ສ້າງຄວາມພໍໃຈໃນວຽກບໍລິການ

39

ການບໍລິການທີ່ດີເປັນຂົວຕໍ່ສໍາຄັນລະຫວ່າງ ບໍລິສັດ ຫຼື ຫ້າງຮ້ານກັບລູກຄ້າ ແລະ ພຶດຕິກໍາທີ່ດີ ບວກກັບ ນະໂຍບາຍທີ່ໜ້າສົນໃຈ ຍ່ອມເປັນສິ່ງສໍາຄັນໃນການຮັກສາສາຍສໍາພັນດັ່ງກ່າວສູ່ອະນາຄົດ ໂດຍທຸລະກິດທີ່ປະສົບຜົນສໍາເລັດປະຕິເສດບໍ່ໄດ້ວ່າ ໝາກຜົນສ່ວນໜຶ່ງແມ່ນມາຈາກລູກຄ້າຂາປະຈໍາ. ດັ່ງນັ້ນ, ການເອົາໃຈໃສ່ຕໍ່ລູກຄ້າແມ່ນສໍາຄັນຢ່າງຍິ່ງ ເຖິງຈະມີຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ແຕ່ຍັງຕ້ອງຄໍານຶງເຖິງຜົນຕອບຮັບໄລຍະຍາວນໍາອີກ.

ມື້ນີ້ຈະມາທໍາຄວາມເຂົ້າໃຈກັບບົດຮຽນກ່ຽວກັບວິທີການສ້າງຄວາມພໍໃຈຕໍ່ລູກຄ້າ ສິ່ງສໍາຄັນທີ່ຕ້ອງເອົາໃຈໃສ່ມີດັ່ງນີ້:

+ ຈົດຈໍາລູກຄ້າ
ໜຶ່ງໃນຂອດຄວາມເອົາໃຈໃສ່ຄືຕ້ອງໃສ່ໃຈລູກຄ້າ ຈົດຈໍາຊື່ ຫຼື ສະແດງຄວາມຄຸ້ນເຄີຍເປັນມິດ ຈະເຮັດໃຫ້ລູກຄ້າຮູ້ສຶກວ່າຕົນເອງສໍາຄັນ ແລ້ວພວກເຂົາກໍຈະໃຫ້ຄວາມສໍາຄັນຕໍ່ເຮົາເຊັ່ນກັນ ແນ່ນອນຈະສົ່ງຜົນດີຕໍ່ຄວາມສໍາພັນຈະຍືດຍາວສູ່ອະນາຄົດ ແລະ ການຮູ້ຈັກລູກຄ້ານັ້ນ ຍັງສະແດງໃຫ້ເຫັນວ່າ ເຮົາມີ ຄວາມຮັບຜິດຊອບຕໍ່ລູກຄ້າອີກດ້ວຍ.

+ ສ້າງສິ່ງຈູງໃຈ
ນອກຈາກການມີສິນຄ້າໃໝ່ໆ, ການຈັດວາງສິນຄ້າກໍສໍາຄັນ ເພື່ອສ້າງຄວາມສະດຸດຕາໜ້າສົນໃຈ ແລະ ການເວົ້າຈາໂຄສະນາຜະລິດຕະພັນຢ່າງສົມເຫດສົມຜົນ ກໍເປັນສິ່ງເພີ່ມຄວາມຢາກໄດ້ຂອງລູກຄ້າ. ນອກຈາກນັ້ນກໍຢ່າລືມປັບປຸງຂອດການບໍລິການທີ່ວ່ອງໄວ ຫຼື ປ່ຽນແປງໄປສູ່ລະບົບທີ່ທັນສະໄໝ ເພື່ອສ້າງຄວາມປະທັບໃຈຕໍ່ຜູ້ໃຊ້ບໍລິການ.


