ມາສດາ ຄວ້າແຊ້ມທຳອິດຕົ້ນປີ ລາຍການ ຢູ-10 ຊ້າງເສີກ ອຸດອນທານີ ຄັບ 2023

111

ຂຸນພົນນັກກິລາເຕະບານ ໝາກເຜັດຂີ້ໜູລາວ ສະໂມສອນ ມາສດາ ລາວ ຈີບີ ເອັບຊີ ດີກຣີແຊ້ມ ລາຍການລາລິກາ ສະເປນ ທີ່ປະເທດມາເລເຊຍ ແລະ ແຊ້ມຊົນແຊ້ມ ປະເທດໄທ ປີ 2022 ສາມາດປົດລ໋ອກ ໃນການຄອງແຊ້ມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປິ ຫຼື ຢູ-10 ປີ ລາຍການ ຊ້າງເສີກ ອຸດອນທານີ ປະເທດໄທ ປະຈຳປີ 2023 ຊຶ່ງເປັນແຊ້ມລາຍການທຳອິດ ໃນການເລີ່ມຕົ້ນທີ່ດີ ໃນປີນີ້ຂອງທີມດັ່ງກ່າວ ພາຍຫຼັງທີ່ພາດໂອກາດໃນການຄອງແຊ້ມ ລາຍການຊີງແຊ້ມພາກອີສານ ເມື່ອເດືອນມັງກອນຜ່ານມາ ພາດທ່າເສຍໃຫ້ທີມດັບເບີນຢູໄອຈີ ນາຄາ ທີມທີ່ຢູ່ສປປ ລາວ ດ້ວຍກັນເອງ ແບບຫວຸດຫວິດ 2-3 ປະຕູ.

ການແຂ່ງຂັນບານເຕະ 7 ຄົນ (6 ຮັບ 1) ລາຍການ ຊ້າງເສີກ ອຸດອນທານີ ປະເທດໄທ ປະຈຳປີ 2023 ໃນຮຸ່ນອາຍຸບໍ່ເກີນ 10 ແລະ 12 ປີ ຈັດຂຶ້ນ ລະຫວ່າງວັນທີ 25-26 ກຸມພາ ຜ່ານມາ ທີ່ສະໜາມ ຊ້າງເສີກ ອາຣີນ່າ ແຂວງອຸດອນທານີ ຣາຊະອານາຈັກໄທ ລາຍການນີ້ ສຳລັບ ຢູ-10 ປີ ມີ 9 ທີມເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 3 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ແລະ ຄັດເລືອກເອົາທີ 3 ທີ່ມີຄະແນນດີທີ່ສຸດ 2 ທີມເຂົ້າຮອບ 8 ທີມສຸດທ້າຍ ແລະ ຢູ-12 ມີ 8 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບ ມາສດາ ລາວ ຈີບີ ເອັບຊີ ສົ່ງ 3 ທີມເຂົ້າຮ່ວມ ກໍຄື ຮຸ່ນອາຍຸ 10 ປີ ສົ່ງສອງທີມ ໂດຍໃສ່ຊື່ວ່າ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ແລະ ທີມ ບີ ສ່ວນ ຮຸ່ນອາຍຸ 12 ປີ ສົ່ງພຽງທີມດຽວ.

ສະເພາະຮຸ່ນອາຍຸ 10 ປີ ທີ່ມີ 9 ທີມເຂົ້າຮ່ວມ, ໃນນັ້ນ ກຸ່ມ ເອ ປະກອບມີ ສີີຣະວິດ ອາຄາເດມີ້ ຈາກແຂວງຂອນແກ່ນ, ຮ້ານຂາຍຄຳ ເຊີຣິ ແລະ Mazda Lao GB Fc ທີມ B ສ່ວນ ກຸ່ມ ບີ ມີເຈົ້າພາບ ຊ້າງເສີກ ທີມ A, ຊ້າງເສີກ ທີມ B ແລະ ວຸດທິຍາ ອາຄາເດມີ້ ຫຼື ຈູເນ່ຍ ຊິກຊິກ ໜອງຄາຍ ຈາກແຂວງໜອງຄາຍ ແລະ ກຸ່ມ ຊີ ສັດທາ ອາຄາເດມິ້, ຮ້ານຂາຍຄຳ ເຊີຣິ ປຕທ ສັງຄົມ ທີມ B ແລະ Mazda Lao GB Fc ທີມ A.

ຜ່ານການແຂ່ງຂັນຜົນງານຂອງ ມາສດາ ລາວ ຈີບີ ເອັບຊີ ປະກົດວ່າ: ມາສດາ ລາວ ຈີບີ ເອັບຊີ ທີມ ບີ ຈອດພຽງຮອບ 8 ທີມສຸດທ້າຍ ສ່ວນ ມາສດາ ລາວ ຈີບີ ເອັບຊີ ທີມ ເອ ບໍ່ເສຍໃຫ້ທີມໃດ ໃນຮອບຄັດເລືອກ, ຮອບ 8 ທີມ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ໂດຍສະເພາະໃນຮອບຊີງຂັນຊະນະເລີດ ມາສດາ ລາວ ຈີບີ ເອັບຊີ ກໍເຂັ່ນຟອເກັ່ງຖະຫຼົ່ມເອົາຊະນະ ທີມເຈົ້າພາບ ຊ້າງເສີກ ທີມ A ໄປແບບຂາດຮອຍ 6-2 ປະຕູ ຄວ້າແຊ້ມລາຍການດັ່ງກ່າວໄປຄອງ ສ່ວນ ເຈົ້າພາບໄດ້ພຽງຮອງແຊ້ມ ທີ 3 ເປັນຂອງ ສີຣະວິດ ແລະ ທີ 4 ແມ່ນ ຈູເນ່ຍ ຊິກຊິກ ໜອງຄາຍ. ຂະນະທີ່ຜົນງານຂອງ ຢູ-12 ມາສດາ ລາວ ຈີິບີ ເອັບຊີ ຈອດພຽງຮອບຄັດເລືອກ ລົງສະໜາມ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດ.
ຂ່າວ ໂດຍສົງການ ພັນແພງດີ