ການປູກຜັກບົ່ວຫົວໃຫຍ່

66

ຜັກບົ່ວຫົວໃຫຍ່ ເປັນພືດທີ່ມີລາຄາແພງໃນຕະຫຼາດ ນິຍົມບໍລິໂພກຫຼາຍຈົນເກືອບຈະນັບໄດ້ວ່າເປັນອາຫານປະຈໍາວັນເນື່ອງຈາກວ່າມີຄຸນປະໂຫຍດຫຼາຍ, ການປູກຜັກບົ່ວຫົວໃຫຍ່ເປັນລາຍໄດ້ໃຫ້ປະຊາຊົນຜູ້ປູກໄດ້ຫຼາຍ ແຕ່ຢ່າງໃດກໍຕາມ, ການທີ່ຈະປູກຜັກບົ່ວຫົວໃຫຍ່ໃຫ້ໄດ້ຜົນຜະລິດສູງ ແລະ ມີຄຸນນະພາບດີນັ້ນຜູ້ປູກຈະຕ້ອງໃຊ້ຄວາມພະຍາຍາມເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ.

▶ແນວພັນ: ຜັກບົ່ວຫົວໃຫຍ່ ມີ 2 ຊະນິດຄື: 1. ພັນກາງເວັນຍາວ ( ພັນເບົາ ) ເປັນພັນທີ່ເໝາະສໍາລັບປູກໃນໄລຍະລະດູທີ່ມີກາງເວັນຍາວ, ໃນເດືອນພະຈິກ ຫາ ເດືອນເມສາ ມີອາຍຸການເກັບກ່ຽວສັ້ນ ປະມານ 85 – 120 ວັນ ຫຼັງການກ້າເມັດ, ຕົ້ນຈະລົງຫົວເມື່ອເຕີບໂຕໃນໄລຍະທີ່ໄດ້ຮັບແສງກາງເວັນດົນ12 – 16 ຊົ່ວໂມງ; 2. ພັນກາງເວັນສັ້ນ ( ພັນໜັກ ) ເປັນພັນກາງເວັນສັ້ນໄລຍະລະດູທີ່ມີກາງເວັນສັ້ນ ເດືອນພຶດສະພາ ຫາ ຕຸລາ ມີອາຍຸການເກັບກ່ຽວ ປະມານ 165 – 180 ວັນ, ລໍາຕົ້ນຈະລົງຫົວເມື່ອເຕີບໂຕໃນໄລຍະທີ່ໄດ້ຮັບແສງກາງເວັນດົນ 9 – 11 ຊົ່ວໂມງ.

▶ສະພາບດິນຟ້າອາກາດທີ່ເໝາະສົມ: ຜັກບົ່ວຫົວໃຫຍ່ ມັກດິນລ່ວນ, ດິນຊາຍປົນຕະກອນ ແລະ ດິນໜຽວ ທີ່ມີອິນຊີວັດຖຸປົນຢູ່ນຳ ກໍສາມາດປູກໄດ້ດີເຊັ່ນກັນ. ຄວາມເປັນກົດເປັນດ່າງຂອງດິນ ປະມານ 6 – 8. ຜັກບົ່ວມັກອາກາດກາງວັນອົບອຸ່ນ – ຮ້ອນ, ໃນກາງເດືອນທັນວາ ກຽມດິນແລ້ວປູກໃນທ້າຍເດືອນທັນວາເລີຍ.

▶ການກຽມດິນ: ຖ້າປູກເປັນໜານໃຫຍ່ຕ້ອງກຽມໂດຍການໄຖດິນ ແລະ ຕາກ 1 – 2 ຄັ້ງ ພ້ອມກຳຈັດວັດສະພືດອອກ ກ່ອນປູກໃສ່ຝຸ່ນຄອກ, ຝຸ່ນເລັ່ງສູດ 15 – 15 – 15 ປະມານ 25 – 30 ກິໂລກຣາມ/ໄລ່.


▶ການກ້າເບ້ຍ: ເຮັດເປັນຮ່ອງຍາວ ແຕ່ລະຮ່ອງຫ່າງກັນ 10 ຊັງຕີແມັດ ( ຊຕມ ). ນຳເມັດມາຢອດໃສ່ໃຫ້ເມັດຫ່າງກັນປະມານ 2 ຊັງຕີແມັດ. ເອົາດິນຖົມໃສ່ໜາ ປະມານ 1 ຊັງຕີແມັດ, ເຟືອງປົກຄຸມ ແລະ ຫົດນໍ້າໃຫ້ຊຸ່ມ. ຢອດເມັດໄດ້ 4 – 5 ວັນ ເມັດຈະເລີ່ມງອກ, ຫົດນໍ້າທຸກວັນ 1 – 2 ຄັ້ງ ອາຍຸ 40 – 45 ວັນ ຈຶ່ງຍ້າຍໄປປູກ.

