ຮອງນາຍົກ ເນັ້ນ 7 ວຽກຈຸດສຸມ ທີ່ຄະນະກຳມະການຮ່ວມມື ລາວ-ຈີນ ລາວ-ຫວຽດນາມ ຕ້ອງເອົາໃຈໃສ່

190

ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ (28 ກຸມພາ-1 ມີນາ 2023), ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ, ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຄະນະກຳມະການຮ່ວມມືລາວ-ຫວຽດນາມ, ຄະນະກຳມະການຮ່ວມມື ລາວ-ຈີນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ໄດ້ສຳເລັດລົງ. ໂດຍການເປັນປະທານຂອງທ່ານ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງ, ທັງເປັນປະທານ ຄະນະກຳມະການຮ່ວມມືລາວ-ຫວຽດນາມ (ຄລຫວ) ແລະ ປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ), ໂດຍການເຂົ້າຮ່ວມໂອ້ລົມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ, ພ້ອມມີບັນດາຄະນະກຳມະການຮ່ວມມືລາວ-ຫວຽດນາມ, ລາວ-ຈີນ ແລະ ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນກອງປະຊຸມ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງ ໄດ້ລາຍງານຜົນກອງປະຊຸມ ສະຫຼຸບຕີລາຄາຄືນກ່ຽວກັບໝາກຜົນສຳເລັດບັນດາໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ສສ ຫວຽດນາມ, ພ້ອມຕີລາຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ແນໃສ່ຊອກຫາມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ ໂດຍກໍານົດທິດທາງແຜນການຮ່ວມມື ໃນປີ 2023.


ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ ໄດ້ຊົມເຊີຍຕໍ່ໝາກຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ (ຄລຫວ) ແລະ ປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ) ທີ່ຍາດມາໄດ້ໃນໄລຍະຜ່ານມາ ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວຍັງເຫັນວ່າຍັງມີຫຼາຍຈຸດອ່ອນຂໍ້ຄົງຄ້າງ.


