ຕະຫຼາດລົດຖີບໃນ ຫວຽດນາມ ມີທ່າອ່ຽງດີຂຶ້ນ ຍອດຂາຍທະລຸ 316 ລ້ານໂດລາຕໍ່ປີ

25

ເວັບໄຊໜັງສືພິມຫວຽດນາມ ນິວ ລາຍງານວ່າ: ຜູ້ຊ່ຽວຊານຫວຽດນາມ ວິເຄາະ ຄວາມຕ້ອງການຂີ່ລົດຖີບເພື່ອສຸຂະພາບ ແລະ ກີລາໃນກຸ່ມຄົນຊັ້ນກາງຂອງຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງຖືວ່າເປັນໜຶ່ງໃນປັດໄຈກະຕຸ້ນຕະຫຼາດລົດຖີບໄລຍະຍາວ. ໃນຂະນະທີ່ປັດໄຈອື່ນໆທີ່ສະໜັບສະໜູນໄດ້ແກ່ການມີເລນສຳລັບຂີ່ລົດຖີບໃນຕົວເມືອງ, ການນຳໃຊ້ລົດໄຟຟ້າ, ຕະຫຼອດຮອດການຂະຫຍາຍລະບົບຂົນສົ່ງມວນຊົນ ລ້ວນແຕ່ເປັນປັດໄຈຫຼັກກະຕຸ້ນຕະຫຼາດລົດຖີບໃນຫວຽດນາມ.

อาจเป็นรูปภาพของ 6 คน, ผู้คนกำลังยืน, จักรยาน, ถนน และ ถนน

ລາຍງານລະບຸວ່າ: ຕະຫຼາດລົດຖີບ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ໄປຄຽງຄູ່ກັບການພັດທະນາໃນເຂດຕົວເມືອງໃນອັດຕາສະເລ່ຍ 15% ຕໍ່ປີ ເຊິ່ງປັດຈຸບັນ ຫວຽດນາມ ມີຍອດຂາຍລົດຖີບ ປະມານ 2,5 ລ້ານຄັນຕໍ່ປີ ຄິດເປັນມູນຄ່າປະມານ 316 ລ້ານໂດລາສະຫະລັດ.

อาจเป็นรูปภาพของ 9 คน, ผู้คนกำลังยืน, จักรยาน, ถนน และ ถนน