China Media Group ລາຍງານວ່າ ZTE ບໍລິສັດໂທລະຄົມມະນາຄົມຂອງຈີນ ໄດ້ເປີດຕົວອຸປະກອນໄຮເທັກ ຢ່າງແວ່ນຕາອັດສະລິຍະ AR ລຸ້ນທຳອິດຂອງແບຣນ “ ນູເບຍ ( Nubia )” ແລະ ແທັບເລັດ 3 ມິຕິ ໂດຍນຳໃຊ້ເຕັກໂນໂລຊີ IA ລຸ້ນທຳອິດຂອງໂລກ ໃນງານ Mobile World Congress ( MWC ) 2023 ທີ່ເມືອງບາເຊໂລນາ ປະເທດແອັດສະປາຍ.

ງານ Mobile World Congress ( MWC ) 2023 ມີການເປີດຕົວສິນຄ້າໄຮເທັກຈາກຫຼາຍຄ້າຍ ໂດຍງານດັ່ງກ່າວເປັນກອງປະຊຸມ ກ່ຽວກັບເຕັກໂນໂລຊີຄົມມະນາຄົມ ແລະ ໂທລະສັບມືຖືທີ່ໃຫຍ່ທີ່ສຸດຂອງເອີຣົບ.
ໃນງານດັ່ງກ່າວ ມີຜູ້ຊ່ຽວຊານດ້ານເຕັກໂນໂລຊີມານຳສະເໜີເທຣນຂອງເຕັກໂນໂລຊີ ແລະ ສິນຄ້າໄຮເທັກ ເຊັ່ນ: ປັນຍາປະດິດ ( IA ) ເຕັກໂນໂລຊີ 6G ແລະ ການພັດທະນາເປັນມິດກັບສິ່ງແວດລ້ອມ.

ໃນງານດັ່ງກ່າວນີ້ ບໍລິສັດ ZTE ເຊິ່ງເປັນ ບໍລິສັດໂທລະຄົມມະນາຄົມຂອງຈີນ ໄດ້ເປີດຕົວອຸປະກອນໄຮເທັກ ຢ່າງແວ່ນຕາອັດສະລິຍະ AR ລຸ້ນທຳອິດຂອງແບຣນ Nubia ແລະ ແທັບເລັດ 3 ມິຕິ ນຳໃຊ້ເຕັກໂນໂລຊີ IA ລຸ້ນທຳອິດຂອງໂລກ, ທ່ານ Ni Fei ປະທານ ບໍລິສັດ ZTE Mobile Devices ກ່າວວ່າ: Nubia 3D Pad ເປັນແທັບເລັດທີ່ມາພ້ອມຊ໊ອບແວ 3 ມິຕິ ເຮັດໃຫ້ການໃຊ້ງານບໍ່ຈຳເປັນຕ້ອງເພິ່ງພາແວ່ນ 3 ມິຕິອີກຕໍ່ໄປ.
ທັງນີ້, ໃນຕະຫຼາດສິນຄ້າໄຮເທັກ ເຊິ່ງມີການແຂ່ງຂັນສູງທັງ ບໍລິສັດ Apple, Samsung, Huawei ແລະ ບໍລິສັດ ZTE ໄດ້ພະຍາຍາມສ້າງຄວາມແຕກຕ່າງ ໂດຍບັນດາບໍລິສັດເຫຼົ່ານັ້ນ ລ້ວນແຕ່ຕັ້ງເປົ້າເປັນຜູ້ນຳ.