+ ເຂົ້າໃຈໃນສິ່ງຕ້ອງການ
ລູກຄ້າທີ່ເຂົ້າຫາ ແນ່ນອນວ່າເຂົາມີຈຸດປະສົງຢາກໄດ້ສິ່ງໃດສິ່ງໜຶ່ງ ເພາະສະນັ້ນກໍຄວນບອກກ່າວເຖິງສິນຄ້າໃໝ່ໆ, ນະໂຍບາຍພິເສດຕ່າງໆໃນໄລຍະນີ້ ( ຫຼຸດ – ແຖມ ). ພ້ອມດຽວກັນ, ຕ້ອງເຂົ້າໃຈວ່າລູກຄ້າຕ້ອງການຫຍັງແທ້ໆ; ເນັ້ນຄວາມເຂົ້າໃຈລູກຄ້າເປັນລາຍບຸກຄົນ ແລະ ຊອກຫາເຫດຜົນວ່າອັນໃດທີ່ເຮັດໃຫ້ພວກເຂົາປະທັບໃຈ.

+ ຕິດຕໍ່ສື່ສານ
ການຕິດຕໍ່ສື່ສານທີ່ເຂົ້າອົກເຂົ້າໃຈຖືເປັນສິ່ງຍອດຍິ່ງຕໍ່ ຄວາມສໍາພັນອັນຍືດຍາວ ໂດຍອາດຕິດຕໍ່ໃນໂອກາດວັນສໍາຄັນຂອງລູກຄ້າ, ຂອງບໍລິສັດ, ໂອກາດມີນະໂຍບາຍພິເສດ, ສິນຄ້າມາໃໝ່ ແລະ ອື່ນໆ ທີ່ບໍ່ເປັນການສ້າງ ຄວາມລໍາຄານເກີນໄປ ເຊິ່ງໃນປັດຈຸບັນເສັ້ນທາງການສື່ສານມີຫຼາຍຢ່າງທາງອອນລາຍ ນອກຈາກການນັດພົບ ແລະ ຈົດໝາຍລັກສະນະທາງການ.

+ ຮັບຟັງ ແລະ ແກ້ໄຂ
ເຮົາຕ້ອງເປັນຄົນໃຈກວ້າງ ແລະ ຍິນຍອມ, ບໍ່ຄວນຕອບໂຕ້ເມື່ອລູກຄ້າສະແດງທັດສະນະ ຫຼື ຄວາມຄິດເຫັນ ຂະນະດຽວກັນກໍສະແດງຄໍາຕອບຮັບຍິນດີ ຈະພິຈາລະນາປ່ຽນແປງຕາມທີ່ລູກຄ້າສະເໜີ ແລະ ຊອກຫາເຫດຜົນຊີ້ແຈງຫາກບໍ່ສາມາດປະຕິບັດໄດ້ໃນພາຍຫຼັງ.

+ ເນັ້ນເຖິງຄຸນນະພາບ ແລະ ຄວາມໜ້າເຊື່ອຖື
ຄຸນນະພາບຂອງສິນຄ້າທີ່ດີ ຈະເປັນທີ່ປັກໃຈສໍາລັບລູກຄ້າ ເມື່ອພວກເຂົາບໍ່ຜິດຫວັງກັບສິ່ງທີ່ໄດ້ແລກປ່ຽນໄປ; ຖ້າບໍ່ກັບມາໃຊ້ບໍລິການໄວ ກໍຍັງຈະໄດ້ເຜີຍແຜ່ສູ່ຜູ້ອື່ນໆຮັບຮູ້ຕໍ່ແນ່ນອນ ກົງກັນຂ້າມຖ້າສິນຄ້າທີ່ເຂົາເຈົ້າຊື້ໄປບໍ່ສົມຄໍາໂຄສະນາຄວາມນິນທາຈະກະຈາຍເປັນວົງກວ້າງ ພ້ອມສູນເສຍລູກຄ້າ ຈາກໜຶ່ງເປັນຫຼາຍໆຄົນ ໂດຍການບອກເລົ່າຕໍ່ໆກັນໄປນັ້ນເອງ.