ສຳນັກຂ່າວຣອຍເຕີລາຍງານວ່າ ອຸບັດເຫດລົດໄຟຕຳກັນຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງເກຣັກ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 38 ຄົນ. ຂະນະທີ່ລັດຖະມົນຕີກະຊວງຄົມມະນາຄົມຂອງເກຣັກ ປະກາດລາອອກຈາກຕຳແໜ່ງ ເພື່ອສະແດງຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ.
ອຸບັດເຫດດັ່ງກ່າວ ເກີດຂຶ້ນໃນກາງຄືນຂອງວັນທີ 28 ກຸມພາຜ່ານມາ ເມື່ອລົດໄຟໂດຍສານ ເຊິ່ງເດີນທາງຈາກນະຄອນຫຼວງເອເທັນ ມຸ່ງໜ້າສູ່ເມືອງເທສຊາໂລນີກີ, ໃນຂະນະດຽວກັນລົດໄຟຂົນສົ່ງສິນຄ້າໄດ້ອອກເດີນທາງຈາກເມືອງເທສຊີໂລນີກີ ມຸ່ງໜ້າສູ່ເມືອງລາຣີສຊາ ໄດ້ຕຳກັນກັບລົດໄຟໂດຍສານຂະບວນດັ່ງກ່າວ ຢູ່ເຂດເມືອງລາຣີສຊາ.

ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າ: ເຫດການດັ່ງກ່າວ ມີຜູ້ເສຍຊີວິດຢ່າງໜ້ອຍ 38 ຄົນ, ໄດ້ຮັບບາດເຈັບ 57 ຄົນ ແລະ ມີຜູ້ສູນຫາຍຈຳນວນໜຶ່ງ ເຊິ່ງເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາ.
ສື່ມວນຊົນທ້ອງຖິ່ນລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຜູ້ຖືກຫາຄົນໜຶ່ງ ຫຼັງຈາກທີ່ໄດ້ສືບສວນ – ສອບສວນ ພົບວ່າລົດໄຟທັງສອງຂະບວນແລ່ນຢູ່ໃນລາງດຽວກັນ “ ໄລຍະທາງຫຼາຍກິໂລແມັດ ” ແລະ ແລ່ນດ້ວຍຄວາມໄວປະມານ 160 ກິໂລແມັດຕໍ່ຊົ່ວໂມງ ກ່ອນຈະຕຳກັນແບບເຕັມໆ.

ຂໍ້ມູນຈາກບໍລິສັດຜູ້ໃຫ້ບໍລິການຂະບວນລົດໄຟໂດຍສານດັ່ງກ່າວ ເປີດເຜີຍວ່າ: ຂະບວນລົດໄຟດັ່ງກ່າວ ມີຜູ້ໂດຍສານປະມານ 342 ຄົນ ສ່ວນໃຫຍ່ເປັນນັກສຶກສາທີ່ເດີນທາງກັບພູມລຳເນົາໃນວັນພັກ.