ສສກ ແລະ ລັດຖະບານອົດສະຕຣາລີ ເປີດຫ້ອງການພາກພື້ນຂອງແຜນງານບີຄວາ ແຫ່ງທີ 2 ຢູ່ວິທະຍາໄລຄູຫຼວງນໍ້າທາ

34

ໃນວັນທີ 17 ກຸມພາ 2023 ທີ່ຜ່ານມາ ໄດ້ມີພິທີເປີດຫ້ອງການພາກພື້ນຂອງແຜນງານບີຄວາ ທີ່ວິທະຍາໄລຄູຫຼວງນໍ້າທາ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ, ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ນາງ ເຣເບກກ້າ ແມັກຮິວ ຫົວໜ້າແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພຶ້ນຖານໃນ ສປປ ລາວ (ແຜນງານບີຄວາ), ທ່ານ ຄໍາສຸກ ທອງກ່ານ ຜູ້ອຳນວຍການວິທະຍາໄລຄູຫຼວງນໍ້າທາ ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸພີ ເພັດດາວົງ ໄດ້ກ່າວວ່າ: “ການສ້າງຕັ້ງຫ້ອງການພາກພື້ນແຜນງານບີຄວາ ໃນ 3 ວິທະຍາໄລຄູເປົ້າໝາຍສໍາລັບໄລຍະທີ 2 ແມ່ນເປັນສ່ວນສຳຄັນ ເພື່ອຮັບປະກັນການຮ່ວມມືລະຫວ່າງກົມສ້າງຄູ ແລະ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບ. ສສກ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນການປັບປຸງການເຂົ້າເຖິງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ໃນ ສປປ ລາວ ແລະ ມີຄວາມຍິນດີ ທີ່ໄດ້ຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ເພື່ອບັນລຸເປົ້າໝາຍດັ່ງກ່າວ. ກົມສ້າງຄູ ໄດ້ຮ່ວມມືກັບ ແຜນງານບີຄວາ ເພື່ອອອກແບບລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງນຳພາໂດຍຜູ້ຊ່ຽວຊານດ້ານວິຊາການຈາກວິທະຍາໄລຄູ. ແບບແຜນຂອງວຽກງານດັ່ງກາວແມ່ນຈະໄດ້ຖືກທົດລອງຝຶກຢູ່ໃນ 3 ວິທະຍາໄລຄູເປົ້າໝາຍຂອງແຜນງານບີຄວາໄລຍະທີ 2. ການເປີດຫ້ອງການຂອງແຜນງານບີຄວາ ໃໝ່ໃນແຂວງຫຼວງນ້ຳທາ ແມ່ນບາດກ້າວທີ່ສຳຄັນເພື່ອກ້າວໄປຫາການຮ່ວມມືນີ້.

ທ່ານ ນາງ ເຣເບກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການປັບປຸງຄຸນນະພາບການສອນ ແລະ ເພື່ອໃຫ້ສາມາດປັບປຸງຜົນການຮຽນຂອງນັກຮຽນ. ການໄດ້ມີໂອກາດໃນການເຮັດວຽກຮ່ວມກັນກັບທີມງານຈາກວິທະຍາໄລຄູ ໂດຍຜ່ານພະນັກງານຂອງແຜນງານທີ່ປະຈຳຢູ່ທີ່ວິທະຍາໄລຄູ ຊຶ່ງຈະຊ່ວຍອໍານວຍຄວາມສະດວກ ໃນການຮ່ວມມືທີ່ມີປະສິດທິພາບເພື່ອບັນລຸເປົ້າຫມາຍນີ້ຮ່ວມກັນ ພາຍໃຕ້ການຊີ້ນຳຈາກກົມສ້າງຄູ. ພວກເຮົາຂໍຂອບໃຈມາຍັງການນຳຂອງວິທະຍາໄລຄູຫຼວງນໍ້່າທາທີ່ໄດ້ແບ່ງປັນພື້ນທີ່ໃຫ້ແກ່ຫ້ອງການຂອງພວກເຮົາ. ຫ້ອງການແມ່ນຕັ້ງຢູ່ໃນສູນຄົ້ນຄວ້າເພື່ອການສຶກສາ ແລະ ການຮຽນຮູ້, ຊຶ່ງເປັນສະພາບແວດລ້ອມທີ່ສົມບູນແບບສໍາລັບການພັດທະນາລະບົບພັດທະນາວິຊາຊີບຄູແບບຕໍ່ເນື່ອງສໍາລັບຄູ.”

