ທ່າເຮືອໂກລົມໂບ ຈະກາຍເປັນສູນກາງເສດຖະກິດຂອງສີລັງກາ

70

ສຳນັກຂ່າວ ຊິນຫົວລາຍງານວ່າ ທ່ານ ອາລີ ຊາບີ ລັດຖະມົນຕີກະຊວງການຕ່າງປະເທດຂອງສີລັງກາ ກ່າວວ່າ: ເມືອງທ່າເຮືອໂກລົມໂບ ( Colombo Port City ) ຂອງສີລັງກາ ຈະສ້າງວຽກເຮັດງານທຳໃຫ້ແກ່ຊາວສີລັງກາປະມານ 87.000 ຕຳແໜ່ງໃນອະນາຄົດ ແລະ ຈະມີບົດບາດສຳຄັນໃນການຊຸກຍູ້ໃຫ້ສີລັງກາ ກາຍເປັນສູນກາງດ້ານເສດຖະກິດ ການສົ່ງອອກສິນຄ້າ.

อาจเป็นรูปภาพของ ชายฝั่ง, ชายหาด, ท้องฟ้า และ มหาสมุทร

ທັງນີ້, ເມືອງທ່າເຮືອໂກລົມໂບ ໄດ້ກວມເອົາເນື້ອທີ່ເຖິງ 269 ເຮັກຕາຈາກທະເລ, ປະກອບດ້ວຍ 5 ເຂດ ສຳລັບການບໍລິການ ເຊິ່ງຈະເຮັດໃຫ້ທ່າເຮືອແຫ່ງນີ້ມີບົດບາດສຳຄັນຍູ້ເສດຖະກິດສີລັງກາ ໃຫ້ກັບຄືນສູ່ສະພາບປົກກະຕິ.

อาจเป็นรูปภาพของ ท้องฟ้า และ แหล่งน้ำ