ເຈົ້າແຂວງສະຫວັນນະເຂດ ລະດົມຄວາມຄິດ ແລະຄວາມຮູ້ຈາກການນຳຮຸ້ນກ່ອນ

91

ການຈະເລີ່ມຕົ້ນສິ່ງໃໝ່ຕ້ອງຮູ້ສິ່ງເກົ່ານັ້ນປະຕິເສດບໍໄດ້ ຍິ່ງຖ້າເປັນວຽກພື້ນຖານຄົນໃໝ່ຕ້ອງຮຽນຮູ້ນຳຄົນເກົ່າ ເພື່ອຮັບຮູ້ເຂົ້າໃຈກ່ອນນຳໄປປັບໃຊ້ໃຫ້ຖືກທິດຖືກທາງ ດັ່ງທ່ານບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ຄົນໃໝ່ພາຍຫຼັງທີ່ເພິ່ນໄດ້ຮັບການມອບໝາຍໃຫ້ໄປຮັບໜ້າທີ່ເປັນເຈົ້າແຂວງ ທ່ານໄດ້ພົບປະກັບການນຳຂອງແຂວງຫຼາຍລຸ້ນທີ່ຜ່ານ ເພື່ອຮັບຟັງກ່ຽວກັບຈຸດພິເສດຂອງແຂວງ, ຂອງຂະແໜງການເພື່ອນຳມາປັບໃຊ້ໃນໜ້າທີ່ວຽກງານຕົວຈີງ.

อาจเป็นรูปภาพของ 1 คน, กำลังนั่ง และ กำลังยืน

ໂດຍວັນທີ 21 ກຸມພາ 2023 ຜ່ານມານີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມກັບບັນດາ ທ່ານ ການນຳຮຸ່ນກ່ອນຂອງແຂວງ ທີ່ໄດ້ພັກການຮັບເບ້ຍບຳນານແລ້ວ ເຊິ່ງລວມມີທ່ານ ສຸພັນ ແກ້ວມີໄຊ ອະດີດເຈົ້າແຂວງ, ທ່ານ ຄຳເຜີຍ ຜັນທະຈອນ ອະດີດ ຮອງເລຂາພັກແຂວງ ອະດີດປະ ທານສະພາປະຊາຊົນແຂວງ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ອະດີດຮອງເຈົ້າແຂວງ ແລະບັນດາ ທ່ານພະນັກງານອະວຸດໂສບຳ ນານ ເຊິ່ງເຄີຍເປັນຄະນະນຳຂອງ ແຂວງຈຳນວນໜຶ່ງ ກໍ່ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ດ້ວຍ.

อาจเป็นรูปภาพของ 9 คน, ผู้คนกำลังนั่ง, ตาราง และ สถานที่ในร่ม
ກອງປະຊຸມຄັ້ງນີ້, ທ່ານ ເຈົ້າ ແຂວງໄດ້ຮັບຟັງບັນດາທ່ານອະດີດການນຳຂອງແຂວງກ່າວເຖິງເງື່ອນໄຂ, ທ່າແຮງຂອງແຂວງ, ຈຸດ ແຂງທີ່ຄວນເນັ້ນໜັກຕໍ່ການພັດທະນາເສດຖະກິດ-ສັງຄົມ, ບັນຫາທີ່ ເປັນອຸປະສັກ ( ຫຼືສິ່ງກົດໜ່ວງການ ພັດທະນາ) ທີ່ຕ້ອງໄດ້ຮັບການແກ້ໄຂ, ບັນຫາການກໍ່ສາງເສັ້ນທາງທີ່ ເປັນຍຸດທະສາດຕໍ່ການພັດທະນາ, ການລົງກໍ່ສ້າງຮາກຖານການ ເມືອງຕິດພັນກັບການພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ, ການທ້ອນໂຮມຄວາມສາມັກຄີ, ການເມືອງແນວຄິດ, ວຽກງານ ປກຊ-ປກສ, ວຽກງານປົກຄອງ, ນິຕິບັນຍັດ, ໄອຍະການ, ວຽກງານ ພັກ-ພະນັກງານ, ອົງການ ຈັດຕັ້ງມະ ຫາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະການຕ່າງປະເທດ.

อาจเป็นรูปภาพของ 1 คน, กำลังนั่ง และ กำลังยืน

ເຊິ່ງ ວຽກງານໃນແຕ່ລະດ້ານລ້ວນ ແຕ່ແມ່ນວຽກງານຫຼັກທີ່ບັນດາ ທ່ານອະດີດການນຳຂອງແຂວງ ເຄີຍລົງເລິກໃນການຈັດຕັ້ງປະຕິບັດ ມາກ່ອນແລ້ວ, ດັ່ງນັ້ນ ມີຫຼາຍດ້ານ ທີ່ທ່ານເຈົ້າແຂວງເຫັນວ່າການສະແດງແນວຄວາມຄິດຂອງອະດີດ ການນຳແຂວງ ສາມາດນຳມາປັບ ໃຊ້ເຂົ້າໃນການບໍລິຫານງານໃຫ້ ແຂວງສະຫວັນນະເຂດມີຄວາມກ້າວໜ້າຂຶ້ນ.