ວາງສີລາລືກ ໂຄງການກໍ່ສ້າງສະຖານີ ໄຟຟ້າ 115/22 ກິໂລໂວນ ໂພນຕ້ອງ ແຫ່ງໃໝ່

124

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີ ວາງສີລາລືກ ໂຄງການກໍ່ສ້າງສະຖານີ 115/22 ກິໂລໂວນ ໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນຂຶ້ນ, ທີ່ດ້ານຫຼັງສະຖານີໂພນຕ້ອງເກົ່າ. ໂດຍການເຂົ້າຮ່ວມຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ), ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ (ຟຟລ), ທ່ານ ຈັນທະວອນ ສຸດທິອາດ ປະທານບໍລິສັດ ແສນສົມ ສຳຫຼວດອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວ, ທ່ານ ຕົງ ຈື້ ຊ່ຽງ ຮອງປະທານບໍລິສັດ ເສຢ໋ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ໃນວັນທີ 25 ກຸມພາ 2023.


ທ່ານ ຈັນທະວອນ ສຸດທິອາດ ປະທານບໍລິສັດ ແສນສົມ ສຳຫຼວດອອກແບບ-ກໍ່ສ້າງ ຈຳກັດຜູ້ດຽວ ກ່າວວ່າ: ສະຖານີໄຟຟ້າ 115/22 ກິໂລໂວນ ແຫ່ງໃໝ່ ທີ່ໂພນຕ້ອງນີ້ ແມ່ນເປັນສະຖານີທີ່ມີຄວາມສຳຄັນທີ່ສຸດໃນການຕອບສະໜອງໄຟຟ້າໃຫ້ພາຍໃນນະຄອນຫຼວງວຽງຈັນຂອງໄຟຟ້າລາວ. ເຊິ່ງການປະມູນໂຄງການກໍ່ສ້າງສະຖານີໃໝ່ນີ້ ທາງ ຟຟລ ໄດ້ວາງເງື່ອນໄຂ, ສະເປັກອຸປະກອນທີ່ມີມາດຕະຖານສູງ, ສະນັ້ນ, ບໍລິສັດພວກເຮົາຈຶ່ງໄດ້ຮ່ວມມືກັບບໍລິສັດຜະລິດອຸປະກອນແຖວໜ້າຂອງຈີນ ແລະ ມີປະສົບການສູງໃນການຄຸມງານກໍ່ສ້າງ ແລະ ຕິດຕັ້ງໄຟຟ້າມາຮ່ວມງານນຳ. ສຳລັບແຜນການກໍ່ສ້າງສະຖານີແຫ່ງໃໝ່ ແມ່ນປະກອບດ້ວຍ 3 ໜ້າວຽກໃຫຍ່ຄື: 1. ກໍ່ສ້າງສະຖານີ ໄຟຟ້າ ໂພນຕ້ອງ 115/22 ກິໂລໂວນ, 2. ສ້າງສາງ, ສ້າງສາຍສົ່ງ 115 ກິໂລໂວນ ເຊື່ອມຕໍ່ສະຖານີໂພນຕ້ອງເກົ່າ ຫາໂພນຕ້ອງໃໝ່, 3. ສ້າງສາງໃໝ່ຈຳນວນ 2 ຫຼັງ ທີ່ປະຈຸບັນກຳລັງບຸກເບີກເນື້ອທີ່ ແລະ ກະກຽມລົງມືກໍ່ສ້າງ.

ສ່ວນການຊຳລະເງິນແມ່ນມີ 2 ເງື່ອນໄຂຄື: ຊໍາລະຕາມຄວາມຄືບໜ້າຂອງໜ້າວຽກ ຫຼື ໄລຍະ 4 ປີ. ສຳລັບການກໍ່ສ້າງແມ່ນຈະໃຊ້ເວລາ 1 ປີ ພ້ອມຮັບປະກັນດ້ານເຕັກນິກ ແລະ ຄຸນນະພາບໄລຍະ 1 ປີຫຼັງມອບຮັບໂຄງການ.


ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ (ຟຟລ) ກ່າວບາງຕອນວ່າ: ພິທີວາງສີລາລືກໂຄງການກໍ່ສ້າງ ສະຖານີໄຟຟ້າ 115/22 ກິໂລໂວນ ພາຍຫຼັງທີ່ໄດ້ດຳເນີນການສຳຫຼວດ, ກະກຽມພື້ນຖານ ແລະ ຄວາມພ້ອມໃນດ້ານຕ່າງໆຢ່າງຕັ້ງໜ້າມາເປັນເວລາດົນນານພໍສົມຄວນ. ຕະຫຼອດໄລຍະເກືອບ 60 ປີ ການໃຊ້ງານສະຖານີໂພນຕ້ອງເກົ່າ ດັ່ງກ່າວເຖິງແມ່ນຈະມີການປັບປຸງ ແລະ ຂະຫຍາຍກໍາລັງຕິດຕັ້ງ ມາເປັນໄລຍະຈົນປະຈຸບັນມີກໍາລັງຕິດຕັ້ງໝໍ້ແປງເຖິງ 200MVA ແລະ ເປັນສະຖານີຫຼັກໃນການສົ່ງໄຟໃຫ້ກັບອີກ 4 ສະຖານີຍ່ອຍຄື: ສະຖານີສີສະເກດ, ທາດຫຼວງ, ໂສກປາຫຼວງ, ດົງນາໂຊກ.

