ກອງປະຊຸມແນະນຳ ແລະ ສົ່ງເສີມການຮ່ວມມືດ້ານເສດການຄ້າລະຫວ່າງ ແຂວງຢູນນານ ແລະ ສປປ ລາວ

63

ວັນທີ 21 ກຸມພາ 2023 ໄດ້ກອງປະຊຸມແນະນຳ ແລະ ສົ່ງເສີມການຮ່ວມມືດ້ານເສດການຄ້າລະຫວ່າງຢູນນານ, ສປ ຈີນ ແລະ ສປປ ລາວ ຂຶ້ນຢູ່ນະຄອນຫຼວງວຽງຈັນ ເຊິ່ງກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຫຼີ ເສິນຢາງ ຫົວໜ້າພະແນກການຄ້າແຂວງຢູນນານ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຈ້າວ ເຫວິນຢູ ທີ່ປຶກສາດ້ານເສດຖະກິດການຄ້າສະຖານທູດ ສປຈີນ ປະຈຳ ສປປ ລາວ. ນອກຈາກນີ້, ຍັງມີບໍລິສັດ ຈຳນວນ 60 ກ່ວາບໍລິສັດ ທີ່ມາຈາກແຂວງຢູນນານ ແລະ ສປປ ລາວ ພ້ອມດ້ວຍສື່ມວນຊົນຕ່າງໆກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ແຂວງຢູນນານ ກັບ ສປປ ລາວ ມີຊາຍແດນຕິດຈອດກັບປະຊາຊົນຊາວຢູນນານ ແລະ ຊາວລາວຢູ່ຮ່ວມກັນຢ່າງປອງດອງ ແລະ ເປັນເພື່ອນມິດກັນຕັ້ງແຕ່ບູຮານນະການ. ປະເທດຈີນ ແລະ ປະເທດລາວກໍມີອຸດົມການ ແລະ ເສັ້ນທາງແຫ່ງການພັດທະນາທີ່ຄ້າຍຄືກັນ, ໂດຍພາຍໃຕ້ຂອງການຊີ້ນຳ ນຳພາຂອງການນຳຂັ້ນສູງຂອງທັງສອງປະເທດ ແລະ ຄວາມພະຍາຍາມຮ່ວມຂອງທັງສອງຝ່າຍ,ສາຍພົວພັນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງແຂວງຢູນນານ ແລະ ສປປລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຮັບຜົນສຳເລັດເປັນຢ່າງດີ ໂດຍສະເພາະໃນຊຸມປີຫຼັງມານີ້ ການຮ່ວມມືລະຫວ່າງສອງຝ່າຍທີ່ຢູ່ໃນຂົງເຂດເສດຖະກິດການຄ້າ, ການໃຫ້ບໍລິການໃນການເຂົ້າ – ອອກດ່ານຕາມຊາຍແດນ, ການສ້າງກົນໄກການຮ່ວມມື ແລະ ດ້ານອື່ນໆກໍໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ ເຊິ່ງໄດ້ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ສາຍພົວພັນທັງສອງຝ່າຍໄດ້ຮັບການຂະຫຍາຍຕົວ ແລະ ໄປຕາມທ່າຫງ່ຽງທີ່ດີ.

ປີ 2023 ເປັນປີຄົບຮອບ 10 ປີ ແຫ່ງການປະຕິບັດຂໍ້ລິເລີ່ມ 1 ແລວທາງ 1 ເສັ້ນທາງ ແລະ ເປັນປີທີ່ສຳຄັນແຫ່ງການປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຈຸດປະສົງເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ກ້າວເຂົ້າສູ່ລ່ວງເລິກ, ນັກທຸລະກິດລາວ ແລະ ຈີນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ມີຄຳເຫັນຢ່າງເປັນເອກະພາບນຳກັນວ່າ: ການຈັດກອງປະຊຸມແນະນຳ ແລະ ສົ່ງເສີມການຮ່ວມມືດ້ານເສດການຄ້າລະຫວ່າງຢູນນານ ແລະ ສປປ ລາວ ຄັ້ງນີ້ເປັນໂອກາດທີ່ດີສຳລັບນັກທຸລະກິດທັງສອງຝ່າຍໃນການປຶກສາຫາລືໂອກາດແຫ່ງການຮ່ວມມືເຊິ່ງກັນແລະກັນ ເພື່ອສ້າງຜົນປະໂຫຍດຮ່ວມກັນ.

