ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ໄດ້ເປີດສາກຂຶ້ນຢ່າງເປັນທາງການເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງຜ່ານການແຂ່ງຂັນປາກົດວ່າ: ວັນນະສອນ ດວງໄມຕີ ກັບ AYUKAWA YUKUHIRO 2 ນັກເຕະຈາກ ມາສເຕີ 7 ເອັຟຊີ ຢຶດຜູ້ນໍາຕໍາແໜ່ງດາວຍິງສູງສຸດ ຫຼັງຍິງໄປຄົນລະ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທໍາອິດ ຈັດຂຶ້ນລະຫວ່າງວັນທີ 18-19 ກຸມພາ 2023 ມີການແຂ່ງຂັນ 4 ຄູ່ປາກົດວ່າ: ມີ 11 ປະຕູເກີດຂຶ້ນຈາກ 9 ນັກເຕະຄື:
1.ວັນນະສອນ ດວງໄມຕີ ຍິງ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0
2.AYUKAWA YUKUHIRO ຍິງ 2 ປະຕູຊ່ວຍໃຫ້ ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ 4-0
3.ບຸນພະຈັນ ບຸນກອງ ຍິງ 1 ປະຕູຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ເອົາຊະນະ ນໍ້າທາ ຢູໄນເຕັດ 2-0
4.Bodric Dimitri ຍິງ 1 ປະຕູຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ເອົາຊະນະ ນໍ້າທາ ຢູໄນເຕັດ 2-0
5.ພູວຽງ ພູມສະຫວັດ ຍິງ 1 ປະຕູຊ່ວຍໃຫ້ ວຽງຈັນ ເອັຟຊີ ເອົາຊະນະ ເອສະຣາ 2-1
6. Johan Ella ຍິງ 1 ປະຕູຊ່ວຍໃຫ້ ວຽງຈັນ ເອັຟຊີ ເອົາຊະນະ ເອສະຣາ 2-1
7.ໂຈນີ ແຫວນປະເສີດ ຍິງ 1 ປະຕູນັດທີ່ພາ ເອສະຣາ ເອັຟຊີ ເສຍໃຫ້ກັບ ວຽງຈັນ ເອັຟຊີ 1-2
8.ສິນນະກອນ ກູມະນີຄຳ ຍິງ 1 ປະຕູຊ່ວຍໃຫ້ກັບ ຫຼວງພະບາງ ສະເໝີກັບ ກອງທັບ ເອັຟຊີ 1-1
9.ຕີ ສີຫາລາດ ຍິງ 1 ປະຕູຊ່ວຍໃຫ້ກັບ ກອງທັບ ເອັຟຊີ ສະເໝີກັບ ຫຼວງພະບາງ 1-1
ສໍາລັບ ຕາຕະລາງການແຂ່ງຂັນອາທິດນີ້ມີ 4 ຄູ່ຄື:
+ວັນເສົາທີ 25 ກຸມພາ 2023:
-ເວລາ 16:00 ໂມງ ສະໂມສອນ ເອສະຣາ ພົບ ສະໂມສອນ ກອງທັບ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ເວລາ 16:00 ໂມງ ສະໂມສອນ ວຽງຈັນ ພົບ ສະໂມສອນ ນໍ້າທາ ທີ່ສະໜາມກາງມະຫາວິທະຍາໄລແຫ່ງຊາດ
+ວັນອາທິດທີ 26 ກຸມພາ 2023:
-ເວລາ 16:00 ໂມງ ສະໂມສອນ ມາສເຕີ ເຊເວັ້ນ ພົບ ສະໂມສອນ ຫຼວງພະບາງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ເວລາ 16:00 ໂມງ ສະໂມສອນ ຈໍາປາສັກ ພົບ ສະໂມສອນ ຊ້າງນ້ອຍ ທີ່ສະໜາມກີລາແຂວງຈໍາປາສັກ
ຂ່າວ: Larh Creators; ຮູບຈາກ: ສຕລ ແລະ Master7 FC