ໂຮງງານຜະລິດ ໄນກີ ແລະ ອາດີດັສ ໃນຫວຽດນາມ ກຽມປົດພະນັກງານຫຼາຍພັນຄົນ

27

ສຳນັກຂ່າວ AFP ລາຍງານວ່າ: ບໍລິສັດຜູ້ຜະລິດເກີບລາຍໃຫຍ່ຂອງຫວຽດນາມ ທີ່ຜະລິດສິນຄ້າສະໜອງແບຣນທີ່ມີຊື່ສຽງ ຢ່າງ Nike ແລະ Adids ກຽມປົດພະນັກງານຫຼາຍຄົນໃນທ້າຍເດືອນນີ້ ເນື່ອງຈາກການສັ່ງຊື້ຈາກຕະຫຼາດເອີຣົບ ແລະ ອາເມຣິກາຫຼຸດລົງ.

อาจเป็นรูปภาพของ รองเท้าหรือถุงเท้า

ລາຍງານລະບຸວ່າ: ບໍລິສັດ  PouYuen Vietnam ຈະປົດພະນັກງານອອກ 3 ພັນຄົນ ໂດຍບໍລິສັດຈະອອກແຈ້ງການໃຫ້ພະນັກງານໄດ້ຮັບຊາບໃນວັນທີ 25 ກຸມພານີ້. ບໍລິສັດ PouYuen Vietnam ເປັນບໍລິສັດຂະໜາດໃຫຍ່ ຕັ້ງຢູ່ນະຄອນໂຮຈິມິນ ເປັນຜູ້ຜະລິດເກີບສະໜອງໃຫ້ຜະລິດຕະພັນໄນກີ ແລະ ອາດີດັສ.

ທັງນີ້ ຫວຽດນາມ ເປັນຜູ້ສົ່ງອອກເຄື່ອງຕັດຫຍິບ, ເກີບ ແລະ ເຟີນີເຈີ ລາຍໃຫຍ່ຂອງໂລກ ໄດ້ຮັບຜົນກະທົບຢ່າງໜັກຈາກອັດຕາເງິນເຟີ້ຂອງຕະຫຼາດໃຫຍ່ ໂດຍສະເພາະແມ່ນຕະຫຼາດເອີຣົບ ແລະ ອາເມຣິກາ ເຊິ່ງກຳລັງຊື້ຂອງຜູ້ບໍລິໂພກຈາກທົ່ວໂລກຫຼຸດລົງເປັນຈຳນວນຫຼວງຫຼາຍ.

อาจเป็นรูปภาพของ 3 คน และ รองเท้าหรือถุงเท้า

ອີງຕາມຂໍ້ມູນຈາກກະຊວງແຮງງານຂອງຫວຽດນາມ ໃຫ້ຮູ້ວ່າ: ໃນປີ 2022 ແຮງງານໃນຫວຽດນາມຫຼາຍກວ່າ 630.000 ຄົນ ເຖິງວ່າບໍ່ຕົກງານ ແຕ່ກໍຖືກຫຼຸດຈຳນວນຊົ່ວໂມງເຮັດວຽກລົງ.