ມາສເຕີ 7 ແລະ ຊ້າງນ້ອຍ ເກັບໄຊຊະນະ 2 ນັດລວດ ຢຶດຫົວແຖວຕາຕະລາງລາວລີກ 1

46

ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ແລະ ຊ້າງນ້ອຍ ເອັຟຊີ ແຊັມເກົ່າ ຢຶດອັນດັບທີ 1 ແລະ 2 ຂອງຕາຕະລາງເປບຊີ ລາວລີກ 1 ລະດູການ 2023 ຕາມລໍາດັບ ຫຼັງຈາກທີ່ລົງສະໜາມນັດທີ 2 ເມື່ອວັນທີ 26 ກຸມພາ 2023 ເກັບໄຊຊະນະໄດ້ທັງຄູ່ ລວມທັງຍັງກາຍເປັນ 2 ທີມທີ່ຍັງສະກົດຄໍາວ່າ ສະເໝີ ແລະ ເສຍບໍ່ເປັນ.

ອາທິດທີ 2 ຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ມີຂຶ້ນໃນລະຫວ່າງວັນທີ 25-26 ກຸມພາ 2023 ມີການແຂ່ງຂັນ 4 ຄູ່ ໂດຍສະເພາະ 2 ຄູ່ທີ່ໜ້າສົນໃຈມີຂຶ້ນໃນວັນທີ 26 ກຸມພາ 2023 ໂດຍຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມາສເຕີ 7 ເອັຟຊີ ເປີດບ້ານຮັບການມາຢາມຂອງ ຫຼວງພະບາງ ປາກົດວ່າ: ການແຂ່ງຂັນສູສີ ຕ່າງຝ່າຍຕ່າງມີໂອກາດໃກ້ຄຽງກັບປະຕູ ແຕ່ໃນ 84 ນາທີທໍາອິດຍັງບໍ່ມີປະຕູເກີດຂຶ້ນ ຈົນເຖິງນາທີໆ 85 ມາສເຕີ 7 ເອັຟຊີ ມາໄດ້ປະຕູໄຊຈາກການຍິງຂອງ REI ISHIKAWA ຊ່ວຍໃຫ້ທີມບຽດເອົາຊະນະ ຫຼວງພະບາງ 1-0.

ສ່ວນອີກຄູ່ໜຶ່ງ ຊ້າງນ້ອຍ ເອັຟຊີ ແຊັມເກົ່າ ເດີນທາງລົງໄປທີ່ແຂວງຈໍາປາສັກ ພົບກັບ ຈໍາປາສັກ ເອັຟຊີ ຜ່ານການແຂ່ງຂັນປາກົດວ່າ: ບຸນພະຈັນ ບຸນກອງ ຍິງປະຕູໃຫ້ກັບ ຊ້າງນ້ອຍ ເອັຟຊີ ຂຶ້ນນໍາໄປກ່ອນ 1-0 ຕັ້ງແຕ່ນາທີໆ 35, ແຕ່ຫຼັງຈາກນັ້ນກໍບໍ່ມີປະຕູເກີດຂຶ້ນອີກເລີຍ ກ່ອນຈົບການແຂ່ງຂັນ ຊ້າງນ້ອຍ ເອັຟຊີ ບຽດເອົາຊະນະ ຈໍາປາສັກ 1-0 ເຊັ່ນດຽວກັນ. ຂະນະທີ່ 2 ຄູ່ທີ່ແຂ່ງຂັນວັນກ່ອນໜ້ານີ້ ວຽງຈັນ ເອັຟຊີ ສະເໝີກັບ ນໍ້າທາ 1-1 ແລະ ເອສະຣາ ເອັຟຊີ ສະເໝີກັບ ກອງທັບ ເອັຟຊີ 0-0.

ຈາກຜົນການແຂ່ງຂັນອາທິດທີ 2 ເຮັດໃຫ້ ມາສເຕີ 7 ເອັຟຊີ ເກັບເພີ່ມເປັນ 6 ຄະແນນຢຶດທີມນໍາໂດຍມີຜົນປະຕູໄດ້ເສຍດີກວ່າ ອັນດັບ 2 ຊ້າງນ້ອຍ ເອັຟຊີ ທີ່ມີ 6 ຄະແນນເທົ່າກັນ, ອັນດັບ 3 ວຽງຈັນ ເອັຟຊີ ມີ 4 ຄະແນນ ແລະ ອັນດັບ 4 ກອງທັບ ເອັຟຊີ ມີ 2 ຄະແນນ, ສ່ວນ ຫຼວງພະບາງ ມີ 1 ຄະແນນເທົ່າກັບ ເອສະຣາ ເອັຟຊີ ແລະ ນໍ້າທາ ຢູໄນເຕັດ ຢູ່ອັນດັບທີ 6, 7 ແລະ 8 ຕາມລໍາດັບ ແລະ ອັນດັບສຸດທ້າຍຂອງຕາຕະລາງເປັນຂອງ ຈໍາປາສັກ ເອັຟຊີ ຍັງບໍ່ມີຈັກຄະແນນ.
ຂ່າວ: Larh Creators; ຮູບຈາກ: ສຕລ