ສຳນັກຂ່າວຊິນຫົວລາຍງານ ໃນວັນທີ 28 ກຸມພາ 2023 ວ່າ: ສຳນັກງານຕົວແທນອົງການອະນາໄມໂລກ ( WHO ) ປະຈຳກຳປູເຈຍ ເປີດເຜີຍສະຖານະການການແຜ່ລະບາດໄຂ້ຫວັດສັດປີກ ຊະນິດ A ສາຍພັນ H5N1 ໃນກຳປູເຈຍ ມີຄວາມສ່ຽງຕໍ່ສາທາລະນະຊົນຍັງຢູ່ໃນລະດັບຕ່ຳ ເຖິງວ່າພົບຜູ້ຕິດເຊື້ອ 2 ຄົນທຳອິດ ແລະ 1 ໃນນັ້ນໄດ້ເສຍຊີວິດແລ້ວ.
WHO ເປີດເຜີຍວ່າ: ມີຜູ້ຕິດເຊື້ອໄຂ້ຫວັດສັດປີກໃນ ກຳປູເຈຍ ຜູ້ທຳອິດ ເປັນເດັກຍິງ ອາຍຸ 11 ປີ ອາໄສຢູ່ແຂວງໄພຣແວງ ພາກຕາເວັນອອກສ່ຽງໃຕ້ຂອງກຳປູເຈຍ ໄດ້ເສຍຊີວິດແລ້ວ ໃນວັນທີ 22 ກຸມພາຜ່ານມາ, ຫຼັງຈາກນັ້ນ ມີການຢືນຢັນວ່າ ບິດາຂອງຜູ້ເສຍຊີວິດ ມີຜົນກວດອອກມາເປັນບວກ, ຈົນເຖິງຂະນະນີ້ ຍັງບໍ່ມີອາການເຈັບປ່ວຍແຕ່ຢ່າງໃດ ແຕ່ຕ້ອງເຂົ້າສູ່ຂະບວນການດ້ານສາທາລະນະສຸກ ເຊິ່ງຂະນະນີ້ຜູ້ກ່ຽວກຳລັງນອນຕິດຕາມອາການຢູ່ໂຮງໝໍແຫ່ງໜຶ່ງໃນແຂວງໄພຣແວງ.
ແນວໃດກໍຕາມ, ຜູ້ສຳຜັດໃກ້ຊິດກັບຜູ້ເສຍຊີວິດທັງ 11 ຄົນ ຍັງມີຜົນກວດເປັນລົບ, ອີກຢ່າງໜຶ່ງຫຼັກຖານທາງການແພດຢືນຢັນວ່າ ເຊື້ອໄວຣັສໄຂ້ຫວັດສັດປີກບໍ່ຕິດຕໍ່ສູ່ມະນຸດໂດຍງ່າຍ ແລະ ການຕິດຕໍ່ຂອງເຊື້ອພະຍາດລະຫວ່າງ ມະນຸດ ກັບ ມະນຸດ ເຖິງວ່າ “ ບໍ່ແມ່ນເລື່ອງຜິດປົກກະຕິ ແຕ່ກໍບໍ່ໄດ້ເກີດຂຶ້ນເລື້ອຍໆ ” ຈຶ່ງປະເມີນວ່າຄວາມສ່ຽງຈາກເຊື້ອໄວຣັສທີ່ມີຕໍ່ປະຊາຊົນທົ່ວໄປຍັງຢູ່ໃນລະດັບຕ່ຳ.
ທັງນີ້, ນັບແຕ່ປີ 2005 ເປັນຕົ້ນມາ ກຳປູເຈຍ ກວດພົບຜູ້ຕິດເຊື້ອໄຂ້ຫວັດສັດປີກແລ້ວ 58 ຄົນ ແລະ ເສຍຊີວິດ 38 ຄົນ.