ບົດສະຫຼຸບລາງວັນ ເດິ ເບສ ຟີຟາ ອະວອດສ໌ ຄໍ່າຄືນທີ່ຍິ່ງໃຫຍ່ຂອງ ເມສຊີ ແລະ ຊາວອາເຈນຕິນາ

28

ຖືວ່າເປັນຄໍ່າຄືນທີ່ຍິ່ງໃຫຍ່ທີ່ສຸດຂອງ ລິໂອເນລ ເມສຊີ ກອງໜ້າທີມຊາດອາເຈນຕິນາ ທີ່ເປັນສ່ວນສໍາຄັນພາທີມຄວ້າແຊັມບານໂລກ 2022 ໃຫ້ຊາວອາເຈນຕິນາ ໄດ້ສະຫຼອງຢ່າງຍິ່ງໃຫຍ່ ຈົນຖືກເລືອກໃຫ້ຄວ້າລາງວັນນັກເຕະຊາຍດີເດັ່ນ ຫຼື ເດິ ເບສ ຟີຟາ ເມັນສ໌ ເພລເຢີ ໃນງານປະກາດລາງວັນ ເດິ ເບສ ຟີຟາ ຟຸດບອລ ອະວອດສ໌ ປະຈໍາປີ 2022 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອວັນຈັນທີ 27 ກຸມພາ 2023.

ເມສຊີ ຄວ້າລາງວັນນີ້ເປັນສະໄໝທີ 2 ຕໍ່ຈາກປີ 2019 ໂດຍໄດ້ຮັບຄະແນນໂຫວດເປັນອັນດັບ 1 ຫຼາຍກວ່າ ຄີລິຢັນ ເອັມບັບເປ ແລະ ຄາຣິມ ເບນເຊມາ, ສ່ວນ ລິໂອເນລ ສະກາໂລນີ ຜູ້ຈັດການທີມຊາດອາເຈນຕິນາ ກໍຄວ້າລາງວັນຜູ້ຈັດການທີມດີເດັ່ນ ຫຼື ເດິ ເບສ ຟີຟາ ເມັນສ໌ ໂຄຊ ຈາກຜົນງານພາທີມຊາດອາເຈນຕິນາ ຄວ້າແຊັມບານໂລກ 2022 ເຊັ່ນກັນ ໂດຍເອົາຊະນະ ຄາໂລ ອັນເຊລອດຕິ ກັບ ເປ໊ບ ກວາດິໂອລາ.

ນອກຈາກນັ້ນ ແຟນບານທີມຊາດອາເຈນຕິນາຍັງຖືກເລືອກໃຫ້ຄວ້າລາງວັນ ຟີພາ ແຟນ ອະວອດ ອີກດ້ວຍ ເຊິ່ງມັນສະແດງເຖິງຄໍ່າຄືນທີ່ຍິ່ງໃຫຍ່ຂອງຊາວອາກຊັງຕິນ ບໍ່ວ່າຈະເປັນນັກເຕະ, ຄູຝຶກ ແລະ ແຟນບານຊາວອາເຈນຕິນາ ທົ່ວໂລກ.

ສ່ວນລາງວັນອື່ນໆທີ່ໜ້າສົນໃຈມີດັ່ງນີ້:
-ນັກຕະຍິງດີເດັ່ນ: ອະເລັກ ປູເຕຢາສ ນັກເຕະຊາວແອັດສະປາຍ ຈາກສະໂມສອນ ບາເຊໂລນາ
-ຜູ້ຮັກສາປະຕູດີເດັ່ນ: ເອມິເລຍໂນ ມາຕິເນຊ ຊາວອາເຈນຕິນາ ຈາກສະໂມສອນ ແອັສຕັນ ວິລລາ
-ຜູ້ຮັກສາປະຕູຍິງດີເດັ່ນ: ແມຣີ ເອິບສ໌ ຊາວອັງກິດ ຈາກສະມໂສອນ ແມນເຊັສເຕີ ຢູໄນເຕັດ

-ຜູ້ຈັດການທີມຍິງດີເດັ່ນ: ຊາລີນາ ວີກມັນ ຂອງທີມຊາດອັງກິດ
-ປະຕູດີເດັ່ນ ( ປຸສກັສ ອະວອດ ): ມາຊິນ ໂອເລັກຊີິ ນກເຕະບານຄົນພິການຊາວໂປໂລຍ
-ລາງວັນພິເສດ: ເປເລ່ ຕໍານານນັກເຕະຊາວບຣາຊິນ ທີ່ເສຍຊີວິດໄປແລ້ວ.
ຂ່າວ: Larh Creators