ພິທີເປີດຫ້ອງການພາກພື້ນແຫ່ງທີ່ 3 ຂອງແຜນງານບິຄວາ ທີ່ວິທະຍາໄລຄູ ຄັງໄຂ

76

ຫຼັງຈາກທີ່ໄດ້ສໍາເລັດການເປີດຫ້ອງການພາກພື້ນທີ່ແຂວງສະຫວັນນະເຂດ ໃນເດືອນພະຈິກ 2022 ແລະ ທີ່ແຂວງຫຼວງນໍ້າທາ ໃນອາທິດທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ເປີດຫ້ອງການພາກພື້ນແຫ່ງທີ 3 ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຢູ່ວິທະຍາໄລຄູຄັງໄຂ. ພິທີເປີດຫ້ອງການດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2023 ນີ້ ໂດຍການເປັນປະທານຂອງ ທ່ານ ເກດ ພັນລັກ ຫົວໜ້າກົມການສ້າງຄູ ແລະ ທ່ານ ນາງ ເຣເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ. ພິທີຍັງໄດ້ເຂົ້າຮ່ວມໂດຍ ທ່ານ ນາງ ທຽນ ພູພອນທອງ ຮອງອໍານວຍການວິທະຍາໄລຄູຄັງໄຂ ພ້ອມດ້ວຍພະນັກງານ, ຄູຈາກວິທະຍາໄລຄູ ແລະ ຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຊິ່ງເປັນຜູ້ທີ່ມີບົດບາດສຳຄັນທີ່ຈະມີສ່ວນຮ່ວມໃນການຈັດຕັ້ງປະຕິບັດລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນບັນດາເຂດບໍລິການຂອງວິທະຍາໄລຄູຄັງໄຂ.


ທ່ານ ເກດ ພັນລັກ ໄດ້ກ່າວວ່າ: ຫຼັກສູດຂັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ນຳສະເໜີຫຼັກສູດການຮຽນການສອນແບບໃໝ່ທີ່ຖືເອົານັກຮຽນເປັນໃຈກາງ ເຊິ່ງເປັນພື້ນຖານອັນສຳຄັນຕໍ່ຜົນສຳເລັດຂອງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ. ບາດກ້າວຕໍ່ໄປທີ່ສຳຄັນຂອງການປັບປຸງນີ້ ແມ່ນການສ້າງຄູໃຫ້ມີຄຸນນະພາບ ແລະ ເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອຮັບປະກັນໃຫ້ຄູສາມາດຈັດຕັ້ງປະຕິບັດຫຼັກສູດໃຫ້ປະສົບຜົນສຳເລັດ ແລະ ນຳມາໃຊ້ຕົວຈິງໃນຫ້ອງຮຽນ. ການສ້າງຕັ້ງຫ້ອງການ ພາກພື້ນຂອງແຜນງານບີຄວາໃນ 3ວິທະຍາໄລຄູເປົ້າໝາຍຈະຊ່ວຍໃຫ້ການຮ່ວມມື ແລະຫວ່າງ ກົມສ້າງຄູ ແລະ ແຜນງາບິຄວາ ປະສິດທິພາບ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ ບັນດາວິທະຍາໄລຄູດັ່ງກ່າວ ເພື່ອປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງທີ່ມີຄຸນນະພາບໃນເຂດບໍລິການຂອງຕົນ.
ທ່ານກ່າວຕື່ມວ່າ: ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ພວກເຮົາກຳລັງສ້າງລະບົບໃໝ່ເພື່ອໃຫ້ຄູສອນທັງໝົດໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຜູ້ອຳນວຍການ ແລະ ພະນັກງານການສຶກສາຂັ້ນເມືອງ, ແຂວງ ແລະ ຄູຈາກວິທະຍາໄລ ຕະຫຼອດສົກຮຽນ ໃນຂະນະທີ່ພວກເຂົາກຳລັງສອນດ້ວຍຫຼັກສູດໃໝ່ ແລະ ອາດພົບກັບສິ່ງທ້າທາຍໃນການສອນ. . ຂ້າພະເຈົ້າຫວັງວ່າ ຈະໄດ້ເຫັນບາດກ້າວຕໍ່ໄປຂອງຄວາມສຳເລັດຈາກການຮ່ວມມືອັນຍາວນານກັບລັດຖະບານອົດສະຕາລີ ຜ່ານການເປີດຫ້ອງການພາກພື້ນຂອງແຜນງານບີຄວາທັງ 3 ແຫ່ງນີ້.