ບູລິມະສິດທີ່ສຳຄັນຂອງໄລຍະທີ 2 ຂອງແຜນງານ ແມ່ນສະໜັບສະໜູນກົມສ້າງຄູ ໃນການພັດທະນາລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອໃຫ້ການຊ່ວຍເຫຼືອໂດຍກົງ ແລະ ຕໍ່ເນື່ອງແກ່ຄູປະຖົມດ້ານການຮຽນການສອນ ໃຫ້ບັນລຸເປົ້າໝາຍຂອງການປັບປຸງການສອນ. ພາຍໃຕ້ການຊີ້ນໍາຂອງກົມສ້າງຄູ, ທີມງານພະນັກງານຊ່ວຍເຫຼືອດ້ານການຮຽນການສອນໃນຂັ້ນໂຮງຮຽນຈະໄດ້ຮັບການພັດທະນາຄວາມສາມາດ ແລະ ສະຫນອງການຝຶກອົບຮົມ ແລະ ການຊ່ວຍເຫຼືອຄູໃນທ້ອງຖິ່ນດ້ານວິຊາການ ທີ່ພວກເຂົາຕ້ອງການຂໍຄວາມຊ່ວຍເຫຼືອ. ແຜນງານບີຄວາ ຈະເຮັດວຽກຮ່ວມກັນເພື່ອພັດທະນາຄວາມອາດສາມາດໃກ້ແກ່ພະນັກງານຂອງວິທະຍາໄລຄູ ທີ່ຈະໃຫ້ການ່ຊວຍເຫຼືອດ້ານວິຊາການ ແລະ ການຝຶກອົບຮົມໃຫ້ພະນັກງານສຶກສານິເທດໃນຂັ້ນໂຮງຮຽນ ແລະ ຮັບປະກັນວ່າພວກເຂົາມີຄວາມພ້ອມໃນການປະຕິບັດພາລະບົດບາດຂອງຕົນ.

ໃນໄລຍະທີ 2 ຂອງແຜນງານບີຄວາ ຈະໄດ້ເຮັດວຽກໂດຍກົງກັບທັງ 3 ວິທະຍາໄລຄູເປົ້າໝາຍ (ສະຫວັນນະເຂດ, ຫຼວງນ້ຳທາ ແລະ ຄັງໄຂ), ໃນ 7 ເຂດເປົ້າໝາຍບໍລິການຂອງພະແນກສຶກສາທິການ ແລະ ກິລາແຂວງ (ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ) ແລະ 30 ເມືອງເປົ້າໝາຍໃນແຂວງເຫຼົ່ານີ້. ເພື່ອອໍານວຍຄວາມສະດວກໃຫ້ແກ່ການການປະສານງານທີ່ຄວາມຄ່ອງຕົວ ແລະ ມີປະສິດທິພາບ. ສະນັ້ນ, ແຜນງານຈິ່ງໄດ້ສ້າງຕັ້ງຫ້ອງການໃນ 3 ແຂວງເປົ້າໝາຍດັ່ງກ່າວ ໂດຍຈະມີພະນັກງານຂອງແຜນງານຈຳນວນໜຶ່ງປະຈຳທີ່ວິທະຍາໄລຄູ. ຫ້ອງການທີ່ວິທະຍາໄລຄູຫຼວງນ້ຳທາ ເປັນແຫ່ງທີ 2 ຂອງທັງໝົດ 3 ຫ້ອງການຂອງແຜນງານ ທີ່ມີຄວາມພ້ອມໃນການປະຕິບັດງານ. ຫ້ອງການທີ່ແຂວງສະຫວັນນະເຂດໄດ້ເປີດແລ້ວໃນ ເດືອນພະຈິກ 2022 ທີ່ຜ່ານມາ ສ່ວນຫ້ອງການແຫ່ງຕໍ່ໄປແມ່ນມີແຜນທີ່ຈະເປີດທີ່ວິທະຍາໄລ ຄູຄັງໄຂ ເຊິ່ງຈະກຽມພ້ອມເປີດຢ່າງເປັນທາງການໃນທ້າຍ ເດືອນ ກຸມພາ 2023.