ອັດຕາເງິນເຟີ້ໃນ ອີຢູ ຍັງຢູ່ລະດັບສູງ ໃນເດືອນມັງກອນ

42

ສຳນັກງານສະຖິຕິຂອງສະຫະພາບເອີຣົບ ( EU ) ເປີດເຜີຍວ່າ: ອັດຕາເງິນເຟີ້ຂອງສະຫະພາບເອີຣົບ ແລະ ເອີໂຣໂຊນ ໃນເດືອນມັງກອນ 2023 ຫຼຸດລົງເລັກໜ້ອຍ ແຕ່ຍັງຢູ່ໃນລະດັບສູງ ໂດຍສະເລ່ຍສະຫະພາບເອີຣົບ ຢູ່ທີ່ລະດັບ 10%, ເອີໂຣໂຊນ 8,6%, ມີ 12 ປະເທດສູງກວ່າ 10% ແລະ ອີກ 2 ປະເທດສູງກວ່າ 20%.

อาจเป็นรูปภาพของ 1 คน

ທັງນີ້, ອັດຕາເງິນເຟີ້ຂອງ ອີຢູ ໃນເດືອນມັງກອນ ຢູ່ທີ່ 10% ຫຼຸດລົງຈາກ 10,4% ໃນເດືອນທັນວາ 2022, ໃນຂະນະທີ່ອັດຕາເງິນເຟີ້ຂອງເອີໂຣໂຊນ ( ບັນ ດາປະເທດທີ່ນຳໃຊ້ສະກຸນເງິນເອີໂຣ ) ຢູ່ທີ່ 8,6% ຫຼຸດລົງຈາກ 9,2% ໃນເດືອນທັນວາ 2022 ແຕ່ເມື່ອມາເບິ່ງແຕ່ລະປະເທດ ມີ 12 ປະເທດທີ່ອັດຕາເງິນເຟີ້ສູງກວ່າ 10%, ໃນນັ້ນມີ 2 ປະເທດສູງກວ່າ 20% ຄື: ລັດເວຍ 21,4% ແລະ ຮົງກາຣີ 26,2%, ສ່ວນປະເທດທີ່ອັດຕາເງິນເຟີ້ຕ່ຳທີ່ສຸດແມ່ນ ລຸກຊຳບວກ 5,8%, ແອັດສະປາຍ 5,9%, ຂະນະທີ່ເຢຍລະມັນ 9,2%, ແຕ່ຖ້າຫາກທຽບໃສ່ເດືອນທັນວາ ມີ 18 ປະເທດທີ່ມີອັດຕາເງິນເຟີ້ຫຼຸດລົງ, ແຕ່ 9 ປະເທດອັດຕາເງິນເຟີ້ເພີ່ມຂຶ້ນ.

อาจเป็นรูปภาพของ 1 คน และ อาหาร