ຄັ້ງປະຫວັດສາດ! ສາຍຝົນ ດາວເດັ່ນທີມຊາດລາວ ຖືກເຊີນໄປທົດສອບກັບທີມໃນລີກສູງສຸດ ແບນຊິກ

159

ກຽມກາຍເປັນປະຫວັດສາດຂອງວົງການບານເຕະລາວ ເມື່ອສະໂມສອນນົນທະບຸຣີ ທີມໃນໄທລີກ 3 ຕົ້ນສັງກັດຂອງ ສາຍຝົນ ແກ້ວໜານາມ ນັກເຕະດາວເດັ່ນທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຖະແຫຼງການວ່າ: ສາຍຝົນ ໄດ້ຖືກຮັບເຊີນໄປທົດສອບກັບສະໂມສອນ ເຄວີຊີ ເວສະເຕີໂລ ໃນລີກຈູປິເລລີກ ຫຼື ລີກສູງສຸດຂອງປະເທດແບນຊິກ.

ສະໂມສອນນົນທະບຸຣີ ປະກາດຜ່ານເພຈ໌ບຸກທາງການວ່າ: ທາງສະໂມສອນໄດ້ຮັບໜັງສືເຊີນ ແລະ ຂໍສະແດງຄວາມຍິນດີກັບ ສາຍຝົນ ແກ້ວຫານາມ ນັກເຕະດີເດັ່ນຂອງທີມຊາດລາວ ໄປທົດສອບສີຕີນເປັນໄລຍະເວລາ 1 ເດືອນລະຫວ່າງເດືອນເມສາ – ພຶດສະພາ 2023 ຫຼັງຈາກທີ່ຈົບການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິຂອງ ຟີຟາ ປະຈໍາເດືອນມີນາ 2023 ເຊິ່ງສະໂມສອນ ເຄວີຊີ ເວສະເຕີໂລ ຈະອອກຄ່າໃຊ້ຈ່າຍທັງໝົດ.

ສໍາລັບ ສາຍຝົນ ແກ້ວຫານາມ ເປັນນັກເຕະເຍົາວະຊົນລາວ ໂດດເດັ່ນຕັ້ງແຕ່ຍັງນ້ອຍໆ ກ່ອນຖືກສະໂມສອນຈາກໄທຢ່າງ ສະມຸຍ ອະຄາເດມີ ດືງຕົວໄປຮ່ວມທີມຕັ້ງແຕ່ຍັງນ້ອຍໆຕອນອາຍຸ 13 ປີ ກ່ອນຖືກພັກດັນຂຶ້ນໄປຢູ່ກັບ ສະໂມສອນນົນທະບູຣີ ຢູໄນເຕັດ ທີມພັນທະມິດກັບສະໂມສອນດັ່ງກ່າວ ຈົນເຖິງປັດຈຸບັນ ສາຍຝົນ ແມ່ນສ້າງຜົນງານຢ່າງໂດດເດັ່ນ ໂດຍຜົນງານຫຼ້າສຸດພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023.

ຫຼ້າສຸດ ສາຍຝົນ ກໍຖືກຮຽກກັບມາເຂົ້າສູນຝຶກຊ້ອມກັບ ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະນັດອຸ່ນເຄື່ອງ ຕາມປະຕິທິນຂອງ ຟີຟາ ທີ່ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ເຊິ່ງມີ 3 ປະເທດເຂົ້າຮ່ວມຊີງໄຊຄື: ເນປານ ເຈົ້າພາບ, ບູຖານ ແລະ ລາວ ເຊິ່ງຫຼັງຈາກຈົບລາຍການນີ້ກໍກຽມຕົວໄປທົດສອບກັບສະໂມສອນໃນລີກສູງສຸດຂອງປະເທດແບນຊິກ.

ໂດຍ: Larh Creators; ຮູບຈາກ: Saiyfon Keohanam