ເສັ້ນທາງສູ້ແຊັມທໍາອິດຮອບ 6 ປີຂອງ ແມນເຊັສເຕີ ຢູໄນເຕັດ

30

ກາຍເປັນຂັນແຊັມທໍາອິດໃນຮອບ 6 ປີຂອງ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ຫຼັງຈາກທີ່ສາມາດເອົາຊະນະ ນິວຄາສເຊິລ ຢູໄນເຕັດ 2-0 ໃນນັດຊີງຊະນະເລີດທີ່ສະໜາມ ເວມບລີ ສະເຕດ້ຽມ ເມື່ອວັນທີ 26 ກຸມພາ 2023 ຄວ້າແຊັມບານເຕະລາຍການ ລີກ ຄັບ 2022-2023 ( ຄາຣາບາວ ຄັບ ).

ນັດດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ໄດ້ 2 ປະຕູຈາກ ຄາເຊມິໂຣ ນາທີໆ 33 ແລະ ຈາກ ມາຄັສ ແຣຊຟອດ ຍິງສະແລັບ ສະເວນ ບອດແມນ ປ່ຽນທາງເຂົ້າປະຕູໄປນາທີໆ 39 ຊ່ວຍໃຫ້ ແມນເຊັສເຕີ ຢູໄນເຕັດ ຄວ້າແຊັມ ລີກ ຄັບ 2022-2023 ແລະ ເປັນແຊັມທໍາອິດໃນຮອບ 6 ປີທີ່ເຄີຍຄວ້າແຊັມຄັ້ງຫຼັງສຸດຄືແຊັມ ຢູໂຣປາລີກ ລະດູການ 2026-2017 ທີ່ເອົາຊະນະ ອາແຈ໊ກ 2-0 ໃນນັດຊີງຊະນະເລີດ. ນອກນັ້ນ, ປີນີ້ຍັງມີລຸ້ນແຊັມ 3 ລາຍການເພີ່ມຄື: ພຣີເມຍລີກ ອັງກິດ ຕາມຫຼັງທີມນໍາຢ່າງ ອາເຊນອລ 8 ຄະແນນ, ຢູໂຣປາລີກ ເຂົ້າຮອບ 16 ທີມສຸດທ້າຍແລ້ວ ແລະ ເອັຟເອ ຄັບ ເຂົ້າຮອບ 16 ທີມສຸດທ້າຍ.

ສໍາລັບ ເສັ້ນທາງສູ່ແຊັມ ລີກ ຄັບ 2022-2023 ມີດັ່ງນີ້:
-ຮອບທີ 3: ແມນເຊັສເຕີ ຢູໄນເຕັດ ຊະນະ ແອັສຕັນ ວິລລາ 4-2
-ຮອບ 16 ທີມສຸດທ້າຍ: ແມນເຊັສເຕີ ຢູໄນເຕັດ ຊະນະ ເບິນລີ 2-0

-ຮອບກ່ອນຮອງຊະນະເລີດ: ແມນເຊັສເຕີ ຢູໄນເຕັດ ຊະນະ ຊາລຕັນ ແອັດເລຕິກ 3-0
-ຮອບຮອງຊະນະເລີດ: ນັດທໍາອິດ ແມນເຊັສເຕີ ຢູໄນເຕັດ ບຸກຊະນະ ນ໊ອດຕິງແຮມ ຟໍເຣສ 3-0 ແລະ ນັດທີ 2 ເປີດບ້ານຊະນະ ນ໊ອດຕິງແຮມ ຟໍເຣສ 2-0.
-ນັດຊີງຊະນະເລີດ: ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ນິວຄາສເຊິລ ຢູໄນເຕັດ 2-0 ຄວ້າແຊັມໄປຄອງ