ດັ່ງນັ້ນຈຶ່ງຂໍເນັ້ນໃສ່ວຽກຈຸດສຸມຈໍານວນໜຶ່ງ ເພື່ອໃຫ້ ສອງຄະນະກຳມະການຮ່ວມມື ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຕໍ່ໜ້າ ຄື: 1). ເອົາໃຈໃສ່ການເປັນເສນາທິການໃຫ້ແກ່ສູນກາງພັກ, ລັດຖະບານ ໃນການຄົ້ນຄວ້າ, ຊີ້ນໍາ ແລະ ປະສານກັບບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ; 2). ເອົາໃຈໃສ່ສົມທົບ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຜັນຂະຫຍາຍ ຜົນສໍາເລັດ ກອງປະຊຸມ ຄັ້ງທີ 45 ຂອງ ຄະນະກຳມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ; ແລະ ຜັນຂະຫຍາຍຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ຢູ ສປ ຈີນ ທ້າຍປີ 2022 ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໃຫ້ເກີດຜົນເປັນຈິງ; 3). ເອົາໃຈໃສ່ວຽກງານດຶງດູດການລົງທຶນຈາກ ສສ ຫວຽດນາມ ແລະ ສປ ຈີນໃຫ້ດີ. ສສ ຫວຽດນາມ ແລະ ສປ ຈີນມີທ່າແຮງຫລາຍດ້ານ ບໍ່ວ່າຈະເປັນທາງດ້ານທຶນຮອນກໍ່ຄືປະສົບການ. ໃນປະຈຸບັນທັງສອງປະເທດ ພວມດຳເນີນການປັບປຸງໂຄງການສ້າງເສດຖະກິດ ໂດຍເລັ່ງໃສ່ ເຕັກໂນໂລຊີທີ່ທັນສະໄໝ, ມີການປະດິດ ສ້າງ ແລະ ເລັ່ງໃສ່ນະວັດຕະກຳໃໝ່ຫຼາຍຂຶ້ນ; 4). ເອົາໃຈໃສ່ ການຮ່ວມມືດ້ານການຄ້າ. ສປ ຈີນ ແລະ ສສ ຫວຽດນາມ, ມີປະຊາກອນຫລາຍ, ກຳລັງຊື້ກໍ່ຫລາຍ ແລະ ມີຄວາມຕ້ອງການນໍາເຂົ້າສິນຄ້າຫລາຍປະເພດເປັນຈໍານວນຫຼາຍ. ພ້ອມນັ້ນ, ຕໍ່ກັບສິນຄ້າສົ່ງອອກຈາກປະເທດ ລາວ ແມ່ນພວກເພິ່ນພ້ອມທີ່ຈະສະໜັບສະໜູນ ແລະ ເປີດໄຟຂຽວໃຫ້. ສະນັ້ນ ພວກເຮົາຄວນເອົາໃຈໃສ່ຂຸດຄົ້ນທ່າແຮງດ້ານນີ້ຂອງເຮົາຕື່ມ ໂດຍສະເພາະການສົ່ງອອກສິນຄ້າກະສິກຳສະອາດ, ພະລັງງານ ບໍ່ແຮ່ ແລະ ອື່ນໆ; 5). ເອົາໃຈໃສ່ຕິດຕາມຊຸກຍູ້ ສົ່ງເສີມວຽກງານການທ່ອງທ່ຽວໃຫ້ດີ. ພາຍຫລັງທີ່ ສປ ຈີນ ເປີດປະເທດເຫັນວ່າເປັນໂອກາດດີ ທີ່ນັກທ່ອງທ່ຽວຈີນຈະເດີນທາງມາທ່ຽວລາວ, ໃນອະນາຄົດອັນໄກ້ນີ້ ລົດໄຟລາວ-ຈີນ ຈະສາມາດຂົນສົ່ງໂດຍສານຈາກ ຄຸນມິງ ຫາ ນະຄອນຫຼວງວຽງຈັນ ຍິ່ງຈະອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວຈາກຈີນມາລາວ ນັບມື້ນັບຫຼາຍຂຶ້ນ.

ສ່ວນຈຸດສຸມທີ 6). ໃຫ້ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຄະນະກຳມະການຮ່ວມມື ລາວ-ຈີນ ເປັນເຈົ້າການເອົາໃຈໃສ່ ຕິດຕາມກວດກາ ເພື່ອຊຸກຍຸ້ ບັນດາໂຄງການຮ່ວມມື ລົງທຶນ ລະຫວ່າງ ລາວ-ຫວຽດນາມ ແລະ ລາວ-ຈີນ ໃຫ້ສຳເລັດຕາມທີ່ສອງຝ່າຍ ໄດ້ຕົກລົງກັນ; 7). ເອົາໃຈໃສ່ຍົກລະດັບບຸກຄະລາກອນ ທີ່ມີຢູ່ໃນປັດຈຸບັນ ໃຫ້ມີຄວາມຮູ້ຄວາມສາມາດທີ່ຮັບໃຊ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບສູງຂຶ້ນ, ໂດຍ ຍາດແຍ່ງເອົາບົດຮຽນ, ທຶນຮອນໄປຝຶກອົບຮົມແລກປ່ຽນບົດຮຽນກັບສະຫາຍ ສສ ຫວຽດນາມ ແລະ ສປ ຈີນ ແລະ ນຳເອົາບົດຮຽນມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິຜົນນັບມື້ນັບສູງຂຶ້ນ.


ຫຼັງຈາກສຳເລັດກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນຳວຽກງານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ລາວ-ຈີນ ກໍໄດ້້ຍ່າງຊົມພາບຜົນງານການຮ່ວມມືຂອງການນໍາຂັ້ນສູງ ແລະ ຄະນະກຳມະການຮ່ວມມືລາວ-ຫວຽດນາມ (ຄລຫວ) ແລະ ປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ) ອີກດ້ວຍ.