ເຢຍລະມັນ ອາດໃຊ້ງົບປະມານມະຫາສານ ເພື່ອຮັບມືກັບວິກິດການພະລັງງານກ່ອນປີ 2030

35

ຂ່າວ CRI ລາຍງານວ່າ: ຂ່າວສານເປມເປີຂອງອາເມຣິກາ ໄດ້ນຳເອົາຕົວເລກຂໍ້ມູນຈາກຄັງປັນຍາຫັນປ່ຽນຮູບແບບພະລັງງານອາໂກຣາຂອງເຢຍລະມັນ ມາລາຍງານວ່າ ເມື່ອຮອດປີ 2030 ລັດຖະບານເຢຍລະມັນ ຈະເສຍງົບປະມານຫຼາຍກວ່າ 1 ພັນຕື້ໂດລາ ເພື່ອຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍດ້ານວິກິດການພະລັງງານ.

อาจเป็นรูปภาพของ กลางแจ้ง

ນັບແຕ່ ຣັດເຊຍ ເປີດປະຕິບັດການທາງທະຫານພິເສດຕໍ່ ອູ   ແກຣນ ຕັ້ງແຕ່ທ້າຍເດືອນກຸມພາ 2022 ເປັນຕົ້ນມາ, ຫຼາຍປະເທດໃນເອີຣົບ ໄດ້ຮ່ວມກັບ ອາເມຣິກາ ດຳເນີນການມາດຕະການລົງໂທດຕໍ່ ຣັດເຊຍ ເປັນຫຼາຍຮອບ, ຍ້ອນວ່າເຢຍລະມັນ ໄດ້ອາໄສພະລັງງານຂອງ ຣັດເຊຍ ໃນລະດັບສູງ. ສະນັ້ນ, ເສດຖະກິດເຢຍລະມັນ ຈຶ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເລື່ອງດັ່ງກ່າວນີ້.

ไม่มีคำอธิบายรูปภาพ

ທ່ານ ມາເຊວ ຟຣາສເຊີ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດເຢຍລະມັນ ເຊິ່ງເປັນອົງການຄົ້ນຄວ້າເສດຖະກິດທີ່ມີອິດທິພົນຂອງເຢຍລະມັນ ກ່າວວ່າ: ລາຄາພະລັງງານຂອງເຢຍລະມັນ ໃນປີ 2022 ໄດ້ເພີ່ມຂຶ້ນ 34,7% ເມື່ອທຽບໃສ່ປີ 2021, ເຮັດໃຫ້ເຢຍລະມັນປະສົບກັບຄວາມເສຍຫາຍໂດຍກົງ ມູນຄ່າ 100 ຕື້ເອີໂຣ ໃນປີ 2022, ເກືອບເທົ່າກັບ 2,5% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ເຢຍລະມັນໃນປີ 2022.