ສຳນັກຂ່າວ China Media Group ລາຍງານວ່າ: ທາງລົດໄຟຄວາມໄວສູງ ຈາກາຕາ – ບັນດຸງ ( Jakarta – Bandung ) ເປັນລົດໄຟ ຄວາມໄວສູງແຫ່ງທຳອິດ ທີ່ສ້າງຂຶ້ນຢູ່ອິນໂດເນເຊຍ ແລະ ອາຊຽນ. ຫຼັງຈາກລົງມືກໍ່ສ້າງມາແຕ່ປີ 2018 ຫຼ້າສຸດວຽກກໍ່ສ້າງສະຖານີ, ຂົວ ແລະ ວຽກພື້ນຖານໂຄງລ່າງໄດ້ສຳເລັດແລ້ວ ຄາດວ່າເລີ່ມເປີດໃຫ້ບໍລິການໃນກາງປີນີ້.

ລົດໄຟສາຍດັ່ງກ່າວ ແລ່ນດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ ຊ່ວຍຫຼຸດຜ່ອນໄລຍະເວລາເດີນທາງຈາກ ນະຄອນຫຼວງຈາກາຕາ ເຖິງ ບັນດຸງ ຈາກຫຼາຍກວ່າ 3 ຊົ່ວໂມງ ເຫຼືອພຽງ 40 ນາທີ ເທົ່ານັ້ນ.

ສຳລັບການວາງລາງແບບບໍ່ໃຊ້ຫີນປູທາງ ( ballastless track ) ໄດ້ສຳເລັດແລ້ວ ໂດຍມີຄວາມຍາວປະມານ 85 ກິໂລແມັດ ກວມເອົາ 60% ຂອງ ຄວາມຍາວທາງລົດໄຟທັງໝົດ 142 ກິໂລແມັດ ໃຊ້ແຜ່ນລາງ ຈຳນວນ 30.177 ແຜ່ນ, ການໃຊ້ແຜ່ນລາງແບບບໍ່ໃຊ້ຫີນປູທາງ CRTS III ແມ່ນເຕັກໂນໂລຊີຂອງ ສປ ຈີນ ມີຂໍ້ດີເປັນໂຄງສ້າງແບບລຽບງ່າຍ ແຕ່ທົນທານ ມີ ຄວາມປອດໄພສູງສຸດ.