ໃນປີ 2022 ທີ່ຜ່ານມານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກຄອມມູນິດຈີນ ໄດ້ຈັດຂຶ້ນດ້ວຍຜົນສຳເລັດອັນຍິ່ງໃຫຍ່ ເຊິ່ງເປັນສັນຍາລັກແຫ່ງການລິເລີ່ມໃໝ່ເພື່ຶອກ້າວເຂົ້າສູ່ໄລຍະການສ້າງສາພັດທະນາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ທ່ານ ທອງລຸນສີສຸລິດ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວກໍໄດ້ສຳເລັດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ຂອງພັກຄອມມູນິດຈີນ ໃນລະຫວ່າງການຢ້ຽມຢາມດັ່ງກ່າວ ທັງສອງຝ່າຍ ລາວ-ຈີນ ໄດ້ຖະແຫຼງການຮ່ວມກ່ຽວກັບການຊຸກຍູ້ ແລະ ກໍສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລ່ວງເລິກພ້ອມທັງໄດ້ເຊັນສັນຍາ ແລະ ເອກະສານທີ່ສຳຄັນຈຳນວນໜຶ່ງ ເຊິ່ງເປັນການເປີດສັງກາດໃໝ່ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດລາວ-ຈີນ. ສຳລັບແຂວງຢູນນານ ແລະ ສປປ ລາວ ຍັງໄດ້ຮ່ວມກັນຈັດກິດຈະກຳຕ່າງໆເພື່ອສະຫລອງການດຳເນີທຸລະກິດຂົນສົ່ງສິນຄ້າລະຫວ່າງຊາດຂອງທາງລົດໄຟລາວ-ຈີນຄົບຮອບ 1 ປີ.

ໃນປີ 2022 ຍອດມູນຄ່າການຄ້າລະຫວ່າງ ລາວ-ຈີນ ໄດ້ບັນລຸເຖິງ 5,682 ຕື້ໂດລາສະຫະລັດ ໄດ້ເພີ່ມຂຶ້ນ 31% ຖ້າທຽບກັບປີທີ່ຜ່ານມາ ໃນນັ້ນຍອດມູນຄ່າການສົ່ງອອກຂອງຈີນແມ່ນ 2,34 ຕື້ໂດລາສະຫະລັດ ໄດ້ເພີ່ມຂຶ້ນ 40,7% ,ນຳເຂົ້າບັນລຸເຖິງ 3,342 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 24,9% ຢູ່ໃນນີ້ຍອດມູນຄ່າການຄ້າລະຫວ່າງແຂວງຢູນນານ ແລະ ສປປ ລາວ ໄດ້ບັນລຸເຖິງ 1,74 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,7%.

ໃນໄລຍະລະຫວ່າງການຢ້ຽມຢາມຂອງຄະນະຜູ້ແທນການຄ້າຂອງແຂວງຢູນນານໃນຄັ້ງນີ້ ຄະນະຜູ້ແທນທີ່ນຳໂດຍ ທ່ານ ຫຼີ ເສິນຢາງ ຫົວໜ້າພະແນກການຄ້າແຂວງຢູນນານກໍໄດ້ມີການພົບປະຢ້ຽມຢາມກະຊວງອຸດສາຫະກຳການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນທັງສອງຝ່າຍໄດ້ບັນລຸຄວາມເປັນເອກະພາບນຳກັນກ່ຽວກັບການຮ່ວມມືໃນດ້ານຕ່າງໆເຊັ່ນ: ຊຸກຍູ້ ແລະ ຮັບປະກັນການດຳເນີນທຸລະກິດດ້ານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໃຫ້ມີຄວາມປອດໄພ ແລະ ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຸກຍູ້ການກໍ່ສ້າງເຂດຮ່ວມມືດ້ານເສດຖະກິດການຄ້າຊາຍແດນລາວ-ຈີນ ທີ່ບໍ່ເຕັນ-ບໍ່ຫານ. ສົ່ງເສີມການສົ່ງອອກຜະລິດຕະພັນກະສິກຳຈາກລາວ ໄປຈີນເຊັ່ນ: ງົວພັນຊີ້ນ, ໝາກໄມ້, ຜະລິດຕະພັນພາຍໃຕ້ໂຄງການປູກພືດແທນຝິ່ນ ແລະ ອື່ນໆ, ການຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງຕາມຈຸດດ່ານຊາຍແດນເປັນຕົ້ນ. ທັງສອງຝ່າຍຍັງພ້ອມກັນຢືນຢັນວ່າຈະສືບຕໍ່ຮ່ວມມືກັນໃນການປະຕິບັດເນື້ອໃນຈິດໃຈທີ່ສຳຄັນທີ່ການນຳຂັ້ນສູງຂອງທັງສອງປະເທດໄດ້ບັນລຸເປັນເອກະພາບນຳກັນ ເພື່ອສືບຕໍ່ເປີດກ້ວາງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງແຂວງຢູນນານ ແລະ ສປປລາວໃຫ້ມີຜົນສຳເລັດອັນຍິ່ງໆຂຶ້ນ.