ພູຫຍ້າຄາແຫຼ່ງທ່ອງທ່ຽວໃໝ່ໜ້າຕິດຕາມ ຢູ່ແຂວງອຸດົມໄຊ

87

ວັນທີ 24 ກຸມພາ 2023 ຜ່ານມາ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດພິທີ ເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູູ່ເຂດພູຫຍ້າຄາ, ບ້ານຫລັກ 32, ເມືອງໄຊ, ແຂວງອຸດົມໄຊ.

May be an image of grass, mountain, nature and tree

ຮ່ວມລົງນາມເຊັນສັນຍາໂດຍແມ່ນ ທ່ານ ນາງ ຈັນທະລາ ໄຊບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ,ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງ ແລະ ຕາງໜ້າຝ່າຍບໍລິສັດໂດຍແມ່ນ ທ່ານ ນໍເນັງ ລິ ອຳນວຍການບໍລິສັດ ຍອດນ້ຳງາ ພັດທະນາ ຈໍາກັດຜູ້ດຽວ ໂດຍມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂັ້ນແຂວງ,ເມືອງ,ອົງການປົກຄອງບ້ານ ແລະ ບັນດາພະແນກການ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

May be an image of 19 people and people standing
ແຂວງອຸດົມໄຊ ອະນຸຍາດໃຫ້ ບໍລິສັດ ລົງທຶນພັດທະນາແຫລ່ງທ່ອງທ່ຽວຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູູ່ເຂດພູຫຍ້າຄາ, ບ້ານຫລັກ 32,ເມືອງໄຊ, ແຂວງອຸດົມໄຊ ໃນເນື້ອທີ່ທັງຫມົດ 1.967 ກວ່າເຮັກຕາ;ໃນນັ້ນ, ເນື້ອທີ່ສຳປະທານເພື່ອພັດທະນາເປັນເຂດບໍລິການ ມີເນື້ອທີ່ 6 ເຮັກຕາກວ່າ ແລະ ເນື້ອທີ່ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວແບບອານຸລັກທໍາມະຊາດແມ່ນ1.961 ກວ່າເຮັກຕາໂດຍແມ່ນບໍລິສັດ ເປັນຜູ້ຮັບຜິດຊອບພຽງຜູ້ດຽວ ທາງດ້ານທຶນຮອນ 100%ໃນມູນຄ່າ2.286.000 ໂດລາສະຫະລັດ ເຊິ່ງມີອາຍຸສັນຍາ 50 ປີ.

May be an image of 1 person and nature

ໃນໂຄງການນີ້ມີກິດ 6 ກິດຈະກຳຫລັກຄື: ທ່ອງທ່ຽວປ່າທໍາມະຊາດ ເຊັ່ນ ທ່ຽວຊົມນ້ຳຕົກຕາດ, ຍ່າງຊົມທໍາມະຊາດ ແລະ ຂີ່ສະລິງ,ທ່ອງທ່ຽວດ້ານວັດທະນະທໍາ ເຊັ່ນ: ຊົມສິນລະປະວັນນະຄະດີ , ຊົມວິຖີດໍາລົງຊີວິດຂອງຊົນເຜົ່າ, ຊົມການຕໍ່າຫູກ, ຈັກສານ, ຊົມການປູກພືດຜັກ ແລະ ຫມາກໄມ້, ມີບໍລິການສະຖານທີ່ພັກເຊົາເຊັ່ນ: ຮ້ານອາຫານ ເຮືອນພັກ, ກາງເຕັ້ນ, ໂຮມສະເຕ, ບໍລິການອາຫານ ,ເຄືອງດື່ມ ແລະຍັງມີບໍລິການດ້ານການບໍາບັດສຸຂະພາບ ສະຖານທີ່ອອກກໍາລັງກາຍ ແລະ ອົບນວດຜ່ອນຄາຍ.

May be an image of 10 people and people standing

ຈຸດປະສົງແມ່ນເພື່ອຈະພັດທະນາເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ໂດຍແນໃສການສົ່ງເສີມ ແລະດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ນຳໃຊ້ທ່າແຮງຂອງແຂວງອຸດົມໄຊ ເພື່ອກະຕຸກຊຸກຍູ້ການພັດທະນາທ້ອງຖິ່ນ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນມີລາຍຮັບທີ່ຫມັ້ນຄົງ.

May be an image of tree, mountain, nature and sky

ຂອບໃຈຂ່າວຈາກ: ສະຖານີ ວິທະຍຸແລະໂທລະພາບ ແຂວງອຸດົມໄຊ