທາງພາກເໜືອ ໂດຍສະເພາະຊາວເມືອງແບງ ແຂວງອຸດົມໄຊ ເຊິ່ງການໃຊ້ງານຈະຄັກດີ ແລະ ມີຄວາມທົນທານປະມານໃດ ກໍຄົງມີແຕ່ຄົນທີ່ເຄີຍຊົມໃຊ້ມາແລ້ວເທົ່ານັ້ນຈຶ່ງຈະຮູ້ ແລະ ອະທິບາຍໄດ້ດີກວ່າ.