ທ່ານ ນາງ ເຣເບັກກ້າ ແມັກຮິວ ໄດ້ກ່າວວ່າ: ການໃຫ້ການຝຶກອົບຮົມຄູທີ່ມີຄຸນນະພາບ ແລະ ການພັດທະນາວິຊາຊີບຄູແມ່ນມີຄວາມສຳຄັນຕໍ່ການສະໜັບສະໜູນຄູໃຫ້ນຳໃຊ້ວິທີການຮຽນດ້ວຍການປະຕິບັດຕົວຈິງໃນຫ້ອງຮຽນ ແລະ ຮັບປະກັນຜົນສຳເລັດຂອງຫຼັກສູດໃໝ່. ລັດຖະບານອົດສະຕຣາລີ ໂດຍຜ່ານ ແຜນງານບີຄວາ ໄລຍະ 2 ແມ່ນກຳລັງຫັນໄປສູ່ການຊ່ວຍເຫຼືອໃນການພັດທະນາວິຊາຊີບຄູໃຫ້ຫຼາຍຂຶ້ນ. ການສອນທີ່ມີຄຸນນະພາບເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງຜົນການຮຽນຂອງເດັກທຸກຄົນໃນ ສປປ ລາວ. ດ້ວຍການຮ່ວມມືລະຫວ່າງ ກົມສ້າງຄູ ແລະ ບັນດາວິທະຍາໄລຄູເປົ້າຫມາຍຂອງແຜນງານ, ພວກເຮົາຈະສ້າງແລະ ຊຸກຍູ້ໃຫ້ຄູອາຈານມີສ່ວນຮ່ວມໃນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຕະຫຼອດສົກຮຽນ ເພື່ອພັດທະນາຄວາມຫມັ້ນໃຈ ແລະ ທັກສະການສອນຫຼັກສູດຂອງຄູໃຫ້ມີປະສິດທິພາບ.


ກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃໝ່ໄດ້ເລີ່ມຕົ້ນແລ້ວໃນອາທິດທີ່ຜ່ານມາ, ກອງປະຊຸມສ້າງຂີດຄວາມສາມາດກ່ຽວກັບວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຸດທີ 1 ໄດ້ຈັດຂຶ້ນຢູ່ທີ່ 3 ວິທະຍາໄລຄູເປົ້າໝາຍຄື: ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູຫຼວງນ້ຳທາ ແລະ ວິທະຍາໄລຄູຄັງໄຂ, ເພື່ອຝຶກອົບຮົມຄູສອນກ່ຽວກັບວິທີການສະໜັບສະໜູນ ທີມຊ່ວຍເຫຼືອການສອນພາຍໃນ ເຊິ່ງໃນອະນາຄົດຈະມີປະຈຳຢູ່ໃນໂຮງຮຽນ. ຄູສອນຂອງວິທະຍາໄລຄູ ຈະຮັບຜິດຊອບໃນການຝຶກອົບຮົມ ແລະ ສະຫນັບສະຫນູນທີມງານຊ່ວຍເຫຼືອການສອນພາຍໃນ ໃນເຂດບໍລິການຂອງຕົນ ແລະ ທີມງານຊ່ວຍເຫຼືອການສອນພາຍໃນ ນີ້ ຈະຮັບຜິດຊອບໃນການອໍານວຍຄວາມສະດວກໃນແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນບັນດາໂຮງຮຽນຂອງຂົງເຂດຕົນເອງຮັບຜິດຊອບ ແລະ ເຂດໃກ້ຄຽງ.