ຈີນ ທົດລອງເດີນເຮືອບັນທຸກສິນຄ້າຂະໜາດໃຫຍ່ທີ່ສຸດໃນໂລກ

72

China Media Group ລາຍງານວ່າ: ເຮືອ “ NACKS 335 ” ເຊິ່ງເປັນເຮືອບັນທຸກສິນຄ້າຂະໜາດໃຫຍ່ພິເສດລຸ້ນໃໝ່ຂອງຈີນ ໄດ້ນຳມາທົດລອງເດີນເຮືອຈາກເມືອງໜານທົງ ແຂວງຈຽງຊູ ທາງທິດຕາເວັນອອກຂອງຈີນ.

ไม่มีคำอธิบายรูปภาพ

ເຮືອລຳດັ່ງກ່າວນີ້ ສ້າງໂດຍບໍລິສັດ Nantong COSCO KHI Ship Engineering ຈຳກັດ, ມີ ຄວາມຍາວ 399,99 ແມັດ, ກວ້າງ 61,3 ແມັດ, ສາມາດບັນທຸກນ້ຳໜັກໄດ້ສູງເຖິງ 228.000 ໂຕນ ສາມາດບັນທຸກຕູ້ຄອນເທັນເນີໄດ້ 24.188 ຕູ້ ເຊິ່ງເປັນເຮືອບັນທຸກຂະໜາດໃຫຍ່ທີ່ສຸດໃນໂລກ ໂດຍມີດາດຟ້າຂະໜາດ ໃຫຍ່ເທົ່າກັບສະໜາມເຕະບາມາດຖານ 3 ສະໜາມ.

อาจเป็นรูปภาพของ กลางแจ้ง

ເຮືອລຳດັ່ງກ່າວ ໄດ້ຮັບການອອກແບບດ້ວຍລະບົບເຕັກໂນໂລຊີອັດສະລິຍະ, ລ້ຳສະໄໝ, ມີຄວາມປອດໄພສູງ, ປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ສະແດງເຖິງຄວາມເປັນຜູ້ນຳໃນການພັດທະນາເຮືອບັນທຸກຕູ້ຄອນເທັນເນີຂະໜາດໃຫຍ່ພິເສດຂອງຈີນ.

ຈີນ ຄອງຕຳແໜ່ງຜູ້ສ້າງເຮືອຊັ້ນນຳຂອງໂລກໃນປີ 2022 ໂດຍມີສ່ວນແບ່ງທາງການຕະຫຼາດຫຼາຍທີ່ສຸດໃນໂລກ ແລະ ຍັງເປັນຜູ້ຜະລິດເຮືອດ້ວຍເຕັກໂນໂລຊີຂັ້ນສູງເປັນອັນດັບຕົ້ນໆຂອງໂລກ.