ທ່ານ ຫວໍ ວັນ ເຖືອງ ເປັນປະທານປະເທດຫວຽດນາມ ຄົນໃໝ່

24

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ 2023 ວ່າ: ສະພາແຫ່ງຊາດ ສສ ຫວຽດນາມ ໄດ້ລົງຄະແນນສຽງຮັບຮອງເອົາການເລືອກຕັ້ງ ທ່ານ ຫວໍ ວັນ ເຖືອງ ໄວ 52 ປີ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ຄົນໃໝ່ ດ້ວຍຄະແນນສຽງ 98,32% ຕາມການສະເໜີຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

อาจเป็นรูปภาพของ 1 คน และ ข้อความพูดว่า "ĐỒNG CHÍ VÕ VĂN THƯỞNG"

ການເລືອກຕັ້ງເອົາ ທ່ານ ຫວໍ ວັນ ເຖືອງ ເປັນປະທານປະເທດຫວຽດນາມ ຄົນໃໝ່ ມີຂຶ້ນ ຫຼັງຈາກທີ່ ທ່ານ ຫວຽນ ຊວນ ຟຸກ ໄດ້ລາອອກຈາກຕຳແໜ່ງປະທານປະເທດຫວຽດນາມ ໃນເດືອນມັງກອນຜ່ານມາ.

อาจเป็นรูปภาพของ 1 คน

ທ່ານ ຫວໍ ວັນ ເຖືອງ ກ່າວວ່າ: ຂ້າພະເຈົ້າຈະປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ຈົງຮັກພັກດີຕໍ່ພັກຕໍ່ປະຊາຊົນ, ປະຕິບັດຕາມລັດຖະທຳມະນູນ, ລະບຽບກົດໝາຍຢ່າງເຄັ່ງຄັດ ຈະທຸ່ມເທເຫື່ອແຮງ, ສະຕິປັນຍາ ເພື່ອປະຕິບັດໜ້າທີ່ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້.