ແຕ່ຍ້ອນການເວລາ, ອຸປະກອນພາຍໃນສະຖານີມີສະພາບທີ່ເກົ່າແກ່ຊຸດໂຊມເປ່ເພ, ມີຄວາມລໍ້າບາກໃນການບໍາລຸງຮັກສາ ແລະ ບໍ່ສາມາດທີ່ຈະປັບປຸງໄດ້ອີກແລ້ວ. ສະນັ້ນ; ລັດວິສາຫະກິດໄຟຟ້າລາວ ຈຳເປັນຕ້ອງໄດ້ສ້າງສະຖານີໃໝ່ເພື່ອປ່ຽນແທນ ສະຖານີປະຈຸບັນ ໃຫ້ຮັບປະກັນການສະໜອງພະລັງງານໄຟຟ້າໃນນະຄອນຫຼວງວຽງຈັນ ໃຫ້ພຽງພໍ ແລະ ມີຄວາມໝັ້ນຄົງ ປະກອບສ່ວນເຂົ້ານະໂຍບາຍການ ຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ຂອງພັກ ແລະ ລັດ.


ໂຄງການກໍ່ສ້າງ ສະຖານີ 115/22 ກິໂລໂວນ ໂພນຕ້ອງໃໝ່ນີ້ ແມ່ນທາງ ຟຟລ ໄດ້ມີການກະກຽມມາເປັນເວລາ 2 ປີ ຕັ້ງແຕ່ການອອກແບບເບື້ອງຕົ້ນໄດ້ມີການອອກແບບໃຫ້ມີຄວາມຮັບປະກັນການສະໜອງໄຟແບບຕໍ່ເນື່ອງ ເຖິງແມ່ນຈະມີການສ້ອມແປງ, ໃຫ້ມີຄວາມສະດວກ ແລະ ປອດໄພໃນການຄວບຄຸມ, ການກະກຽມງົບປະມານ, ການກະກຽມປະມູນ ແລະຄັດເລືອກຜູ້ຮັບເໝົາ.


ການກໍ່ສ້າງຄາດວ່າຈະໃຊ້ເວລາ 1 ປີ ເລີ່ມແຕ່ວັນທີ 1/1/2023 ຫາ ວັນທີ 1/1/2024, ຊຶ່ງປະກອບມີໜ້າວຽກດັ່ງນີ້: ພາກກໍ່ສ້າງສາຍສົ່ງ 115 ກວ: ກໍ່ສ້າງສາຍສົ່ງ 115 ກວ ເບື້ອງເຂົ້າສະຖານີ 7 ວົງຈອນ ລວງຍາວ 250 ແມັດ; 2. ພາກກໍ່ສ້າງສະຖານີ 115/22 ກວ: ຫ້ອງຄວບຄຸມ, ກໍ່ສ້າງເບສາຍສົ່ງ 115ກວ 7 Bays, ກໍ່ສ້າງ ເບ ໝໍ້ແປງ 115/22 ກວ 4 Bays, ກໍ່ສ້າງເບ 22 ກວ 17 Bays, ກໍ່ສ້າງ ຕາຂ່າຍ 22 ກວ ເຊື່ອມຕາຂ່າຍເດີມ; 3. ກໍ່ສ້າງສາງເກັບເຄື່ອງ 2 ຫຼັງ ຂະໜາດ 40x60m ແລະ ປັບປຸງອາຄານຄວບຄຸມສະຖານີ ເກົ່າເປັນຫ້ອງການ ແລະ ສູນຮຽນຮູ້ໃນອະນາຄົດ.

ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ (ພບ) ກ່າວບາງຕອນວ່າ: ລັດວິສາຫະກິດໄຟຟ້າລາວ ແມ່ນມີຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ສະຖານີໄຟຟ້າ ໂພນຕ້ອງແຫ່ງນີ້ ກໍເປັນສະຖານີແຫ່ງທຳອິດຂອງ ສປປ ລາວ ທີ່ມີການຮັບໃຊ້ສັງຄົມພາຍໃນນະຄອນຫຼວງວຽງຈັນ, ເພື່ອປະຕິບັດຕາມແຜນຍຸດທະສາດການພັດທະດ້ານພະລັງງານຂອງ ສປປ ລາວ ປະຈຸບັນລາວມີສະຖານີທັງໝົດ 80 ກວ່າແຫ່ງ. ດັ່ງນັ້ນ ການສ້າງສະຖານີໄຟຟ້າໂພນຕ້ອງແຫ່ງໃໝ່ນີ້ ຈະກາຍເປັນສະຖານີຕົວແບບທີ່ດີຮັບປະກັນຄຸນນະພາບທາງດ້ານເຕັກນິກ ແລະ ການບໍລິການຮັບໃຊ້ສັງຄົມຢ່າງທົ່ວເຖິງ. [ພາບ; ຂ່າວ: ຄຳນ້ອຍ]