ກຽມພົບງານວຽງຈັນໂອໂຕໂຊ 2023 ຈະຈັດຂຶ້ນໃນທ້າຍເດືອນມີນາ-ຕົ້ນເດືອນເມສາ

45

ທ່ານ ພານະລິນ ສຸວັນນະວົງ ປະທານ ບໍລິສັດ ອີລີແກນ ອີເວັນ ຈຳກັດຜູ້ດຽວ ໄດ້ຖະແຫຼງຂ່າວ ໃນວັນທີ 24 ກຸມພາ 2023 ວ່າ: ງານວຽງຈັນໂອໂຕໂຊ 2023 ( Vientiane Auto Show 2023 ) ຈະຈັດຂຶ້ນໃນວັນທີ 25 ມີນາ 2023 ຫາ 2 ເມສາ 2023 ທີ່ສູນການຄ້າພາກຊັນ.

ພາຍໃນງານຈະມີລົດຈາກຫຼາຍຍີ່ຫໍ້ ເຂົ້າຮ່ວມ ເຊັ່ນ: ຮອນດ້າ, ຟອດ, ຈາກົວ, ແລນໂລເວີ, ເອັມຈີ, ເຈເອັມອີວີ, ເຊີລີ້, ມາສ໌ດາ, ເຊເລດ ແລະ ອື່ນໆ. ພ້ອມນີ້, ຍັງມີກິດຈະກຳແຈກລາງວັນ ມີມູນຄ່າຫຼາຍກວ່າ 100 ລ້ານກີບ ເພື່ອເປັນການຕອບແທນລູກຄ້າທີ່ມາຈັບຈອງ ຫຼື ຊື້ລົດພາຍໃນງານຄັ້ງນີ້.

ທ່ານ ພານະລິນ ສຸວັນນະວົງ ກ່າວວ່າ: ງານວຽງຈັນໂອໂຕໂຊ ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນແຕ່ລະປີ ເພື່ອເຕົ້າໂຮມເອົາບັນດາຄ້າຍລົດຕ່າງໆໃນ ສປປ ລາວ ພ້ອມທັງເປັນການສົ່ງເສີມ ແລະ ກະຕຸ້ນລະບົບເສດຖະກິດໃຫ້ນັບມື້ນັບດີຂຶ້ນ, ສົ່ງເສີມຍອດຂາຍລົດໃຫ້ກັບບັນດາຜູ້ປະກອບການລົດໃຫຍ່ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ໃນໄລຍະຜ່ານມາ, ກະຕຸ້ນໃຫ້ມີການຈໍລະຈອນຂອງເງິນຕາຢູ່ໃນລະບົບເສດຖະກິດ. ພ້ອມນີ້, ຍັງເປັນການວາງສະແດງ ແລະ ແນະນຳຜະລິດຕະພັນລົດໃຫຍ່ຂອງບັນດາຄ້າຍລົດໃນ ສປປ ລາວ ໃຫ້ແກ່ສັງຄົມໄດ້ຮັບຮູ້.


ປັດຈຸບັນການພັດທະນາຂອງວົງການລົດໃຫຍ່ໃນ ສປປ ລາວ ກໍຄືທົ່ວໂລກ ດ້ວຍເຕັກໂນໂລຊີທີ່ມີຄວາມກ້າວໜ້າຢ່າງໄວວາ ໂດຍສະເພາະການພັດທະນາລົດໃຫຍ່ແມ່ນແທດເໝາະກັບຄວາມຕ້ອງການໃນການໃຊ້ງານໃນຍຸກປັດຈຸບັນ. ຄຽງຄູ່ກັນນັ້ນ, ການພັດທະນາລົດໃຫຍ່ທີ່ໃຊ້ພະລັງງານໄຟຟ້າເປັນຜະລິດຕະພັນໃໝ່ໃນໂລກ ແລະ ມີທ່າອ່ຽງເພີ່ມຂຶ້ນໃນປັດຈຸບັນ. ທັງນີ້, ກໍເພື່ອສົ່ງເສີມການຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟທີ່ເປັນໜຶ່ງໃນສາເຫດເຮັດໃຫ້ໂລກຮ້ອນ. ພ້ອມກັນນັ້ນ, ຍັງເປັນການສົ່ງເສີມການນຳໃຊ້ພະລັງງານໄຟຟ້າ ຫຼື ພະລັງງານສະອາດ ເຊິ່ງ ສປປ ລາວ ເປັນປະເທດໜຶ່ງທີ່ສາມາດຜະລິດໄຟຟ້າຊົມໃຊ້ເອງ ແລະ ທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງອີກດ້ວຍ. ນອກຈາກນັ້ນ, ການນໍາໃຊ້ລົດໃຫຍ່ທີ່ຂັບເຄື່ອນດ້ວຍນໍ້າມັນ ກໍມີການພັດທະນາໃຫ້ປະຢັດນໍ້າມັນ ແລະ ນໍາໃຊ້ກົນໄກການຂັບເຄື່ອນດ້ວຍລະບົບໄຟຟ້າ Plug-in Hybrid ຄວບຄູ່ກັບການນໍາໃຊ້ນໍ້າມັນເຊື້ອໄຟ ເຮັດໃຫ້ການເດີນທາງນັ້ນໄປໄດ້ໄກຂຶ້ນຕື່ມ.

ດັ່ງນັ້ນ, ການຈັດງານວຽງຈັນໂອໂຕໂຊ ຄັ້ງນີ້ ແມ່ນຕອບສະໜອງໃຫ້ແກ່ສັງຄົມ ໃນການແນະນຳຜະລິດຕະພັນໃໝ່ຂອງບັນດາຜູ້ປະກອບການດ້ານລົດໃຫຍ່ ໄດ້ນຳເອົາຜະລິດຕະພັນຂອງຕົນມາແນະນຳ ແລະ ຈຳໜ່າຍ ດ້ວຍຄຸນນະພາບທີ່ດີ ລາຄາທີ່ເໝາະສົມຕໍ່ສັງຄົມລາວ ກໍຄືຜູ້ຊົມໃຊ້ຕົວຈິງ, ການນຳສະເໜີຂໍ້ມູນທີ່ຖືກຕ້ອງ ເພື່ອເປັນປັດໄຈສຳຄັນສ່ວນໜຶ່ງໃນການຕັດສິນໃຈເລືອກຊື້ລົດ.