▶ ຂັ້ນຕອນການປູກຜັກບົ່ວຫົວໃຫຍ່ນິຍົມປູກ 2 ວິທີ ຄື:
1. ການປູກແບບຫວານ ແລະ ຢອດເມັດ: ຫວ່ານເມັດລົງໃສ່ໜານທີ່ກຽມໄວ້ແລ້ວ ໃນອັດຕາປະມານ 450 – 500 ກຣາມ/ໄລ່, ສ່ວນການຢອດເມັດແມ່ນໄຖດິນໃຫ້ເປັນຮ່ອງຍາວ ໄລຍະຫ່າງຂອງແຖວ 15 – 20 ຊັງຕີແມັດ ໃຫ້ເມັດຫ່າງກັນປະມານ 10 ຊັງຕີແມັດ.
2. ການປູກແບບກ້າເບ້ຍແລ້ວຍ້າຍໄປປູກ: ຍ້າຍເບ້ຍໄດ້ເມື່ອຕົ້ນມີ 4 – 5 ໃບ ຫຼື ມີອາຍຸຫຼັງກ້າປະມານ 40 – 45 ວັນ ( ຫ້າມໃຊ້ເບ້ຍທີ່ມີອາຍຸແກ່ກວ່ານີ້ ເພາະຈະບໍ່ສົມບູນ ) ເອົາໄປປູກໄລຍະປູກລະຫວ່າງຕົ້ນ 10 – 15 ຊັງຕີແມັດ. ໄລຍະຫ່າງລະຫວ່າງແຖວ 15 – 20 ຊັງຕີແມັດ ແລ້ວໃຊ້ເຟືອງປົກຕູ້ມໃສ່ເບົ້າຕົ້ນຕາມຄວາມຍາວຂອງໜານ.

▶ ການໃສ່ຝຸ່ນ: ຝຸ່ນເລີ່ມໃສ່ຕັ້ງແຕ່ຂັ້ນຕອນການກຽມດິນ, ກຽມໜານປູກດັ່ງກ່າວຂ້າງເທິງ ພາຍຫຼັງປູກແລ້ວ ປະມານ 2 ອາທິດ ເລີ່ມໃສ່ຝຸ່ນສູດ 15 – 15 – 15 ຈຳນວນ 20 ກິໂລຕໍ່ໄລ່ ຫຼັງຈາກນັ້ນຄັ້ງທີ 2 ໃສ່ເມື່ອອາຍຸໄດ້ປະມານ 45 ວັນ ໃຊ້ສູດ 12 – 12 – 24 ອັດຕາ 25 ກິໂລ/ໄລ່, ໃສ່ຝຸ່ນຄອກເພື່ອເພີ່ມວັດຖຸອິນຊີ. ສ່ວນການໃຫ້ນໍ້າ ສຳລັບວິທີປູກແບບຫວ່ານ ໄລຍະ 1 – 2 ອາທິດທຳອິດ ໃຫ້ວັນລະ 1 ຄັ້ງ ຈາກນັ້ນບາມື້ໃຫ້, ຈົນຕົ້ນມີອາຍຸ ປະມານ 1 ເດືອນ ຈຶ່ງໃຫ້ 3 – 5 ຄັ້ງຕໍ່ອາທິດ; ການໃຫ້ນ້ຳສຳລັບວິທີປູກດ້ວຍກ້າເບ້ຍແລ້ວຍ້າຍໄປປູກໃນໄລຍະ 2 – 3 ວັນທໍາອິດ ໃຫ້ບາມື້ລະ 1 ຄັ້ງ, ຈາກນັ້ນບາມື້ໃຫ້. ອີກ 1 – 2 ອາທິດຕົ້ນກ້າຕັ້ງໃຫຍ່ໄດ້ແລ້ວຈຶ່ງໃຫ້ 3 – 5 ຄັ້ງ/ອາທິດ ຈົນເຖິງເກັບກ່ຽວ ( ກ່ອນເກັບຫົວຜັກຫອມຕ້ອງງົດໃຫ້ນໍ້າ 2 – 3 ອາທິດກ່ອນ ).

▶ ການເກັບກ່ຽວ: ອາຍຸເກັບກ່ຽວຂອງພັນໜັກ 165 – 180 ວັນຫຼັງປູກ, ສ່ວນອາຍຸເກັບກ່ຽວ ພັນເບົາ 80 – 120 ວັນ. ການສັງເກດຜັກບົ່ວຫົວໃຫຍ່ທີ່ພ້ອມເກັບກ່ຽວ: ໃບຈະກາງອອກ,ໂນ້ມເຕື່ອຍລົງດິນ, ໃບເຫຼືອງປ່ຽນເປັນສີເທົາ ແລະ ຫ່ຽວເປືອກຫຸ້ມຫົວດ້ານນອກແຫ້ງ, ມີສີນໍ້າຕານໃຊ້ມືບີບລຳຕົ້ນທີ່ຢູ່ເທິງຫົວຈະຮູ້ສຶກນຸ້ມ, ລຳຕົ້ນບໍ່ແໜ້ນ.
ວິທີເກັບ: ໃຊ້ມືຫຼົກຫົວ ແລະ ລໍາຕົ້ນຂຶ້ນ, ຕັດລໍາຕົ້ນຖິ້ມ, ໄລຍະຕັດປະມານ 1,5 – 3 ຊັງຕີແມັດ. ນຳເກັບໄວ້ບ່ອນອາກາດຖ່າຍເທສະດວກ. ຖ້າເກັບໃສ່ຖົງປຸ໋ຍຕ້ອງເຈາະຮູລະບາຍອາກາດກ່ອນຈະນຳໄປຂາຍ.
[ ຂໍ້ມູນ: ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ]