ຍິນດີກັບຄູ່ສົມຣົດໃໝ່ ເຈົ້າແມ່ແຫ່ງວົງການບັນເທິງລາວ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ

77

ພິທີແຕ່ງງານຕາມປະເພນີສຳເລັດໄປດ້ວຍດີ ກັບງານແຕ່ງຂອງສາວເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສຢູນີເວິດ 2021, ເຂົ້າຂອງໂມເດິລິ້ງຕົ້ນຄຳກັບໜຸ່ມເອກ ຜູ້ພິຊິດຫົວໃຈສາວເຈນນີ່ມາຫຼາຍປີຈົນຕົກລົງປົງໃຈຈູງມືເຂົ້າປະຕິວິວາ ທີ່ເຮືອນເຈົ້າສາວເມືອວັນທີ 25 ກຸມພາຜ່ານມາ.

May be an image of 4 people, people standing and indoor

ສ່ວນພິທີງານລ້ຽງແຂກແມ່ນຈະຈັດຂຶ້ນໃນວັນທີ 3 ມີນາ 2023 ນີ້ ຕິດຕາມກັນຕື່ມບັນຍາກາດຈະໜ້າຮັກສົດຊື່ນກັນແນວໃດ.

May be a closeup of 2 people and people standing

ສຳລັບເລື່ອງລາວຄວາມຮັກສາວເຈນນີ່ເລົ່າວ່າ:  ຊິວິດການເປັນແຟນຂອງເຮົາ ເຮົາຄົບກັນຕັ້ງແຕ່ ມື້ທີ່ເຈົ້າເປັນພະນັກງານບໍລິສັດ Organizer ຂ້ອຍເອງເປັນພິທິກອນຕາມ Event.!

May be an image of 2 people, people standing and outdoors

ຄົບກັນໄດ້ 2ປີ ເຈົ້າຕັດສິນໃຈອອກຈາກບໍລິສັດ ເພື່ອຢາກມາສ້າງບໍລິສັດເປັນຂອງຕົນເອງ ເພື່ອຢາກສ້າງອານາຄົດທີ່ດີໃຫ້ກັບຂ້ອຍ ຈົນມາມື້ນີ້ເຈົ້າມີບໍລິສັດ Ehouse Advertising ຈັດງານ ແບບເຕີບໂຕກ້າວກະໂດດ ຂ້ອຍເອງກໍ່ມີບໍລິສັດ Modeling ເປັນຂອງໂຕເອງ ຂອບໃຈຄວາມຮັກທີ່ສວຍງາມທີ່ເຮົາມອບໃຫ້ກັນ ຂອບໃຈມື້ນີ້ ທີ່ເຈົ້າສ້າງຄວາມຊົງຈຳທີ່ສວຍງາມທີ່ສຸດໃຫ້ກັບຜູ້ຍິງຄົນນີ້ ໃນການຂໍແຕ່ງງານ

May be an image of 6 people, people standing and flower
ມື້ນັ້ນເພີ່ນຈັດງານແລ້ວຍິ່ງພຸ ເຄີຍຢຶນເບິ່ງພຸແລ້ວບອກເພີ່ນວ່າງາມເນາະ… ບໍ່ຄິດວ່າມື້ນີ້ເພີ່ນຈະຈູດພຸຂໍແຕ່ງງານເຮົາ

May be an image of 2 people, people standing and monument

ເສັ້ນທາງຄວາມຮັກຂອງທັງສອງຄົນໄດ້ສຶກສາຊັ່ງຊາຫົວໃຈກັນຍາວນານເຖິງ 7 ປີ ກ່ອນທີ່ຈະມາຮອດມື້ນີ້ທີ່ຕົກລົງເປັນຄູ່ຊີວິດ ສຳລັບເຈນນີ່ແມ່ນຖືກ ໜຸ່ມເອກຈັດເຊີໄພຣ້ຂໍແຕ່ງງານໃນວັນຄົບກັນຄົບຮອບ 7 ປີທີ່ຄົບກັນຂອງທັງສອງເມື່ອວັນທີ 3/11/2022 ເປັນເຊີໄພ້ແບບສວຍງາມທີ່ສຸດໃນຊິວິດ ສາວເຈນນີ່ບອກ.

May be an image of 8 people, people standing, people sitting and indoor

ຂໍໃຫ້ທັງສອງຮັກການຢ່າງໝັ້ນຄົງ ມີໂຕນ້ອຍໃຫ້ຊື່ນໃຈໄວໆເດີ້ ຍິນດີນຳຫຼາຍໆ

May be an image of 1 person, jewelry and indoor

ມື້ນີ້ມືນ້ອງປ້ອນໄຂ່ອ້າຍ ມືອ້າຍປ້ອນໄຂ່ນາງແລ້ວແທ້ໆ

May be a closeup of 2 people, people standing and wrist watch