ອັງກິດ ເລີ່ມຈຳກັດຂາຍພືດຜັກບາງຊະນິດ ຫຼັງການສະໜອງບໍ່ພຽງພໍ

55

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຂະນະນີ້ຮ້ານສະດວກຊື້ໃນສະຫະຣາຊະອານາຈັກ ຫຼາຍຮ້ານໄດ້ຈຳກັດການຂາຍພືດຜັກບາງຊະນິດໃຫ້ແກ່ຜູ້ບໍລິໂພກ, ເນື່ອງຈາກສະພາບອາກາດໃນເຂດພາກໃຕ້ຂອງເອີຣົບ ແລະ ອາຟຣິກກາເໜືອໄດ້ສົ່ງຜົນກະທົບຕໍ່ການຜະລິດກະສິກຳ.

อาจเป็นรูปภาพของ 2 คน

ກ່ອນໜ້ານີ້ສະຫະຣາຊະອານາຈັກ ໄດ້ປະເຊີນກັບການຂາດແຄນໝາກເຫຼ່ນມາແລ້ວ ແຕ່ຂະນະນີ້ໄດ້ຂະຫຍາຍອອກໄປສູ່ພືດຜັກຊະນິດອື່ນໆແລ້ວ, ສົ່ງຜົນໃຫ້ຜູ້ຄ້າຂາຍຍ່ອຍຕ້ອງຈຳກັດປະລິມານການຊື້ຂອງຜູ້ບໍລິໂພກລົງ, ຫຼັງຈາກທີ່ຊາວກະສິກອນ ແລະ ຕ່ອງໂສ້ການສະໜອງຈາກອາຟຣິກກາເໜືອລາຍງານວ່າ ເກີດການປ່ຽນແປງສະພາບອາກາດ ໂດຍມີທັງອາກາດໜາວເຢັນ, ຝົນຕົກ ແລະ ນ້ຳຖ້ວມ ສົ່ງຜົນໃຫ້ຜົນເກັບກູ້ການຜະລິດຫຼຸດລົງຫຼາຍ.

ไม่มีคำอธิบายรูปภาพ

ນອກຈາກນີ້, ຍັງມີການປະກາດຍົກເລີກເຮືອຂົນສົ່ງສິນຄ້າກະສິກຳ ໄດ້ສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ ເຮັດໃຫ້ພືດຜັກບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.