ລາວ ຈຳໜ່າຍລາຄາໄຟຟ້າ ພາກທີ່ຢູ່ອາໄສ ຖືກກວ່າໝູ່ ທຽບໃສ່ 4 ປະເທດອ້ອມຂ້າງ

91

ຫຼາຍໆຄົນຍັງບໍ່ເຂົ້າໃຈ ແລະ ຄິດວ່າການຈຳໜ່າຍໄຟຟ້າ ໃຫ້ແກ່ພາກທີ່ຢູ່ອາໄສ ຢູ່ໃນ ສປປ ລາວ ຍັງແພງລາຄາສູງກວ່າປະເທດອື່ນ. ດັ່ງນັ້ນມື້ນີ້ພວກເຮົາມາເບິ່ງ ແລະ ສົມທຽບລາຄາໄຟຟ້າ ເລີ່ມແຕ່ 0-600 ກິໂລວັດໂມງ ຢູ່ພາຍໃນ ສປປ ລາວ ກັບ 4 ປະເທດອ້ອມຂ້າງຄື: ຈີນ, ຫວຽດນາມ, ໄທ ແລະ ກຳປູເຈຍ, ເຊິ່ງຈະເຫັນວ່າ ລາຄາໄຟຟ້າ ທີ່ໄຟຟ້າລາວ ກໍຄືລັດຖະບານ ຂາຍໃຫ້ປະຊາຊົນຊົມໃຊ້ ໂດຍສະເພາະແມ່ນ ພາກທີ່ຢູ່ອາໄສ ແມ່ນຖືກກວ່າໝູ່ໃນບັນດາປະເທດອ້ອມຂ້າງ.


ສຳລັບຂັ້ນການຊົມໃຊ້ໄຟຟ້າ ເລີ່ມຈາກ 0-50 ກິໂລວັດໂມງ: ປະເທດລາວ ແມ່ນຈ່າຍໃນລາຄາ 2,29 ໂດລາເຊັນ/ກິໂລວັດໂມງ, ສປ ຈີນ (ຢູນານ) ຈ່າຍລາຄາ 5 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ ແມ່ນ 5,33 ໂດລາເຊັນ/ກິໂລວັດໂມງ, ໄທ 7,73 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ ຈ່າຍໃນລາຄາ 10,51 ໂດລາເຊັນ/ກິໂລວັດໂມງ.


ຂັ້ນຊົມໃຊ້ແຕ່ 51-100 ກິໂລວັດໂມງ, ໃນນີ້ ລາວເຮົາ ຈ່າຍໃນລາຄາ 2,48 ໂດລາເຊັນ/ກິໂລວັດໂມງ, ສ່ວນຈີນ ຈ່າຍໃນລາຄາເກົ່າ 5 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ ແມ່ນ 5,38 ໂດລາເຊັນ/ກິໂລວັດໂມງ, ໄທ 9,47 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ 12,41 ໂດລາເຊັນ/ກິໂລວັດໂມງ. ຂັ້ນຊົມໃຊ້ 101-200 ກິໂລວັດໂມງ: ຢູ່ ລາວ ແມ່ນຈ່າຍ 2,64 ໂດລາເຊັນ/ກິໂລວັດໂມງ, ຈີນ, 5,95 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ 5,72 ໂດລາເຊັນ/ກິໂລວັດໂມງ, ໄທ 10,25 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ ຈ່າຍລາຄາເກົ່າ 12,41 ໂດລາເຊັນ/ກິໂລວັດໂມງ.

ຂັ້ນຊົມໃຊ້ແຕ່ 201-300 ກິໂລວັດໂມງ ໃນ ລາວ ແມ່ນຈ່າຍ 3,39 ໂດລາເຊັນ/ກິໂລວັດໂມງ, ຈີນ 6,35 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ 6,32 ໂດລາເຊັນ/ກິໂລວັດໂມງ, ໄທ 11,06 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ 12,41 ໂດລາເຊັນ/ກິໂລວັດໂມງ. ຂັ້ນຊົມໃຊ້ 301-400 ກິໂລວັດໂມງ ລາວຈ່າຍໃນລາຄາ 3,87 ໂດລາເຊັນ/ກິໂລວັດໂມງ, ຈີນ 6,46 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ 6,95 ໂດລາເຊັນ/ກິໂລວັດໂມງ ແລະ ໄທ ແມ່ນ 11,45 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ 12,41 ໂດລາເຊັນ/ກິໂລວັດໂມງ.


ສ່ວນຂັ້ນ 401-500 ກິໂລວັດໂມງ: ລາວ ຈ່າຍ 4,24 ໂດລາເຊັນ/ກິໂລວັດໂມງ, ຈີນ 7,19 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ 7,44 ໂດລາເຊັນ/ກິໂລວັດໂມງ, ໄທ ແມ່ນ 11,73 ໂດລາເຊັນ/ກິໂລວັດໂມງ ແລະ ກຳປູເຈຍ 12,41 ໂດລາເຊັນ/ກິໂລວັດໂມງ, ຂັ້ນ 501-600 ກິໂລວັດໂມງ: ຢູ່ລາວ ແມ່ນຈ່າຍໃນລາຄາ 4,54 ໂດລາເຊັນ/ກິໂລວັດໂມງ, ຈີນ 8 ໂດລາເຊັນ/ກິໂລວັດໂມງ, ຫວຽດນາມ 7,78 ໂດລາເຊັນ/ກິໂລວັດໂມງ, ໄທ 11,96 ໂດລາເຊັນ/ກິໂລວັດໂມງ, ສ່ວນວ່າ ກຳປູເຈຍ ແມ່ນເລີ່ມຈ່າຍໃນລາຄາ 12,41 ໂດລາເຊັນ/ກິໂລວັດໂມງ.